ຫາຍຟ່ອງ ຈຸດນັດພົບທີ່ດູດດື່ມ
13/03/2013 08:16
ບັນດາການເຄື່ອນໄຫວທີ່ພົ້ນເດັ່ນໃນປີທ່ອງທ່ຽວແຫ່ງຊາດເຂດທົ່ງພຽງແມ່ນ້ຳແດງ 2013 ແມ່ນສຸມໃສ່ຢູ່ເຂດໃຈກາງນະຄອນ ແລະ ເທດສະບານ ໂດເຊີນ ແລະ ກາດບ່າ

(vovworld)- ປີທ່ອງທ່ຽວແຫ່ງຊາດເຂດທົ່ງພຽງແມ່ນ້ຳແດງ 2013 ໂດຍນະຄອນຫາຍຟ່ອງ ເປັນເຈົ້າພາບຈັດຕັ້ງຂຶ້ນ. ນີ້ແມ່ນເງື່ອນໄຂເພື່ອໃຫ້ ຫາຍຟ່ອງ ສ້າງຜະລິດຕະພັນທ່ອງທ່ຽວໃຫມ່ຫລາຍຢ່າງ, ທັງແມ່ນໂອກາດເພື່ອພັດທະນາ ແລະ ສ້າງບາດກ້າວບຸກທະລຸ ຍົກສູງຄຸນນະພາບການບໍລິການ. ຢູ່ ຫາຍຟ່ອງ, ບັນດາການເຄື່ອນໄຫວທີ່ພົ້ນເດັ່ນໃນປີທ່ອງທ່ຽວແຫ່ງຊາດເຂດທົ່ງພຽງແມ່ນ້ຳແດງ 2013 ແມ່ນສຸມໃສ່ຢູ່ເຂດໃຈກາງນະຄອນ ແລະ ເທດສະບານ ໂດເຊີນ ແລະ ກາດບ່າ ຊື່ງແມ່ນສະຖານທີ່ທ່ອງທ່ຽວຈຸດສຸມສອງແຫ່ງ. ໃນລາຍການທ່ອງທ່ຽວພາກນີ້ ພວກເຮົາຂໍແນະນຳສະຖານທີ່ທ່ອງທ່ຽວສອງແຫ່ງຢູ່ນະຄອນ ຫາຍຟ່ອງ ຜ່ານບົດຂຽນຂອງນັກຂ່າວ ລານແອງ.
TAG
ຫາດຊາຍທະເລ
Related
More








