VOV WorldVOV World
ບຸນເຕັດໃນຫນ້າຫນັງສືພິມລະດູບານໃຫມ່ປີກຸນ 2019
07/02/2019 23:00
(VOVWORLD) - ບັນຍາກາດຕ້ອນຮັບລະດູບານໃຫມ່ຢ່າງເບີກບານມ່ວນຊື່ນຂອງປະຊາຊົນຫວຽດນາມໃນທຸກແຖບຖິ່ນຂອງປະເທດຊາດກໍ່ຄືການຕ້ອນຮັບບຸນເຕັດຊາວຫວຽດນາມຢູ່ຕ່າງປະເທດ ລ້ວນແຕ່ໄດ້ສ່ອງແສງໃຫ້ເຫັນຢ່າງມີຊີວິດຊີວາໃນບັນດາຫນ້າຫນັງສືພິມລະດູບານໃຫມ່ປີ 2019. ຮີດຄອງປະເພນີຕ້ອນຮັບບຸນເຕັດ, ບັນດາງານບຸນໃນລະດູບານໃຫມ່ຢູ່ທຸກແຖບຖິ່ນຂອງປະເທດຊາດກໍ່ໄດ້ສ່ອງແສງຢ່າງລະອຽດແລະຄົບຖ້ວນໃນຫນັງສືພິມລະດູບານໃຫມ່ປີນີ້.
ບຸນເຕັດໃນຫນ້າຫນັງສືພິມລະດູບານໃຫມ່ປີກຸນ 2019
ເມື່ອໂອກາດບຸນເຕັດວຽນມາ, ທຸກແຂວງ, ນະຄອນ ໃນທົ່ວປະເທດໄດ້ຈັດຕັ້ງວັນບຸນຫນັງສືພິມລະດູບານໃຫມ່ ເພື່ອວາງສະແດງບັນດາຫນັງສືພິມບຸນເຕັດຂອງທ້ອງຖິ່ນ ແລະ ສູນກາງ. ທ່ານ ຫງວຽນວຽມຮ່ວາງ ຮອງປະທານຜູ້ປະຈຳການສະມາຄົມນັກຂ່າວ ນະຄອນ ຮ່າໂນ້ຍ, ຫົວຫນ້າ ຄະນະຈັດຕັ້ງວັນບຸນຫນັງສືພິມລະດູບານໃຫມ່ ຮ່າໂນ້ຍ ປີ 2019 ໃຫ້ຮູ້ວ່າ: “ປີນີ້ ວັນບຸນຫນັງສືພິມລະດູບານໃຫມ່ ຮ່າໂນ້ຍ ໄດ້ດຶງດູດ 25 ຫົວຫນ່ວຍເຂົ້າຮ່ວມ. ເຖິງວ່າປະຈຸບັນ ພາຫະນະສື່ມວນຊົນແມ່ນທັນສະໄຫມ ແຕ່ຍັງມີຫລາຍຄົນຍັງຢາກອ່ານຫນັງສືພິມລະດູບານໃຫມ່. ສຳລັບຜູ້ສູງອາຍຸ, ຫນັງສືພິມລະດູບານໃຫມ່ ແມ່ນຂອງຂວັນທີ່ຂາດບໍ່ໄດ້ໃນຊີວິດ.”
TAG
VOV/VOVworld/​ທິວ​ທັດ​ທຳ​ມະ​ຊາດ/ໜັງສືພິມລະດູບານໃໝ່