VOV WorldVOV World
ທາຍທິລຽນ, ນາຍຄູ, ນັກສິລະປິນ, ນັກເສບດົນຕີ Piano ດີເດັ່ນ ຂອງຫວຽດນາມ
23/12/2017 10:23
(VOVWORLD) -ມີນັກສິລະປິນຜູ້ຫນຶ່ງໄດ້ຕິດພັນກັບເຄື່ອງດົນຕີ Piano ມາເປັນເວລາ ເກືອບ ສະຕະວັດ. ນັ້ນແມ່ນສາດສະດາຈານ, ນາຍຄູປະຊາຊົນ ທາຍທິລຽນ. ທ່ານນາງ ແມ່ນຫນຶ່ງໃນນັກສິລະປິນ, ນັກດົນຕີ 7 ຄົນມີຜົນງານໃນການສ້າງຕັ້ງສະຖາບັນດົນຕີ ຮ່າໂນ້ຍ, ປະຈຸບັນ ແມ່ນສະຖາບັນດົນຕີແຫ່ງຊາດຫວຽດນາມ ແລະ ກໍ່ແມ່ນຜູ້ມີຄຸນງາມຄວາມດີອັນໃຫຍ່ຫລວງໃນການສ້າງແຫລ່ງອາລົມໃນການປະດິດແຕ່ງດົນຕີ, ບຳລຸງສ້າງໃຫ້ລູກສິດຫລາຍລຸ້ນຄົນກາຍເປັນນັກສິລະປິນທີ່ມີຊື່ສຽງ. ບົດຂຽນຂອງ ນັກຂ່າວ ງອກງ່າ.
ທາຍທິລຽນ, ນາຍຄູ, ນັກສິລະປິນ, ນັກເສບດົນຕີ Piano ດີເດັ່ນ ຂອງຫວຽດນາມ
 ນາຍຄູ, ນັກສິລະປິນ, ນັກເສບດົນຕີ Piano ທາຍທິລຽນ ນາຍຄູປະຊາຊົນ, ນັກສິລະປິນປະຊາຊົນ ທາຍທິລຽນໄດ້ລື້ງເຄີຍກັບເຄື່ອງດົນຕີ Piano ນັບແຕ່ຄາວມີອາຍຸ 4 ປີ ແລະ Pianoໄດ້ຕິດພັນກັບຊີວິດຂອງທ່ານນາງມາເປັນເວລາເກືອບ ສັດຕະວັດຫນຶ່ງ. ປະຈຸບັນ ນັກສິລະປິນປະຊາຊົນ ພວມມີອາຍຸ 100 ປີ ແຕ່ທ່ານນາງຍັງຄົງສືບຕໍ່ເສບເຄື່ອງດົນຕີ Piano ທຸກມື້.
TAG
VOV/VOVworld/ນັກສິລະປິນເສບ Piano