VOV WorldVOV World
ສິລະປະການຜະລິດຫນ້າໄມ້ ແລະ ການຍິງຫນ້າໄມ້ຂອງຊາວເຜົ່າເກີຕູ
09/08/2013 08:40
(vovworld)- ຜ່ານ​ການ​ຜັນ​ແປ​ຫລາຍ​ຢ່າງ, ຊາວ​ເຜົ່າ​ເກີ​ຕູ ຍັງ​ຄົງ​ຮັກສາ​ເຄັດ​ລັບ​ກ່ຽວ​ກັບ​ເຕັກນິກ​ຜະລິດ​ຫນ້າ​ໄມ້
ສິລະປະການຜະລິດຫນ້າໄມ້ ແລະ ການຍິງຫນ້າໄມ້ຂອງຊາວເຜົ່າເກີຕູ
(vovworld)- ຊາວ​ເຜົ່າ​ເກີ​ຕູ ​ເຄີຍ​ເອີ້ນ​ຫນ້າ​​ໄມ້​ແມ່ນ​ຫນ້າ​ສັກສິດ, ຕາມ​ພາສາ​ເວົ້າ​ຂອງ​​ເຜົ່າ​ເກີ​ຕູ​ແມ່ນ ປາ​ແນ​ງ. ຜ່ານ​ການ​ຜັນ​ແປ​ຫລາຍ​ຢ່າງ, ຊາວ​ເຜົ່າ​ເກີ​ຕູ ຍັງ​ຄົງ​ຮັກສາ​ເຄັດ​ລັບ​ກ່ຽວ​ກັບ​ເຕັກນິກ​ຜະລິດ​ຫນ້າ​ໄມ້ ​ແລະ​ ແຕ່​ລະ​ມື້​ຍັງ​​​ຄົງຝືກ​ແອບ​ຍິງ​ຫນ້າ​ຢູ່. ປະຈຸ​ບັນ ບ້ານ​ເບີ​ຮົ່ງ 1 ຕາ​ແສງ ຊົງ​ກົນ ​ເມືອງ​ດົງ​ຢາງ ​ແມ່ນ​ແຫ່ງ​ທີ່ມີ​ນັກ​ກິລາຍິງ​ຫນ້າ​​ໄມ້ຫລາຍ​ຄົນ ​ແລະ ກໍ​ແມ່ນ​ບ່ອນ​ທີ່ຍັງ​ຮັກສາ ​ແລະ ສືບ​ທອດ​ສິລະ​ປະ​ຜະລິດ​ຫນ້າ​​ໄມ້ຂອງ​ແຂວງ ກ໋ວາງ​ນາມ. ​ໃນ​ລາຍການ​ສີສັນ 54 ຊົນ​ເຜົ່າ​ພາກ​ນີ້ ​ເຊີນ​ທ່ານ​ຢ້ຽມຢາມ ບ້ານ​​ເບີ່​ຮົ່ງ 1 ​ເພື່ອ​ຊອກ​ຮູ້​ກ່ຽວ​ກັບ​ສິລະ​ປະ​ຜະລິດ​ຫນ້າ​ໄມ້ ​ແລະ ຍິງ​ຫນ້າ​ໄມ້ ຂອງ​ຊາວ​ເຜົ່າ​ເກີ​ຕູ ຜ່ານ​ບົດ​ຂຽນ​ຂອງ​ນັກ​ຂ່າວ ລານ​ແອ​ງ.
TAG
ຫນ້າໄມ້