ວິທະຍຸກະຈາຍສຽງ ຫວຽດນາມ ເປັນເຈົ້າການໃນການກຳແຫນ້ນທ່າອ່ຽງ ແລະ ໝູນໃຊ້ເຕັກໂນໂລຊີດິຈີຕອນໃນວຽກງານສື່ມວນຊົນ
07/09/2023 06:00
(VOVWORLD) -ເພື່ອຕອບສະໜອງຄວາມຕ້ອງການຂອງມະຫາຊົນທັນສະໄໝໃນການຮັບເອົາຂໍ້ມູນຂ່າວສານໃນທຸກທີ່, ທຸກເວລາ, ວິທະຍຸກະຈາຍສຽງຫວຽດນາມ (VOV) ໄດ້ ແລະ ພວມປະຕິບັດການຫັນເປັນດີຈີຕອນຢ່າງແຮງ, ດ້ວຍໝາກຜົນທຳອິດແມ່ນສ້າງບັນດາຜະລິດຕະພັນສື່ມວນຊົນເປັນຫຼາຍຮູບຫຼາຍແບບ. ປະຈຸບັນ, ບັນດາລາຍການຂອງ VOV ບໍ່ພຽງແຕ່ອອກອາກາດທາງຄື້ນວິທະຍຸເທົ່ານັ້ນ, ຫາກຍັງໄດ້ເອົາລົງໃນເວັບໄຊ, ຜ່ານບັນດາສື່ສັງຄົມທາງອິນເຕີເນັດ, ນັບທັງພື້ນຖານເຕັກໂນໂລຢີ ໂດຍ VOV ຄົ້ນຄວ້າ ແລະ ພັດທະນາ. ດ້ວຍການເປັນເຈົ້າການໃນການກຳໄດ້ທ່າອ່ຽງ ແລະ ນຳໃຊ້ເຕັກໂນໂລຊີດີຈີຕອນໃນວຽກງານສື່ມວນຊົນ, VOV ໄດ້ຢືນຢັນທີ່ຕັ້ງສຳຄັນຂອງຕົນໃນພື້ນຖານສື່ມວນຊົນ ຫວຽດນາມ ໃນປະຈຸບັນ.

ລາຍການ Lunch Show ຂອງລາຍການກະຈາຍສຽງພາກພາສາອັງກິດ (VOV5). ພາບ: VOV5 ເວລາ 11ໂມງ:30 ນາທີ ຂອງວັນທີ 7 ກັນຍາ 1945, ລາຍການກະຈາຍສຽງທຳອິດຂອງ ວິທະຍຸກະຈາຍສຽງຫວຽດນາມ ໄດ້ອອກອາກາດຢ່າງເປັນທາງການ. ໂດຍເລີ່ມຕົ້ນມີພຽງແຕ່ 2 ຊ່ອງກະຈາຍສຽງ, ພາຍຫຼັງ 78 ປີແຫ່ງການສ້າງຕັ້ງ ແລະ ພັດທະນາ, VOV ປະຈຸບັນມີ 8 ຊ່ອງກະຈາຍສຽງ, 16 ຊ່ອງໂທລະພາບ, ສື່ເອເລັກໂຕຼນິກ 2 ເວັບໄຊ (VOV.vn ແລະ VTC.vn), 1 ສື່ສິ່ງພິມ (ວິທະຍຸກະຈາຍສຽງຫວຽດນາມ), 1 ວາລະສານ. ແລະມີຫຼາຍລະບົບແຈກຢາຍເນື້ອໃນດ້ວຍມັນຕິມີເດຍ (Multimedia). ປະຈຸບັນ, ວິທະຍຸກະຈາຍສຽງຫວຽດນາມ ແມ່ນອົງການສື່ມວນຊົນແຫ່ງຊາດ ຫນຶ່ງດຽວທີ່ມີຮູບແບບສື່ມວນຊົນຄົບ 4 ປະເພດຄື: ກະຈາຍສຽງ, ໂທລະພາບ, ສື່ເອເລັກໂຕນິກ, ສື່ສິ່ງພິມ.
TAG
VOV/VOVworld/ການຫັນເປັນດີຈີຕອນ/ພະແນກກະຈາຍສຽງ/ວິທະຍຸກະຈາຍສຽງ ຫວຽດນາມ
Related








