ໃນການເດີນທາງໄປປະຕິບັດງານຢູ່ ອາເມລິກາ ແລະ ການາດາ (20 – 25 ກັນຍາ), ບັນດາການພົບປະກັບຊາວຫວຽດນາມອາໄສຢູ່ຕ່າງປະເທດ ຂອງທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ຫວຽດນາມ ໄດ້ເປີດບາດລ້ຽງຮ່ວມມືໃໝ່. ສານຈຸດສຸມໄດ້ຮັບການຢັ້ງຢືນວ່າ: ເສີມຂະຫຍາຍແຫຼ່ງກຳລັງພູມປັນຍາ, ເຕັກໂນໂລຢີ ແລະ ຈິດໃຈຮັກຊາດຂອງຊາວຫວຽດນາມອາໄສຢູ່ຕ່າງປະເທດຢ່າງສຸດຂີດເພື່ອຮ່ວມແຮງຮ່ວມໃຈສ້າງປະເທດວັດທະນາຖາວອນ.
ໜຶ່ງໃນບັນດາສານທີ່ເຕັ້ມໄປດ້ວຍລັກສະນະຊວນເຊື່ອ ໂດຍທ່ານ ເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ສົ່ງໄປຍັງຊາວຫວຽດນາມອາໄສຢູ່ຕ່າງປະເທດແມ່ນ ເຄົາລົບນັບຖືຄວາມຫຼາຍຮູບຫຼາຍແບບໃນແບບວິທີການປະກອບສ່ວນ. ການປະກອບສ່ວນໃຫ້ແກ່ບ້ານເກີດເມືອງນອນ ບໍ່ຈຳເປັນຕ້ອງ ອຸທິດສ່ວນຕະຫຼອດເວລາ ຫຼືກັບເມືອບ້ານເກີດເມືອງນອນ. ໂຄງການຄົ້ນຄ້ວາລວມ, ບົດສອນຈາກແດນໄກ, ການເຊື່ອມຕໍ່ຖ່າຍທອດເຕັກໂນໂລຢີ, ຫຼື ການຮ່ວມເດີນທາງແນະນຳໃຫ້ນັກສຶກສາ ພາຍໃນປະເທດ… ລ້ວນແຕ່ແມ່ນການປະກອບສ່ວນອັນລ້ຳຄ່າໃນການສ້າງສາປະເທດຊາດ.
ຮ່ວມອະນາຄົດ
ໃນຂອບເຂດລາຍການວັດທະນະທຳສິລະປະ “ຫວຽດນາມ: ວິວັດການປະເທດຊາດ ຜ່ານຮູບເງົາ ແລະ ດົນຕີ” ທີ່ດຳເນີນຢູ່ອາເມລິກາ, ການພົບປະກັບຊາວຫວຽດນາມອາໄສຢູ່ຕ່າງປະເທດກວ່າ 1.300 ຄົນໄດ້ກາຍເປັນເຫດການເຕົ້າໂຮມປະຊາຄົມຊາວຫວຽດນາມ ຫຼາຍທີ່ສຸດນັບແຕ່ກ່ອນມາຮອດປັດຈຸບັນຂອງການນຳພັກ ແລະ ລັດ. ການພົບປະຍິ່ງມີຄວາມໝາຍເມື່ອເດືອນສິງຫາຜ່ານມາ ກົມການເມືອງໄດ້ປະກາດໃຊ້ມະຕິເລກທີ 23 ກ່ຽວກັບວຽກງານຊາວຫວຽດນາມອາໄສຢູ່ຕ່າງປະເທດ ສ້າງບາດກ້າວພັດທະນາໃໝ່ ໃນຈິນຕະນະການຂອງພັກ ກຳນົດຊາວຫວຽດນາມອາໄສຢູ່ຕ່າງປະເທດ ບໍ່ພຽງແຕ່ແມ່ນພາກສວ່ນບໍ່ອາດຕັດແຍກອອກຈາກຊາດຫວຽດນາມ ເທົ່ານັ້ນ ຫາກຍັງແມ່ນໜຶ່ງໃນບັນດາແຫຼ່ງກຳລັງຍຸດທະສາດສຳຄັນປະກອບສ່ວນຍົກສູງກຳລັງແຮງສັງລວມຂອງປະເທດຊາດ. ທ່ານເລຂາທິການໃຫຍ່, ປະທານປະເທດ ເນັ້ນໜັ້ກວ່າ ພາລະກິດແຫ່ງການພັດທະນາປະເທດຊາດໃນສັງກາດໃໝ່ຕ້ອງເຊື່ອມຕໍ່ແຫຼ່ງກຳລັງດ້ານວັດຖຸກັບແຫຼ່ງກຳລັງພູມປັນຍາ. ກຳລັງແຮງຂອງປະຊາຊົນກວ່າ 100 ລ້ານຄົນພາຍໃນປະເທດຕ້ອງຕິດພັນກັບກຳລັງແຮງຂອງ ຊາວຫວຽດນາມອາໄສຢູ່ຕ່າງປະເທດ 6,5 ລ້ານຄົນ.
