ປະເພນີແອ່ວຄ່າສິນສົມລົດຂອງຊາວເຜົ່າໄຕ
27/03/2015 17:00
ກໍ່ເຊັ່ນດຽວກັບຫຼາຍຊົນເຜົ່າຢູ່ຫວຽດນາມ, ສຳລັບຊົນເຜົ່າໄຕ, ການສ້າງຄອບຄົວໃຫ້ລູກແມ່ນວຽກງານສຳຄັນທີ່ຮັບຄວາມເອົາໃຈໃສ່ຈາກທັງຄອບຄົວ ແລະ ວົງຕະກຸນ. ດັ່ງນັ້ນງານແຕ່ງດອງຈຶ່ງມີຫຼາຍພິທີການ ແລະ ໄດ້ຮັບການກຳນົດຢ່າງເຄັ່ງຄັດ.
(vovworld) - ກໍ່ເຊັ່ນດຽວກັບຫຼາຍຊົນເຜົ່າຢູ່ຫວຽດນາມ, ສຳລັບຊົນເຜົ່າໄຕ, ການສ້າງຄອບຄົວໃຫ້ລູກແມ່ນວຽກງານສຳຄັນທີ່ຮັບຄວາມເອົາໃຈໃສ່ຈາກທັງຄອບຄົວ ແລະ ວົງຕະກຸນ. ດັ່ງນັ້ນງານແຕ່ງດອງຈຶ່ງມີຫຼາຍພິທີການ ແລະ ໄດ້ຮັບການກຳນົດຢ່າງເຄັ່ງຄັດ. ຜ່ານພິທີການຕ່າງໆ, ເຈົ້າບ່າວຊາວເຜົ່າໄຕຕ້ອງສະແດງໃຫ້ຄອບຄົວຝ່າຍເຈົ້າສາວເຫັນໄດ້ຄວາມສະຫຼາດສະຫຼຽວ, ຄວາມຮັກ ກໍ່ຄືຄວາມສາມາດນຳເອົາຄວາມຜາສຸກມາໃຫ້ແຟນຂອງຕົນ. ຕາມປະເພນີທີ່ເປັນມູນເຊື້ອຂອງຊາວເຜົ່າໄຕ, ລາຍຈ່າຍເກືອບທັງໝົດໃນງານດອງໂດຍແມ່ນຄອບຄົວຝ່າຍເຈົ້າບ່າວຈ່າຍເອງ, ສ່ວນຄອບຄົວຝ່າຍເຈົ້າສາວພຽງແຕ່ໜູນຊ່ວຍສ່ວນໃດສ່ວນໜຶ່ງເທົ່ານັ້ນ. ເພື່ອສະແດງໃຫ້ເຫັນວ່າຄອບຄົວຕົນສາມາດເປັນບ່ອນອີງຢ່າງໝັ້ນຄົງໃຫ້ແກ່ລູກໃພ້, ເຖິງວ່າຈະຫຍຸ້ງຍາກຄືແນວໃດ, ຄອບຄົວຝ່າຍເຈົ້າບ່າວກໍ່ຕ້ອງຕອບສະໜອງສິນສົມລົດຢ່າງພຽງພໍໃຫ້ແກ່ຄອບຄົວຝ່າຍເຈົ້າສາວ.
TAG
vov/vovworld
ຊົນເຜົ່າ
Related








