Vietnam Aerospace Forum 2026 (VAF 2026) (ງານ​ວາງ​ສະ​ແດງ ແລະ ເວ​ທີ​ປາ​ໄສ​ອຸດ​ສາ​ຫະ​ກຳ​ການ​ບິນ ຫວຽດ​ນາມ ປີ 2026) ຈະ​ດຳ​ເນີນ​ແຕ່​ວັນ​ທີ 4 – 6 ພະ​ຈິກ 2026 ຢູ່​ຫໍ​ປະ​ຊຸມ​ແຫ່ງ​ຊາດ, ຮ່າ​ໂນ້ຍ ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ບັນ​ດາ​ບໍ​ລິ​ສັດ​ການ​ບິນ, ບໍ​ລິ​ສັດ​ຜະ​ລິດ​ເຮືອ​ບິນ, ຜູ້​ຜະ​ລິດ​ວັດ​ຖຸ​ອຸ​ປະກອນ (OEM), ຜູ້​ສະ​ໜອງ​ເຕັກ​ໂນ​ໂລ​ຢີ, ມະ​ຫາ​ວິ​ທະ​ຍາ​ໄລ ແລະ ບັນ​ດາ​ຄູ່​ຮ່ວມ​ມື​ໃນ​ລະ​ບົບ​ສະ​ໜອງ​ການ​ບິນ. ເຫດ​ການ​ໂດຍ BCI Aerospace – Advanced Business Events (ABE) ຈັດ​ຂຶ້ນ, ປະ​ສານ​ສົມ​ທົບ​ກັບ​ບໍ​ລິ​ສັດ Global Expo ຫວຽດ​ນາມ, ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ Airbus ແມ່ນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ແລະ Viettel ແມ່ນຄູ່​ຮ່ວມ​ມື​ອຸດ​ສາ​ຫະ​ກຳ. ຜ່ານ​ຮູບ​ແບບ​ປະ​ສານ​ສົມ​ທົບ​ລະ​ຫວ່າງ ງານ​ວາງ​ສະ​ແດງ - ກອງ​ປະ​ຊຸມ – B2B Matching – Talent Day, ງານ​ວາງ​ສະ​ແດງ ແລະ ເວ​ທີ​ປາ​ໄສ​ອຸດ​ສາ​ຫະ​ກຳ​ການ​ບິນ ຫວຽດ​ນາມ ປີ 2026 ໄດ້​ປະ​ກອບ​ສ່ວນເຂົ້າໃນການ​ພັດ​ທະ​ນາ​ລະ​ບົບ​ສະ​ໜອງ​ການ​ບິນ​ພາຍ​ໃນ​ປະ​ເທດ, ຍົກ​ສູງ​ສະ​ມັດ​ຕະ​ພາບ​ແຫຼ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ ແລະ ເປີດກວ້າງ​ການ​ຮ່ວມ​ມື​ລະ​ຫວ່າງວິ​ສາ​ຫະ​ກິດ ຫວຽດ​ນາມ ກັ​ບ​ລະ​ບົບມູນ​ຄ່າ​ການ​ບິນ​ທົ່ວ​ໂລກ.