ໃຜໃນພວກເຮົາກໍ່ມີຄວາມຫວັງຢ່າງຍິ່ງວ່າ ລູກຫຼານຈະໄດ້ຊົມໃຊ້ບັນດາຄຸນຄ່າອັນດີງາມເຊິ່ງສັນຕິພາບນຳມາໃຫ້. ພວກເຮົາຈົ່ງປິດອະດີດຕະກການໄວ້ ຮ່ວມແຮງຮ່ວມໃຈສ້າງອະນາຄົດຂອງຊາດ ກໍ່ແມ່ນອະນາຄົດຂອງລູກຫຼານເຮົາ. ນີ້ບໍ່ພຽງແຕ່ແມ່ນຄວາມປາດຖະໜາເທົ່ານັ້ນ ຫາກຍັງແມ່ນຄວາມຮັບຜິດຊອບຂອງລຸ້ນຄົນພວກເຮົາຕໍ່ລຸ້ນຄົນອະນາຄົດອີກດ້ວຍ.ຫວຽດນາມທີ່ມີຄວາມເຂັ້ມແຂງແຮງກ້າວ, ວັດທະນາຖາວອນ ບໍ່ພຽງແຕ່ແມ່ນຄວາມມຸ່ງຫວັງສະເພາະຂອງຜູ້ຄົນພວມດຳລົງຊີວິດພາຍໃນປະເທດເທົ່ານັ້ນ. ຫາກຍັງແມ່ນ ຄວາມມຸ່ງຫວັງລວມຂອງທົ່ວຊົນຊາດຫວຽດນາມອີກດ້ວຍ. ປະເທດຍາມໃດກໍ່ສະແດງຄວາມຊົມເຊີຍ ແລະ ເຄົາລົບນັບມືທຸກການປະກອບສ່ວນ, ນັບແຕ່ໂດຍກົງຫຼື ທາງໄກຂອງພໍ່ແມ່ປະຊາຊົນຊາວຫວຽດນາມ. ຮ່ວມແຮງຮ່ວມໃຈປະກອບສ່ວນສ້າງສາບ້ານເກີດເມືອງນອນແມ່ນນ້ຳໃຈຊົນຊາດ, ນ້ຳໃຈພໍ່ແມ່ປະຊາຊົນ.
ປາດຖະໜາຢາຢາກອຸທິດສ່ວນໃຫ້ແກ່ບ້ານເກີດເມືອງນອນ
ປະເທດ ພວມຢື່ນຢູ່ຕໍ່ໜ້າຈຸດເວລາປະຫວັດສາດເພື່ອບຸກທະລຸມຸ່ງໄປເຖິງເປົ້າໝາຍກາຍເປັນປະເທດພັດທະນາ, ມີລາຍຮັບສູງໃນປີ 2045. ໃນວິວັດການບືນຕົວຂຶ້ນນັ້ນ, ພູມປັນຍາ, ເຕັກໂນໂລຢີ ແລະ ຈິດໃຈນະວັດຕະກຳແມ່ນແຫຼ່ງກຳລັງຕັດສິນຊີ້ຂາດ.
