ປະເພນີສູ່ຂໍ, ງານດອງຂອງຊາວເຜົ່າໄທດຳ ຢູ່ ແຂວງເຊີນລາ
26/05/2018 05:00
(VOVWORLD) -ຊົນເຜົ່າ ຜູ້ໄທ, ດຳລົງຊີວິດຕົ້ນຕໍຢູ່ເຂດທາງທິດຕາເວັນຕົກສ່ຽງເຫນືອ(ໄຕ່ບັກ ) ຫວຽດນາມ, ເປັນຊົນເຜົ່າທີ່ມີວັດທະນະທຳຫລາຍຮູບຫຼາຍສີ. ຊາວເຜົ່າ ຜູ້ໄທ ມີຈຸດວັດທະນະທຳອັນດີງາມຫຼາຍຢ່າງ, ພິເສດແມ່ນປະເພນີ ສູ່ຂໍ, ງານດອງ. ຕາມຮີດຄອງປະເພນີແລ້ວ, ການສູ່ຂໍ, ງານດອງ ແມ່ນສິ່ງທີ່ສຳຄັນຍິ່ງໃນຕະຫຼອດຊີວິດຂອງຄົນຜູ້ຫນຶ່ງ ສະນັ້ນ ທັງວົງຄະນະຍາດ ແລະ ບັນດາຄອບຄົວຊາວເຜົ່າຜູ້ໄທຖືເລື່ອງນີ້ແມ່ນສິ່ງສຳຄັນທີ່ສຸດ.

ຜູ້ຊາຍ, ຜູ້ຍິງຊາວເຜົ່າ ໄທດຳ ຢູ່ ເຊີນລາ, ເມື່ອເຕີບໃຫຍ່ຂຶ້ນ, ຢາກເອົາເມຍ ຫຼື ເອົາຜົວ ລ້ວນແຕ່ໄດ້ຊອກຮູ້ກັນເອງແບບເສລີ, ມີໜ້ອຍຄົນຖືກພໍ່ແມ່ຈັດຫາໃຫ້. ພໍ່ແມ່ພີ່ນ້ອງຢູ່ທີ່ນີ້ມີຄວາມສຳນຶກວ່າ ຜູ້ຊາຍຢາກໄດ້ເມຍແມ່ນຕ້ອງຂະຫຍັນໝັ່ນພຽນອອກແຮງງານ, ພິເສດແມ່ນຕ້ອງຮູ້ຈັກເຖິງການຈັກສານເຄື່ອງໃຊ້ຂອງສອຍ. ຜູ້ຍິງແມ່ນຕ້ອງຮູ້ຈັກຫຍິບປັກຖັກແສ່ວຜ້າປຽວ (ແພຄຽນຫົວ ຫຼື ຜ້າປົກຫົວຂອງແມ່ຍິງຊາວເຜົ່າ ໄທດຳ), ຮູ້ຕ່ຳແຜ່ນທໍໄໝ. ເມື່ອຄູ່ບ່າວສາວໄດ້ຮັກແພງກັນ ແລະ ຢາກເປັນຜົວເມຍກັນ ແມ່ນທາງຝ່າຍເຈົ້າບ່າວຕ້ອງໃຫ້ແມ່ສື່ ພ້ອມກັບພີ່ນ້ອງຄົນ 01 ໃນວົງຕະກູນນຳເອົາເຄື່ອງຂອງ ເຊິ່ງລວມມີ ໝາກກ້ວຍ ແລະ ອ້ອຍໄປເຮືອນຝ່າຍເຈົ້າສາວເພື່ອທາບທາມ, ຂໍໃຫ້ລູກຊາຍຕົນໄດ້ໄປມາຫາສູ່ກັບຝ່າຍເຈົ້າສາວ ເພື່ອຊອກຮູ້ເຊິ່ງກັນ ແລະ ກັນ. ທ່ານ ເລື່ອງວັນມວນ ຢູ່ບ້ານ ເລົ່າ, ຕາແສງ ຈ່ຽງເລ່, ນະຄອນ ເຊີນລາ ໃຫ້ຮູ້ວ່າ: “ ຜູ້ ບ່າວ ຖ້າ ຫາກ ມັກ ຜູ້ ສາວ ຕ້ອງ ໄປ ຢູ່ ເປັນ ເຂີຍ . ໄລ ຍະ ເວ ລາ ຢູ່ເປັນ ເຂີຍ ແຕ່ 2 – 3 ປີ . ໂດ ຍ ໄດ້ ຮັບ ອະ ນຸ ຍາດ ໃຫ້ ຖື ມີ ດ , ໂສ້ງ ເສື້ອມາ ເຮືອນ ຝ່າຍ ຍິງ ເພື່ອ ມາຢູ່ມາ ກິນ , ແລະ ເຮັດ ວຽກ ແຕ່ໄດ້ນອນຢູ່ ຫ້ ອງ ຕ່າງ ຫາກ . ພ້ອມ ກັນ ນັ້ນ ກ ໍ ເພື່ອ ເປັນ ການ ທົດ ສອບ ວ່າ ຜູ້ ຊາຍ ມີ ຄວາມຂະ ຫຍັນ ໝັ່ ນ ພຽນ ໃນ ການ ທຳ ມາ ຫ າ ກິນ ຫຼືບໍ່ , ມີ ຄວ າມ ຄ່ອງ ແຄ້ວ ແລະ ຫ້າວ ຫັນ ບໍ່ . ຖ້າ ຫ າກເຮືອນ ຝ່າຍ ຍິງ ເຫັນ ດີ ແມ່ນ ຈະ ຈັດ ງານ ແຕ່ງ ດອງໃຫ້ . ຖ້າບໍ່ ເຫ ັນ ດີ ແມ່ນ ຈະ ບໍ່ ໄດ້ ແຕ່ງ ດອງ ”. ຜ່ານໄລຍະເວລາການທົດສອບນັ້ນ, ຖ້າເພິ່ງພໍໃຈ ແມ່ນທາງຝ່າຍເຈົ້າສາວຈະສົ່ງຂ່າວແຈ້ງໃຫ້ທາງຝ່າຍເຈົ້າບ່າວຊາບວ່າ ໄດ້ເຫັນດີພໍໃຈໃນຕົວຂອງລູກຊາຍ ແລະ ເຫັນດີໃຫ້ຈັດຕັ້ງງານສົມລົດ. ທາງຝ່າຍເຈົ້າບ່າວຈະເລືອກເອົາມື້ສັນວັນດີເພື່ອໃຫ້ເຈົ້າໂຄດລຸງຕາ ພ້ອມກັບຜູ້ຕາງໜ້າໃນຄອບຄົວຝ່າຍເຈົ້າບ່າວມາເຮືອນຝ່າຍເຈົ້າສາວ ເຮັດພິທີສູ່ຂໍ. ເຄື່ອງຂອງຄ່າດອງແມ່ນ ໝູໜັກ 20 ກິໂລ, ໄກ່ຜູ້ ແລະ ໄກ່ແມ່ 1 ຄູ່ ເພື່ອໃຫ້ຝ່າຍຍິງບູຊາບັນພະບູລຸດ, ເຫຼົ້າຂາວ 10 ລິດ, ເຂົ້າສານໜຽວ 10 ກິໂລ ເພື່ອເຮັດພາເຂົ້າເຊີນຍາດຕິພີ່ນ້ອງຄອບຄົວຝ່າຍຍິງ. ມື້ຕໍ່ມາແມ່ນມີແຕ່ສອງຄອບຄົວປຶກສາຫາລືເລືອກມື້ສັນວັນດີເພື່ອຈັດງານແຕ່ງດອງ.
TAG
VOV/VOVworld/ສູ່ຂໍ/ງານດອງ/ໄທດຳ/ເຊີນລາ
Related
More








