ບຸນຢ້ອງ, ສັນຍາລັກແຫ່ງຄວາມຫວັງມີອິດສະຫຼະພາບ
12/05/2014 09:31
ແທ໋ງຢ້ອງ ແມ່ນໜຶ່ງໃນອໍລະຫັນ 4 ອົງທີ່ອະມະຕະໃນການເຫຼື້ອມໃສພື້ນເມືອງ ຫວຽດນາມ. ປະຈຸບັນ, ຊາວຫວຽດນາມໄດ້ບູຊາແທ໋ງຢ້ອງ ແລະ ຈັດງານບຸນ ອາໄລຫາຢູ່ຫຼາຍແຫ່ງໃນທົ່ວປະເທດ

ແທ໋ງຢ້ອງ ແມ່ນໜຶ່ງໃນອໍລະຫັນ 4 ອົງທີ່ອະມະຕະໃນການເຫຼື້ອມໃສພື້ນເມືອງ ຫວຽດນາມ. ປະຈຸບັນ, ຊາວຫວຽດນາມໄດ້ບູຊາແທ໋ງຢ້ອງ ແລະ ຈັດງານບຸນ ອາໄລຫາຢູ່ຫຼາຍແຫ່ງໃນທົ່ວປະເທດ. ແຕ່ງານບຸນຢ້ອງຢູ່ຕາແສງ ຟູ່ດົງ ເມືອງຢາເລີມ, ຮ່າໂນ້ຍ ແມ່ນງານບຸນໃຫຍ່ຢູ່ເຂດທົງພຽງແມ່ນ້ຳແດງ. ພິທີແຫ່ວໍໃນບຸນຢ້ອງ (ພາບ:baohanoi) ບຸນຢ້ອງ, ຊຶ່ງແມ່ນງານບຸນປະເພນີ ຖືກຈັດຂຶ້ນໃນກາງເດືອນ 4 ແຕ່ລະປີ ໂດຍໄລ່ຕາມຈັນທະປະຕິທິນ. ງານບຸນແມ່ນໂອກາດເພື່ອໃຫ້ຊາວຫວຽດນາມອາໄລຫາ ແລະ ສັນລະເສີນວິລະກຳທີ່ລືຊາຜາກົດຂອງນັກວິລະຊົນໄດ້ດັບສູນພວກສັດຕູ ເອີນ ທາງທິດເໜືອເຂົ້າມາຮຸກຮານ, ອັນໄດ້ເປີດໜ້າປະຫວັດສາດຄຳແຫ່ງການຕ້ານສັດຕູພາຍນອກເຂົ້າມາຮຸກຮານໃນສະໄໝລາດຊະວົງຮຸ່ງ. ນັກປະຫວັດ ສາດ ເລວັນລານ ໃຫ້ຮູ້ວ່າ :
TAG
vov/vovworld/ບຸນຢ້ອງ
Related








