VOV WorldVOV World
ບັນດາຈົດໝາຍແຕ່ສະໄໝສົງຄາມ: ຄວາມມຸ້ງຫວັງສັນຕິພາບຂອງຊາດຫວຽດນາມ
20/08/2017 17:00
(VOVWORLD) - “ບັນດາຈົດໝາຍແຕ່ສະໄໝສົງຄາມຢູ່ ຫວຽດນາມ“ ແມ່ນໜຶ່ງໃນບັນດາປື້ມທີ່ພົ້ນເດັ່ນ, ໃນຕູ້ປື້ມ “ຍືນຍົງຄົງຕົວໃນອາຍຸຊາວປີ“ ຂອງນັກປະພັນ, ພົນເອກ ດັ້ງເວືອງຮຶງ, ເຊິ່ງຫາກໍ່ໄດ້ຮັບການເຊີດຊູໃນພິທີມອບລາງວັນເນື່ອງໃນໂອກາດສະເຫຼີມສະຫຼອງວັນທະຫານເສຍອົງຄະ, ນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດ
ບັນດາຈົດໝາຍແຕ່ສະໄໝສົງຄາມ: ຄວາມມຸ້ງຫວັງສັນຕິພາບຂອງຊາດຫວຽດນາມ
ຄົບຮອບ 70 ປີ (27/7/1947-27/7/2017). ນີ້ແມ່ນກິດຈະກຳທີ່ມີລັກສະນະມະນຸດສາດຢ່າງເລິກເຊິ່ງ, ມີກຳລັງແຜ່ຂະຫຍາຍຢ່າງກວ້າງຂວາງໃນໝູ່ຊາວໜຸ່ມ ຫວຽດນາມ. ກອງປະຊຸມ ບັນດາຈົດໝາຍແຕ່ສະໄໝສົງຄາມ  ປື້ມ “ ບັນດາຈົດໝາຍຈາກສະໄໝສົມຄາມຢູ່ ຫວຽດນາມ “ ແມ່ນຜົນແຫ່ງການຂົນຂວາຍ, ຄົ້ນຄ້ວາ, ຮຽບຮຽງ ແລະ ພິມຈຳໜ່າຍປື້ມ “ ບັນດາຈົດໝາຍ ແລະ ປື້ມບັນທຶກປະຈຳວັນໃນສະໄໝສົງຄາມຢູ່ ຫວຽດນາມ “, ເຊິ່ງໄດ້ຮັບການປະຕິບັດໃນໄລຍະ 10 ປີ (2005 – 2015). ເນື່ອງໃນໂອກາດສະເຫຼີມສະຫຼອງ 30 ປີ ແຫ່ງວັນປົດປ່ອຍພາກໃຕ້ຢ່າງສົມບູນທ້ອນໂຮມປະເທດຊາດເປັນເອກະພາບ (30/4/1975 - 30/4/2015). ປື້ມຫົວນີ້ປະກອບມີຈົດໝາຍ 300 ສະບັບຂອງ 127 ຄົນ. ຜູ້ຂຽນຈົດໝາຍແມ່ນຂຶ້ນກັບທຸກພາກສ່ວນໃນສັງຄົມ, ຈາກປະທານປະເທດຕະຫຼອດຮອດຊາວກະສິກອນ, ກຳມະກອນ, ທະຫານ, ຊາວໜຸ່ມຕະລຸມບອນ… ເຂົ້າເຈົ້າລ້ວນແຕ່ໄດ້ຜ່ານຜ່າສົງຄາມໂດຍກົງ. ນັກປະພັນ, ພັນເອກ ດັ້ງເວືອງຮຶງ, ຫວນຄືນວ່າ: “ ປີ 2004, ມີນັກຄົ້ນຫາຮຽບຮຽງຊາວ ອາເມລິກາຜູ້ໜຶ່ງມາ ຫວຽດນາມ ຊອກຫາ, ເຕົ້າໂຮມບັນດາຈົດໝາຍແຕ່ສະໄໝສົງຄາມ ແລະ ທ່ານຜູ້ນັ້ນໄດ້ພົບກັບຂ້າພະເຈົ້າໂດຍບັງເອີນ. ຫຼັງຈາກນັ້ນ, ຂ້າພະເຈົ້າໄດ້ເກີດແນວຄວາມຄິດຈັດຕັ້ງການສະສົມຈົດໝາຍ, ເອກະສານແຕ່ສະໄໝສົງຄາມຢູ່ ຫວຽດນາມ. ພາຍໃນເວລາພຽງສັ້ນໆເທົ່ານັ້ນ, ຂ້າພະເຈົ້າໄດ້ຮັບຈົດໝາຍນັບໝື່ນສະບັບ ແລະ ປື້ມບັນທຶກປະຈຳວັນນັບພັນຫົວຈາກຍາດຕິພີ່ນ້ອງຂອງຜູ້ຂຽນ “. ໃນຕະຫຼອດໄລຍະສົງຄາມສອງຄັ້ງເພື່ອຕ້ານລ່າເມືອງຂຶ້ນຝລັ່ງ ແລະ ຈັກກະພັດ ອາເມລິກາ ກູ້ຊາດນັ້ນ, ມີຈົດໝາຍບໍ່ຈັກວ່າເທົ່າໃດສະບັບຖືກຂຽນຢູ່ແນວຫຼັງ ແລະ ແນວໜ້າ. ນັ້ນແມ່ນແຫຼ່ງເອກະສານທີ່ອຸດົມສົມບູນ, ມີຊີວິດຊີວາ ແລະ ເປັນຄວາມຈິງກ່ຽວກັບປະຫວັດແຫ່ງການຕໍ່ສູ້ປົກປັກຮັກສາປະເທດຊາດທີ່ຍິ່ງໃຫຍ່, ພິລະອາດຫານຂອງຊາດ ຫວຽດນາມ. ນັກຄົ້ນຄ້ວາປະຫວັດສາດ ເຢືອງຈູງກວົກ, ຖືວ່າ: “ ປະຫວັດສາດໂດຍມະນຸດສ້າງຂຶ້ນ. ສະນັ້ນບັນດາຈົດໝາຍເຖິງວ່າຈະເບົາບາງຄືແນວນີ້ກໍ່ຕາມ, ແຕ່ພັດມີຄຸນຄ່າທີ່ສຸດ. ເມື່ອເຕົ້າໂຮມບັນດາຈົດໝາຍເຫຼົ່ານັ້ນເຂົ້າ, ພວກເຮົາສາມາດເຫັນໄດ້ໄລຍະປະຫວັດສາດທີ່ໄດ້ຜ່ານໄປ ບັນດາຄຸນຄ່າດັ່ງກ່າວໄດ້ເປັນກຳລັງແຜ່ຂະຫຍາຍໃຫ້ແກ່ລຸ້ນໜຸ່ມ “. “ບັນດາຈົດໝາຍແຕ່ສະໄໝສົງຄາມຢູ່ ຫວຽດນາມ“. ປະກອບດ້ວຍຫຼາຍເລື່ອງທີ່ເຕັມໄປດ້ວຍຄວາມສະເທືອນໃຈທີ່ສຸດ. ນັ້ນອາດຈະແມ່ນຄວາມຮັກລະຫວ່າງຄູ່ບ່າວສາວ, ອາລົມຈິດຂອງບັນດາຜູ້ທີ່ມີເລືອດເນື້ອດຽວກັນ, ນ້ຳໃຈເພື່ອນມິດ, ສະຫາຍ, ສາຍໃຈລະຫວ່າງທະຫານ - ປະຊາຊົນ. ບັນດາຈົດໝາຍສ່ອງແສງເຖິງຄວາມດຸເດືອດໃນສະໄໝສົງຄາມ, ຈິດໃຈສູ້ຮົບຢ່າງພິລະອາດຫານ, ພ້ອມແລ້ວທີ່ຈະເສຍສະຫຼະຊີວິດເພື່ອເອກະລາດ, ເສລີພາບແຫ່ງຊາດຂອງກອງທັບ ແລະ ປະຊາຊົນ ຫວຽດນາມ. ບັນດາຈົດໝາຍໄດ້ສະແດງໃຫ້ເຫັນຄວາມເຊື່ອໝັ້ນຕໍ່ໄຊຊະນະ, ຄວາມມຸ້ງຫວັງຕໍ່ສັນຕິພາບຂອງຊາດຫວຽດນາມ. ພົນຈັດຕະວາ ຟານວັນລາຍ, ວິລະຊົນກຳລັງປະກອບອາວຸດປະຊາຊົນ ເລົ່າສູ່ຟັງວ່າ: “ ອ້າຍນ້ອງພວກຂ້າພະເຈົ້າຢູ່ສະໜາມຮົບ, ເມື່ອໄດ້ຮັບຈົດໝາຍຈາກເມຍ, ລູກຜູ້ໃດກໍ່ຮູ້ສຶກສະເທືອນໃຈຈົນນຳ້ຕາອອກ ຍ້ອນຄິດຮອດຄິດເຖິງລູກເມຍຫຼາຍ. ແຕ່ຕ້ອງລະງັບໃຈໄວ້ຍ້ອນຄວາມຮັກປະເທດຊາດ, ຄວາມຄຽດແຄ້ນສັດຕູໃນເວລານັ້ນແມ່ນເລິກເຊິ່ງທີ່ສຸດ. ຈົດໝາຍຈາກສະໄໝສົງຄາມໄດ້ຂຽນຄືນຂີດໝາຍອັນພິລະອາດຫານໃນໄລຍະແຫ່ງການຕໍ່ຕ້ານທີ່ຍິ່ງໃຫຍ່ຂອງຊາດ “. ກອງປະຊຸມສຳມະນາບັນດາຈົດໝາຍແຕ່ສະໄໝສົງຄາມ 
TAG
VOV/VOVworld/ຈົດໝາຍແຕ່ສະໄໝສົງຄາມ