ປະເພນີສູ່ຂໍ, ງານດອງທີ່ເປັນເອກະລັກສະເພາະຂອງຊາວເຜົ່າ ໝາງ ຢູ່ ລາຍເຈົາ
02/06/2018 05:00
(VOVWORLD) -ພໍ່ແມ່ຂອງເຈົ້າສາວເອົາໄກ່ຜູ້ໄກ່ແມ່ຄູ່ໜຶ່ງໃຫ້ລູກສາວເພື່ອເຮັດແນວ, ດ້ວຍຄວາມປາດຖະໜາວ່າ ຊີວິດຂອງຄູ່ສ້າງຄອບຄົວໃໝ່ຈະມີຄວາມສຸກ

ຊົນ ເຜົ່າ ໝາງ ແມ່ນ ຊົນ ເຜົ່າ ທີ່ມີພົນລະເມືອງໜ້ ອຍ ດຳ ລົງ ຊີ ວິດ ຕົ້ນ ຕ ໍ ຢູ່ ບັນ ດາ ເມືອງ ສິ່ນ ໂຮ່ , ເມື່ອງ ແຕ່ , ຟອງ ໂ ຖ, ເມື່ອງ ໄລ , ແຂວງ ລາຍ ເຈົາ , ຫວຽດ ນາມ . ກໍຄື ກັນ ກັ ບ ຊົນ ເຜົ່າ ອ້າຍ ນ້ອງອື່ນໆ , ຊາວ ເຜົ່າ ໝາງ ກ ໍ ມີ ຈຸດ ວັດ ທະ ນະ ທຳ ຊົນ ເຜົ່າຫຼາຍ ຢ່າງ ທີ່ ເປັນ ເອ ກະ ລັກ ສະ ເພາະ ແລະ ໄດ້ ຮັບ ຄວາມ ເຄົາ ລົບ ນັບ ຖື ແລະອະນຸລັກ ຮັກ ສາ ຈ າ ກພໍ່ ແມ່ ພີ່ນ້ອງມາ ເຖິງປັດ ຈຸ ບັນ . ປະ ເພ ນີ ສູ່ ຂໍ, ງານ ດອງ ຂອງຊາວ ເຜົ່າ ໝາງ ຢ ູ່ຕາ ແສງ ນ້ຳ ບານ , ເມືອງ ນ ້ຳ ຍູ່ນ , ແຂວງ ລາຍ ເຈົາ ແມ່ນ ຕົວ ຢ່າງ ໜຶ່ງ . ບົດ ຂຽນ ຂອງ ແຈ໋ ວ ທູ , ນັກ ຂ່າວ VOV. ຕາມປົກກະຕິແລ້ວ ຊາວເຜົ່າ ໝາງເຄີຍເລືອກເອົາມື້ແຕ່ງດອງໃນຈຸດເວລາທີ່ລະດູທຳການຜະລິດໄດ້ເກັບກ່ຽວສຳເລັດ. ມື້ແຕ່ງດອງຕ້ອງແມ່ນມື້ສັນວັນດີ, ໄລຍະເວລາແມ່ນປະມານແຕ່ເດືອນ 10 (ໄລ່ຕາມຈັນທະປະຕິທິນ)ຂອງປີທີ່ແລ້ວຫາເດືອນ 3 ຂອງປີຕໍ່ມາ . ໃນມື້ແຕ່ງດອງ ທາງຝ່າຍເຈົ້າບ່າວຈະນຳເອົາເຄື່ອງຂອງໃນການເຮັດພິທີມາເຮືອນຝ່າຍຍິງ ເຊິ່ງລວມມີ: ເງິນກີບຂາວ 20 ຫຼຽນ, ໝູໜັກ 200 kg, ໄກ່ ແຕ່ 9 – 11 ໂຕ, ເຫຼົ້າໄຫ 1 ໄຫ, ເຂົ້າສານໜຽວ 20 kg ແລະ ແຜ່ນແພເປັນຈຳນວນຫຼາຍ... ສິ່ງທີ່ສຳຄັນກວ່າໝູ່ໃນຈຳນວນເຄື່ອງຂອງເຮັດພິທີທີ່ຝ່າຍເຈົ້າບ່າວນຳມາເຮືອນຝ່າຍເຈົ້າສາວນັ້ນ ແມ່ນຊີ້ນກະຮອກ 2 ມັດ ຫຼື ຊີ້ນໜູປ່າທີ່ໄດ້ຕາກແຫ້ງແລ້ວ, ກະຮອກ ແລະ ໜູລວມກັນແລ້ວປະມານ 30 ໂຕຂຶ້ນໄປ. ຊີ້ນແຕ່ລະມັດ ຈະມັດດ້ວຍເສັ້ນຝ້າຍສີແດງ ແລະ ສີດຳມັດໃສ່ນຳກັນ. ໃນນັ້ນ ເສັ້ນຝ້າຍສີແດງເປັນສັນຍາລັກໃຫ້ແກ່ເຈົ້າບ່າວ ແລະ ເສັ້ນຝ້າຍສີດຳເປັນສັນຍາາລັກໃຫ້ແກ່ເຈົ້າສາວ. ກ່ອນຈະຮັບປະທານອາຫານ, ທາງຄອບຄົວຝ່າຍເຈົ້າບ່າວ ເຊິ່ງລວມມີ ເຈົ້າໂຄດລຸງຕາ, ເຈົ້າບ່າວ ແລະ ຕາງໜ້າຝ່າຍເຈົ້າບ່າວຄຸເຂົ່າກາບລົງຕໍ່ໜ້າ ພໍ່ເຖົ້າແມ່ເຖົ້າ ພໍ່ແມ່ຂອງເຈົ້າສາວ ເພື່ອສະແດງຄວາມຮູ້ບຸນຄຸນທີ່ເຂົາເຈົ້າໄດ້ໃຫ້ກຳເນີດຍິງສາວຜູ້ທີ່ງາມທັງກາຍ ແລະ ໃຈ ຫຼັງຈາກນັ້ນ ຕໍ່ຫນ້າການເປັນສັກຂີພິຍານຂອງພໍ່ແມ່ພີ່ນ້ອງທີ່ໄດ້ມາຮ່ວມພິທີງານດອງ, ຝ່າຍເຈົ້າບ່າວຍັງຄົງສືບຕໍ່ຄຸເຂົ່າກາບທຸກຄົນເພື່ອຂອບອົກຂອບໃຈ ແລ້ວກໍຂໍຮັບໃພ້ໃໝ່ເມືອເຮືອນຜົວ. ລຸງ ຈີ່ນແມແລງ ເຊິ່ງເປັນປະຊາຊົນຢູ່ບ້ານ ນ້ຳໂອ, ຕາແສງ ນ້ຳບານ, ເມືອງ ນ້ຳຍູ່ນ ໃຫ້ຮູ້ວ່າ: “ ຕອນ ແລງ ຂອງມື້ ຈັດ ງານດ ອງນັ້ນ ທ າງຝ່າຍ ເຈົ້າບ່າວ ຕ້ອງນ ຳ ເອົ າ ບັນ ດາ ເຄື່ອງ ຂອງ ໃນ ການ ເຮັດ ພິ ທີ ມາ ເຮືອນ ຝ່າຍ ຍິງຢ່າງຄົບຖ້ວນ ຄື ເງິນ ຂາວ , ເຫຼົ້າ , ເຂົ້າ ສານ .... ຕອນ ຄ່ຳ ທ າງ ຄອບຄົວ ຝ່າຍ ຍິງ ຈະຂ້ າ ໄກ່ ຜູ້ ເພື່ອເຊື້ອເຊີນ ທາງ ຝ່າຍ ຊາຍ , ຫຼັງຈາກນັ້ນ ແລ້ວ ຈະ ເບິ່ງ ຫົວ ແລະ ຕີນ ຂອງ ໄກ່ ນັ້ນ , ຖ ້າ ຫາກ ງາມ ດີ ແມ່ນ ຮຸ່ງ ເຊົ້າ ມື້ ຕໍ່ ມາກ ໍ ຈະ ພ າ ໃພ້ ເມືອ ເຮືອນ ຜົ ວ ເລີຍ ”.
TAG
VOV/VOVworld/ໝາງ/ລາຍເຈົາ/ງານດອງ
Related
More








