ຊຸກຍູ້ການຮ່ວມມືຮອບດ້ານ ຫວຽດນາມ - ຟີລິບປິນ
29/01/2024 08:31
(VOVWORLD) - ຫວຽດນາມ ແລະ ຟີລິບປິນ ໄດ້ແບ່ງປັນຫຼາຍທັດສະນະ ທີ່ຄ້າຍຄືກັນກ່ຽວຂ້ອງເຖິງດ້ານພູມສາດ, ຂອບຂະໜາດປະຊາກອນ, ລະດັບການ ພັດທະນາ ກໍຄືກ່ຽວກັບປະຫວັດສາດ, ວັດທະນະທຳ, ມະນຸດ.

ໂດຍຮັບຄຳເຊີນຂອງທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ, ທ່ານປະທານາທິບໍດີ ຟີລິບປິນ Ferdinand Romualdez Marcos Jr ແລະ ພັນລະຍາ ມາຢ້ຽມຢາມທາງລັດຖະກິດຢູ່ ຫວຽດນາມ ແຕ່ວັນທີ 29 – 30 ມັງກອນ. ການເຄື່ອນໄຫວພົວພັນຕ່າງປະເທດສຳຄັນນີ້ ເພື່ອແນໃສ່ຢືນຢັນຄືນການພົວພັນ ຄູ່ຮ່ວມມືຍຸດທະສາດລະຫວ່າງ 2 ຝ່າຍ, ຊຸກຍູ້ຄວາມໄວ້ເນື້ອເຊື່ອໃນດ້ານການເມືອງໃນລະດັບສູງສຸດ ແລະ ແມ່ນກຳລັງໜູນເພື່ອຊຸກຍູ້ການຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ - ຟີລິບປິນ ໃນໄລຍະຈະມາເຖິງ. ນີ້ແມ່ນການຢ້ຽມຢາມ ຫວຽດນາມ ຄັ້ງທຳອິດຂອງທ່ານປະທານາທິບໍດີ ຟີລິບປິນ Ferdinand Romualdez Marcos Jr, ນັບແຕ່ເມື່ອຮັບດຳລົງຕຳແໜ່ງ (ເດືອນ ມິຖຸນາ 2022). ການຢ້ຽມຢາມ ຫວຽດນາມ ຂອງທ່ານປະທານາທິບໍດີ ຟີລິບປິນ ໄດ້ດຳເນີນໄປໃນສະພາບ 2 ປະເທດພວມມຸ່ງໄປເຖິງການສະເຫຼີມສະຫຼອງ 10 ປີແຫ່ງວັນສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດ (2015 – 2025) ແລະ 50 ປີແຫ່ງວັນສ້າງຕັ້ງ ສາຍພົວພັນທາງການທູດ (1976 – 2026).
TAG
VOV/VOVworld/ພັດທະນາ/ປະຫວັດສາດ/ວັດທະນະທຳ/ມະນຸດ
Related