ຫວນຄືນສະພາບການສັງລວມໃນບັນດາການພົບປະກັບຊາວຫວຽດນາມອາໄສຢູ່ Ottawa (ການາດາ) ແລະ New York (ອາເມລິກາ), ແມ່ນບັນຊີລາຍຊື່ບັນດານັກຊ່ຽວຊານ, ນັກວິທະຍາສາດໜຸ່ມ, ປັນຍາຊົນຊາວຫວຽດນາມພວມເຮັດວຽກໃນບັນາດຂະແໜງເຕັກໂນໂລຢີປາຍແຫຼມ ຂອງໂລກຄື: ປັນຍາປະດິດ (AI), ຊິບເຄິ່ງຊັກນຳໄຟຟ້າ, 6G, ພະລັງງານນິວເຄຼຍ ຫຼືວັດຖຸດິບໃໝ່, ການຮັກສາຄວາມລັບ ແລະ ຄວາມປອດໄພຂໍ້ມູນ, ວັດຖຸດິບຍືນຍົງ, ເຕັກໂນໂລຢີການເງິນ (fintech), ການຄ້າ ເອເລັກໂຕນິກ…ທ່ານ ປ.ອ ຊີກຸຍ, ນັກເຕັກນິກຂັ້ນສູງ ກຸ່ມບໍລິສັດພະລັງງານນິວເຄຼຍ Holtec (ການາດາ) ແບ່ງປັນວ່າ:
ຂ້າພະເຈົ້າຮູ້ສຶກເປັນກຽດເມື່ອໄດ້ເຂົ້າຮ່ວມການພົບປະກັບທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມກັບບັນດານັກວິທະຍາສາດ, ວົງການປັນຍາຊົນ ການາດາ, ພິເສດແມ່ນໄດ້ແບ່ງປັນຄວາມຮູ້ ແລະ ບົດຮຽນປະສົບການຂອງຕົນໃນຂົງເຂດນິວເຄຼຍ. ດ້ວຍຄວາມຕ້ອງການທີ່ນັບມື້ນັບສູງກ່ຽວກັບພະລັງງານ ຂະແໜງອຸດສາຫະກຳໄຟຟ້ານິວເຄຼຍ ແລະ ເຕົາເສີມທາດນິວເຄຼຍຂະໜາດນ້ອຍ ພວມໄດ້ຮັບການລົງທຶນຢ່າງແຮງຢູ່ ການາດາ. ໂດຍແມ່ນຄົນເຂົ້າຮ່ວມການອອກແບບກໍ່ສ້າງໂຮງງານນິວເຄຼຍແບບໃໝ່ໂດຍກົງ, ຂ້າພະເຈົ້າມີຄວາມຫວັງຢ່າງຍິ່ງວ່າ ຈະມີໂອກາດປະກອບເຫື່ອແຮງຂອງຕົນເຂົ້າການເຊື່ອມຕໍ່ເຕັກໂນໂລຢີກໍ່ຄືບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດເພື່ອພັດທະນາຂົງເຂດນີ້ ໃນອະນາຄົດຢູ່ ຫວຽດນາມ.
ເພື່ອຫັນບັນດາເປົ້າໝາຍຍຸດທະສາດພັດທະນາປະເທດຊາດໃຫ້ປະກົດຜົນເປັນຈິງຕ້ອງຮ່ວມແຮງຮ່ວມໃຈກັບປະຊາຄົມຊາວຫວຽດນາມ ອາໄສຢູ່ຕ່າງປະເທດ, ພິເສດແມ່ນຖັນແຖວນັກຊ່ຽວຊານ, ປັນຍາຊົນ. ການຄ້າຍຄືກັນລະຫວ່າງຈິນຕະນະການຍຸດທະສາດຂອງພັກ ຜ່ານມະຕິເລກທີ 23 ແລະ ຄວາມສຸດຈິດສຸດໃຈຂອງ ປະຊາຄົມຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ພວມສ້າງບັນຍາກາດໃໝ່. ເມື່ອຄວາມໄວ້ເນື້ອເຊື່ອໃຈໄດ້ຮັບການປັບປຸງດ້ວຍກົນໄກປອດໂປ່ງ, ເມື່ອນ້ຳໃຈຮັກຊາດໄດ້ອຳນວຍຄວາມສະດວກ ດ້ວຍສະຖານທີ່ປະດິດຄິດສ້າງແບບເສລີ, ຊາວຫວຽດນາມນັບລ້ານຄົນໃນທົ່ວໂລກຈະຮ່ວມແຮງຮ່ວມໃຈ, ເຊື່ອມຕໍ່ເຄືອຂ່າຍທົ່ວໂລກ, ໝັ້ນໃຈສ້າງອະນຄົດວັດທະນາຖາວອນ, ເຂັ້ມແຂງໃຫ້ແກ່ຊາດ ຫວຽດນາມ.







