VOV WorldVOV World
ກະ​​ຕ່າພາຍ​ບ່າເຄື່ອງ​ໃຊ້ທີ່​ຕິດ​ພັນ​ກັບ​ແມ່​ຍິງ​ເຜົ່າຜູ້​ໄທໄຕ​ບັ໊ກຫວຽດ​ນາມ
05/06/2019 03:30
(VOVWORLD) - ທຸກໆຄັ້ງທີ່ເຂົ້າໄປປ່າ, ຫາໜໍ່ໄມ້ ຫຼືໄປໄຮ່ໄປສວນ, ແມ່ຍິງເຜົ່າຜູ້ໄທບໍ່ລືມທີ່ຈະເອົາກະຕ່າພາຍບ່າທີ່ເຮັດດ້ວຍໄມ້ໄຜ່ໄປນຳ (ພາສາເຜົ່າຜູ້ໄທເອີ້ນວ່າກາເລັບ). ນີ້ແມ່ນໜຶ່ງໃນບັນດາເຄື່ອງໃຊ້ທີ່ເປັນເອກະລັກສະເພາະ, ປະກອບສ່ວນເຮັດໃຫ້ຮູບພາບຂອງແມ່ຍິງເຜົ່າຜູ້ໄທເຂດໄຕບັ໊ກ (ທິດຕາເວັນຕົກສ່ຽງເໜືອ) ຫວຽດນາມງາມຂຶ້ນຕື່ມ.
ກະ​​ຕ່າພາຍ​ບ່າເຄື່ອງ​ໃຊ້ທີ່​ຕິດ​ພັນ​ກັບ​ແມ່​ຍິງ​ເຜົ່າຜູ້​ໄທໄຕ​ບັ໊ກຫວຽດ​ນາມ
  ແມ່ ຍິງ ເຜົ່າຜູ້ ໄທ ໃສ່ກະ ຕ່າພາຍ ບ່າໄປຕະຫຼາດ ສຳລັບພໍ່ແມ່ປະຊາຊົນຊາວເຜົ່າຜູ້ໄທນັບແຕ່ກ່ອນມາຮອດປັດຈຸບັນແລ້ວ, ວຽກໄປເກັບຜັກຫັກໜໍ່, ຂຸດຫົວມັນຢູ່ໃນປ່າ, ລົງຫ້ວຍເກັບໄຄເພື່ອນຳມາເປັນສະບຽງອາຫານໃຫ້ແກ່ຄອບຄົວໃນທຸກໆມື້ ເບິ່ງຄືວ່າລ້ວນແຕ່ແມ່ນວຽກງານຂອງແມ່ຍິງ. ຍ້ອນແນວນັ້ນ, ທຸກເທື່ອທີ່ແມ່ຍິງເຜົ່າຜູ້ໄທຢູ່ເຂດຊົນນະບົດ, ເຂດພູດອຍກ້າວຂາລົງເຮືອນ, ໄປປ່າ, ໄປໄຮ່ໄປສວນພວກເຂົາກໍລ້ວນແຕ່ຖືຝັກມີດ, ພາຍກະຕ່າໃສ່ບ່າເປັນສິ່ງຕິດຕົວໄປນຳ. ແມ່ຍິງພາຍກະຕ່າ ໃສ່ບ່າກໍເປັນສ່ວນໜຶ່ງທີ່ເວົ້າເຖິງຄວາມອົດທົນ, ຄວາມດຸໝັ່ນຂະຫຍັນພຽນເຮັດຫຼ້ອນວຽກບ້ານການເຮື່ອນ. ສະນັ້ນ, ເອື້ອຍນ້ອງແມ່ຍິງຜູ້ໃດ ຍິ່ງຊອກເກັບຜັກຫັກໜໍ່ໄດ້ເຕັມກະຕ່ານຳກັບເມືອເຮືອນກໍຍິ່ງສະແດງໃຫ້ເຫັນເຖິງຄວາມຄ່ອງແຄ້ວ, ຄວາມດຸໝັ່ນຂະຫຍັນພຽນຂອງເອື້ອຍນ້ອງແມ່ຍິງ, ຮູ້ຊອກຮູ້ຫາ, ແຕ່ງຢູ່ຄົວກິນໃຫ້ແກ່ຄອບຄົວໃນແຕ່ລະມື້. ເອື້ອຍລໍ່ທິເຟີ໊ງຢູ່ບ້ານກ໊າ, ຕາແສງຈ່ຽງອານ, ນະຄອນເຊີນລາໃຫ້ຮູ້ວ່າ: “ ນັບແຕ່ ຄາວ ຍັງ ນ້ອຍ ກໍ່ຮູ້ ໄປ ເຂົ້າ ປ່າ ຫ າ ຟືນ , ຫາ ໜໍ່ ໄມ້ , ຂຸດ ມັນ ກ ອຍ ນຳ ແມ່ ແລ້ວ , ຂ ້າ ພະ ເຈົ້າ ກໍຮູ້ ພາຍ ກະ ຕ່ານີ້ ແລ້ວ . ກະ ກຽມ ໄປ ໄຮ່ ໄປ ສວນແມ່ນ ຈື່ ວ່າຕ້ອງ ຊອກ ເອົາ ກະ ຕ່ າ ພາຍ ໃສ່ ບ່າ ທັນ ທີ , ບໍ່ ລ ືມ ຈັກ ເທື ່ອ , ມັນໄດ້ ກາຍ ເປັນ ຄວາມ ລື້ງ ເຄີຍ ສຳ ລັບ ເອື້ອຍ ນ້ ອງ ແມ່ ຍິງ ເຜົ່າ ຜູ້ ໄທທີ່ດ ຳ ລົງ ຊີ ວິດ ຢູ່ ເຂ ດ ຊົນ ນະ ບົດ . ເຄື່ອງ ໃຊ້ ນີ້ ໃຊ້ ສະ ດວກ ສະ ບາຍຫຼາຍແລະເປັນ ສິ່ງ ທີ່ບໍ່ ອາດ ຂາ ດ ໄດ້ ”. ຈາກຄົນລຸ້ນນີ້ສູ່ຄົນລຸ່ນອື່ນ, ບັນດາຜູ້ຊາຍຊົນເຜົ່າຜູ້ໄທລ້ວນແຕ່ເຮັດອາຊີບຈັກສານເກັ່ງ, ເຮັດບັນດາເຄື່ອງໃຊ້ຂອງສອຍທີ່ຈຳເປັນດ້ວຍຕົນເອງເພື່ອໃຊ້ສອຍ.ກະຕ່າພາຍບ່າທີ່ສານດ້ວຍໄມ້ໄຜ່ ແມ່ນໄດ້ເຮັດຈາກມືຂອງເຂົາເຈົ້າເອງເພື່ອເຮັດໃຫ້ບັນດາແມ່ຍິງໃນຄອບຄົວຂອງຕົນ. ກະ ຕ່າພາຍບ່າແບບຖີ່   ກະຕ່າພາຍບ່າມີ 2 ຊະນິດຄືແບບສານຫ່າງ (ເລັບສະ) ແລະແບບສານຖີ່ (ເລັບຖີ໊), ເຊິ່ງມີປາກກະຕ່າກວ້າງ, ບໍ່ມີຝາອັດ, ສະດວກໃນການນຳໃຊ້, ມີສາຍພາຍ. ກະຕ່າພາຍບ່າແຕ່ລະຊະນິດມີການໃຊ້ງານທີ່ແຕກຕ່າງກັນ, ມີຂະໜາດນ້ອຍໃຫຍ່, ຮູບແບບທີ່ຂຶ້ນກັບຜູ້ສານແຕ່ລະຄົນແລະຈຸດປະສົງໃນການນຳໃຊ້. ເພື່ອເຮັດກະຕ່າພາຍບ່າໄດ້ນັ້ນ, ຜູ້ຊາຍເຜົ່າຜູ້ໄທຕ້ອງກະກຽມໄມ້ໄຜ່ປະເພດອ່ອນ, ພາສາ ຜູ້ໄທເອີ້ນວ່າໄມ້ເມີຍ (ຫວາຍ), ໄມ້ເປືອກທີ່ບໍ່ເປັນມອດເປັນແມງ, ພິເສດແມ່ນບໍ່ໃຫ້ເອົາຕົ້ນໄຜ່ທີ່ບໍ່ມີຍອດເພາະເມື່ອເອົາໄປສານແລ້ວກໍຈະເປັນມອດ. ເມື່ອຕັດໄມ້ໄຜ່ຢູ່ປ່າມາກໍນຳມາຕັດເປັນທ່ອນຍາວປະມານ 1,2ແມັດ (ປ້ອງສັ້ນກໍປະມານ 3 ປ້ອງ, ປ້ອງຍາວປະມານ 2 ປ້ອງ). ໄມ້ປ້ອງສັ້ນແມ່ນສານໄດ້ແຕ່ກະຕ່າພາຍບ່ານ້ອຍ, ສ່ວນໄມ້ປ້ອງຍາວ ຈຶ່ງສາມາດສານກະຕ່າພາຍບ່າໃຫຍ່ໄດ້. ວິທີຜ່າໄມ້ໄຜ່ ກໍຕ້ອງມີຄວາມຄ່ອງແຄ້ວ, ເຮັດຢ່າງພິຖີພິຖັນ, ເຫຼົາໄມ້ໄຜ່ ແມ່ນຕ້ອງເຮັດແນວໃດໃຫ້ເສັ້ນສະໝ່ຳສະເໜີ,ບາງແລະລຽບທີ່ສຸດ, ຍິ່ງເອົາຕິວໄມ້ໄຜ່ອອກໄດ້ຫຼາຍເທົ່າໃດກໍຍິ່ງດີ, ຈຶ່ງສານງ່າຍແລະມີຄວາມທົນທານກວ່າ. ໃນຂັ້ນຕອນການສານແມ່ນທັງສານທັງຟິດນ້ຳໃສ່ ເພື່ອໃຫ້ຕອກອ່ອນແລະບໍ່ຫັກ. ເມື່ອສານແລ້ວ, ດີທີ່ສຸດແມ່ນເອົາໄປຢ່າງໄຟໄວ້ໄລຍະໜຶ່ງຈຶ່ງນຳມາໃຊ້ ກະຕາຈິ່ງມີຄວາມທົນທານກວ່າ. ທ່ານຕ່ອງວັນເຮັ໊ຍ, ຜູ້ອາຍຸສູງໃນໝູ່ບ້ານທີ່ເຮັດອາຊີບຈັກສານເກັ່ງຢູ່ບ້ານມ່ອງ, ຕາແສງຫົວລາ, ,ນະຄອນເຊີນລາໃຫ້ຮູ້ວ່າ: “ ກະ ຕ່າພາຍ ບ່າຂອງແມ່ ຍິງ ເຜົ່າຜູ້ ໄທມີ ມາບໍ່ ຈັກ ວ່າ ເທົ່ າ ໃດ ເຊັ່ ນ ຄົນ ແລ້ວ . ແຕ່ ວຽກ ງານ ການ ສານ ພັດ ແມ່ນ ວຽກ ຂອງ ຜູ້ ຊາຍ , ສະ ນັ້ນເມື່ອ ເຕີບ ໃຫຍ່ ຂຶ້ນ ມາ ບັນ ດາ ຊາວ ໜຸ່ມ ໃນ ບ້ານ ໄດ້ ຮຽນ ວິ ທີ ສານກະ ຕ່າພາຍ ບ່າ ໃຫ້ ຄອບ ຄົວ ຂອງ ຕົນ ເອງ ແລ້ວ, ສ່ວນ ຜູ້ ມີ ອາ ຍຸ ສູງມີ ຄວາມ ຊຳ ນານກວ່າແມ່ນ ສານ ເພື່ອ ນຳ ໄປ ຂາຍໃຫ້ ພໍ່ ແມ່ ປະ ຊາ ຊົນ . ຄື ຂ້າ ພະ ເຈົ້າ ສານ ແບບບໍ່ ພັກ ຜ່ອນ , ໃຊ້ ເວ ລາ 2 ມື້ ຈຶ່ງ ສານກະ ຕ່າພາຍ ບ່າ ແບບ ຫ່າງ ແລ້ວ 1 ອັນ . ສ່ວນ ສານກະ ຕ່າພາຍ ບ່າ ແບບ ຖີ່ ນັ້ນ ແມ່ ນ ຕ້ອງ ໃຊ້ ເວ ລ າ ປະ ມານ 3 ມື້ ຈຶ່ງ ສານ ແລ້ວ 1 ອັນ ”. ກະ ຕ່າພາຍບ່າແບບຫ່າງ   ກະຕ່າພາຍບ່າ ບໍ່ພຽງແຕ່ເພື່ອໃຫ້ເອື້ອຍນ້ອງແມ່ຍິງຖືໄປນຳໃນເວລາເຂົ້າ ປ່າ, ເກັບຜັກຫັກໜໍ່, ໃສ່ເຂົ້າໃສ່ນຳ້ເມື່ອໄປໄຮ່ໄປສວນເທົ່ານັ້ນ, ຫາກຍັງໄດ້ໃຊ້ທັງໃນເວລາເອື້ອຍນ້ອງແມ່ຍິງໄປອອກຕະຫຼາດນຳອີກ, ມັນປຽບຄືກະຕ່າຫິ້ວ, ກະເປົາຫິ້ວຂອງເອື້ອຍນ້ອງແມ່ຍິງຢູ່ບັນດາແຂວງເຂດທົ່ງພຽງ, ຢູ່ບັນດານະຄອນໃຫຍ່ທີ່ມັກໃຊ້. ໄປອອກຕະຫຼາດຊື້ໄດ້ຫຍັງກໍລ້ວນແຕ່ເອົາໃສ່ກະຕ່າທີ່ພາຍຢູ່ບ່າ, ໃຊ້ສະດວກສະບາຍທີ່ສຸດ, ໃຊ້ໄດ້ດົນ, ມີຄວາມທົນທານ, ເປັນມິດກັບສິ່ງແວດລ້ອມ, ເໝາະສົມກັບຮີດຄອງປະເພນີ, ສະນັ້ນ ຢູ່ເຮືອນຊາວເຜົ່າ ຜູ້ໄທຍາມໃດກໍມີກະຕ່າພາຍບ່າໄວ້ນຳໃຊ້. ປັດຈຸບັນ, ກະຕ່າພາຍບ່າໄດ້ມີວາງຂາຍຢູ່ຕາມບັນດາຕະຫຼາດເຂດພູດອຍໄຕບັ໊ກ, ໄດ້ວາງສະແດງແລະແນະນຳຜະລິດຕະພັນຢູ່ຕາມບັນດາຮ້ານໃນງານຕະຫຼາດນັດ, ຫໍພິພິທະພັນຊົນເຜົ່າ, ເອື້ອຍນ້ອງແມ່ຍິງຊົມໃຊ້ເພືື່ອທຳການສະແດງຢູ່ບັນດາການແຂ່ງຂັນການສະແດງສິລະປະມະຫາຊົນ; ການແຂ່ງຂັນການສະແດງຊຸດອາພອນປະຈຳເຜົ່າ. ເຖິງວ່າເປັນພຽງເຄື່ອງໃຊ້ສອຍທຳມະດາໃນຊີວິດປະຈຳວັນກໍຕາມ, ແຕ່ກະຕ່າພາຍບ່າກໍປະກອບສ່ວນເຮັດໃຫ້ສວຍເອື້ອຍນ້ອງແມ່ຍິງເຜົ່າຜູ້ໄທຢູ່ ເຂດໄຕບັ໊ກມີຄວາມສວຍງາມຂຶ້ນຕື່ມ.
TAG
VOV/VOVworld/ກະ​​ຕ່າພາຍ​ບ່າ/​ແມ່​ຍິງ​ເຜົ່າຜູ້​ໄທ

More