ເຂົ້າໜົມທີ່ເປັນເອກະລັກສະເພາະຂອງຊາວເຜົ່າໄຢ໋
08/05/2015 17:00
ສຳລັບຊາວເຜົ່າໄຢ໋, ເຂົ້າຕົ້ມ, ເຂົ້າໜົມຂາວ (ເຂົ້າໜົມເຮັດດ້ວຍແປ້ງເຂົ້າໜຽວ), ເຂົ້າຫຼີ້ມແມ່ນອາຫານທີ່ຂາດບໍ່ໄດ້ໃນພາບູຊາບັນພະບຸລຸດໃນໂອກາດບຸນປີໃໝ່, ງານສົບ, ງານແຕ່ງດອງຫຼືພິທີງານບຸນຕ່າງໆ.

(vovworld) - ສຳລັບຊາວເຜົ່າໄຢ໋, ເຂົ້າຕົ້ມ, ເຂົ້າໜົມຂາວ (ເຂົ້າໜົມເຮັດດ້ວຍແປ້ງເຂົ້າໜຽວ), ເຂົ້າຫຼີ້ມແມ່ນອາຫານທີ່ຂາດບໍ່ໄດ້ໃນພາບູຊາບັນພະບຸລຸດໃນໂອກາດບຸນປີໃໝ່, ງານສົບ, ງານແຕ່ງດອງຫຼືພິທີງານບຸນຕ່າງໆ. ຊາວເຜົ່າໄຢ໋ຖະຫວາຍເຂົ້າໜົມເຫຼົ່ານັ້ນຂຶ້ນບັນພະບຸລຸດເພື່ອແຈ້ງຜົນແຫ່ງການອອກແຮງງານໃນປີຜ່ານມາ, ພ້ອມທັງພາວະນາຂໍໃຫ້ມີຂຸຂະພາບເຂັ້ມແຂງ, ມີຄວາມໂຊກດີ ແລະ ລະດູການປູກຝັງໄດ້ຮັບຜົນດີ. ເພື່ອເຮັດເຂົ້າຕົ້ມ, ເຂົ້າໜົມບູຊາບັນພະບຸລຸດ, ເຂາເຈົ້າຕ້ອງກະກຽມຢ່າງລອບຄອບຖີ່ຖ້ວນ, ເພາະວ່າເຄື່ອງຖະຫວາຍຂຶ້ນຕໍ່ບັນພະບຸລຸດຕ້ອງສະອາດ ແລະ ຕ້ອງເຮັດດ້ວຍຄວາມເຄົາລົບນັບຖືຈຶ່ງໄດ້ຮັບການຮັບຮູ້ ແລະ ບໍ່ຖືກຕິຕຽນຮ້າຍດ່າ.
TAG
vov/vovworld
ຊົນເຜົ່າ
Related








