VOV WorldVOV World
ຢັ້ງ​ຢືນ​​ທີ່​ຕັ້ງ​ບົດ​ບາດ​ຂອງ ອາ​ຊຽນ ໃນ​ສະ​ພາບ​ການ​ໃໝ່
09/05/2023 09:19
(VOVWORLD) -ດ້ວຍຫົວຂໍ້ “ອາຊຽນ ຂອບຂະໜາດໃຫຍ່: ຈຸດສຸມຂອງການເຕີບໂຕ”, ກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 42 ໄຂຂຶ້ນຢ່າງເປັນທາງການຢູ່ເກາະ Labuan Bajo, ປະເທດ ອິນໂດເນເຊຍ - ເຊິ່ງໄດ້ຢັ້ງຢືນຄວາມປາດຖະໜາ ແລະ ຄວາມມານະພະຍາມຂອງບັນດາປະເທດສະມາຊິກສູ້ຊົນ ນຳ ອາຊຽນ ກາຍເປັນພາກພື້ນໃຈກາງ, ເປັນກຳລັງໜູນການເຕີບໂຕດ້ວຍບົດບາດນຳພາໃນຂະບວນວິວັດການຮ່ວມມື ແລະ ຮ່ວມສຳພັນຢູ່ພາກພື້ນ, ພິເສດແມ່ນຕໍ່ໜ້າສະພາບການຜັນແປຢ່າງສັບສົນ, ຄາດຄະເນລ່ວງໜ້າໄດ້ຍາກຂອງສະພາບການໃນພາກພື້ນ ແລະ ທົ່ວໂລກ.
ໃນກອງປະຊຸມ, ນອກຈາກການສຸມໃສ່ແລກປ່ຽນບັນດາບັນຫາພາຍໃນພາກພື້ນແລ້ວ, ການນຳບັນດາປະເທດ ອາຊຽນ ກໍ່ຍັງປຶກສາຫາລືບັນດາບັນຫາທີ່ມີຜົນສະທ້ອນຕໍ່ຍຸກສະໄໝ, ພວມພົ້ນເດັ່ນຂຶ້ນ ແລະ ໄດ້ຮັບຄວາມສົນໃຈໃນປັດຈຸບັນ ບໍ່ວ່າຈະເປັນຂອງພາກພື້ນ ຫຼື ທົ່ວໂລກ, ເຫັນດີເປັນເອກະພາບກ່ຽວກັບການກຳນົດທິດໃນການປະພຶດ ແລະ ບັນດາການປະກອບສ່ວນທີ່ແທດຈິງຂອງ ອາຊຽນ ໃນການຊອກຫາມາດຕະການແກ້ໄຂ. ຜ່ານນັ້ນ, ກໍ່ຢັ້ງຢືນບົດບາດ, ຄວາມໄວ້ວາງໃຈ ແລະ ຄວາມຮັບຜິດຊອບຂອງ ອາຊຽນ ໃນສະພາບການປັດຈຸບັນ. ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ SOM ASEAN ເພື່ອປຶກສາຫາລືກ່ຽວກັບວຽກງານ ກະກຽມກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 42 (ພາບ: asean.org)
TAG
VOV/VOVworld/ກອງ​ປະ​ຊຸມ​ສຸດຍອດ ອາ​ຊຽນ/ປຶກ​ສາ​ຫາ​ລື