VOV WorldVOV World
ຟື້ນຟູ, ປັບປຸງສິລະປະຂັບບູຊາໃນກາຈູ່
17/12/2017 17:00
(VOVWORLD) - ສິລະປະຂັບບູຊາຂອງກາຈູ່ເກືອບຄືວ່າຖືກເສື່ອມເສຍໄປແລ້ວ ຍ້ອນບໍ່ມີຜູ້ຂັບ. ພາຍຫຼັງຄົ້ນຄ້ວາ ກາຈູ່ ສົມທົບກັບການສະສົມ, ຟື້ນຟູມາເປັນເວລາ 3 ປີ, ນັກຄົ້ນຄ້ວາດົນຕີ ບູ່ຍຈ້ອງຮ່ຽນ (ສະຖາບັນວັດທະນະທຳ ສິລະປະ ຫວຽດນາມ) ແລະ ໜ່ວຍຮ່ວມງານ ໄດ້ຟື້ນຟູສິລະປະຂັບບູຊາທີ່ຖືກເສື່ອມເສຍໄປໃນ 60 ປີຜ່ານມາແລ້ວ ສຳເລັດຜົນ. ດ້ວຍຄວາມຊຳນານໃນການຂັບຮ້ອງ, ແລະ ການສະແດງຖືກກັບກິກິລິຍາທ່າທາງທີ່ເປັນມູນເຊື້ອ.
ຟື້ນຟູ, ປັບປຸງສິລະປະຂັບບູຊາໃນກາຈູ່
 ກຸ່ມຂັບກາຈູ່ ຟູທິ ພ້ອມກັບຂັບຕ່ວງ, ຂັບແຈ່ວ, ຂັບກາຍເລືອງ… ແລ້ວ, ຂັບກາຈູ່ແມ່ນສິລະປະຂັບຮ້ອງພື້ນເມືອງທີ່ເຕັມໄປດ້ວຍມູນເຊື້ອຂອງ ຫວຽດນາມ, ກາຈູ່ ກໍ່ແມ່ນມໍລະດົກວັດທະນະທຳທີ່ເປັນເອກະລັກສະເພາະຂອງບັນພະບຸລຸດ, ທີ່ມີການປະສານສົມທົບຢ່າງມີຊີວິດຊີວາລະຫວ່າງຂັບຮ້ອງກັບດົນຕີ. ນັບແຕ່ເດືອນກັນຍາ 2014, ນັກຄົ້ນຄ້ວາດົນຕີ ບູ່ຍຈ້ອງຮ່ຽນເລີ່ມຄົ້ນຄ້ວາຮູບການຂັບບູຊາໃນກາຈູ່. ໃນຈຸດເວລານັ້ນ, ມີພຽງພໍ່ເຖົ້າ ຫງວຽນຟູເດະ ເປັນນັກດົນຕີອາຊີບຜູ້ສຸດທ້າຍໃນສັະຕະວັດທີ 20 ເທົ່ານັ້ນ. ພໍ່ເຖົ້າ ຫງວຽນຟູເດະ ກໍ່ແມ່ນນັກສິລະປິນໜຶ່ງດຽວທີ່ເຄີຍເຂົ້າຮ່ວມການສະແດງຂັບກາຈູ່ທັງຮູບການຂັບບູຊາໄດ້, ສະນັ້ນສາມາດໃຫ້ຄໍາປຶກສາຢ່າງຊັດເຈນກ່ຽວກັບສິລະປະຂັບກາຈູ່ໄດ້. ທ້າຍປີ 2016, ນັກຄົ້ນຄວ້າດົນຕີ ບຸຍຈ້ອງຮ່ຽນ ໄດ້ຮັບການມອບໝາຍໃຫ້ປະຕິບັດໂຄງການ “ອານຸລັກຮັກສາການຂັບກາຈູ່ຢູ່ຮ່າໂນ້ຍຕາມວິທີສຳຜັດແບບໃໝ່ ” ຢ່າງເປັນທາງການຈາກ ສະຖາບັນວັດທະນະທຳສິລະປະ ຫວຽດນາມ. ຕົ້ນປີ 2017, ທ່ານໄດ້ສ້າງຕັ້ງກຸ່ມຂັບກາຈູ່ ຟູທິ, ຖືເອົາກຸ່ມນີ້ເປັນເປົ້າໝາຍໃນການປະຕິບັດລະບົບທິດສະດີທີ່ຫາກໍ່ຄົ້ນຄວ້າ. ແຕ່ລະເທື່ອເມື່ອຟື້ນຟູ, ສົມສົມໄດ້ບົດຂັບຮ້ອງໃດນັ້ນ, ນັກຄົ້ນຄວ້າດົນຕີ ບຸຍຈ້ອງຮ່ຽນ ກໍ່ໄປຍັງແຂວງ ຫາຍເຢືອງ ເພື່ອອາໄສ ພໍ່ເຖົ້າ ຫງວຽນຟູເດະ ປະເມີນຜົນໃຫ້. ເມື່ອທ່ານຄົ້ນຄວ້າສຳເລັດໂດຍພື້ນຖານນັ້ນ ນັກສິນລະປິນ ຫງວຽນຟູເດະ ກໍ່ເປັນພະຍາດ. ແຕ່ທ່ານກໍ່ບໍ່ທໍ້ຖອຍໃຈ, ຫາກສືບຕໍ່ອອກເຫື່ອເທແຮງຄົ້ນຄວ້າວິທີຂັບບູຊາໃນກາຈູ່. ນັກຄົ້ນຄວ້າດົນຕີ ບຸຍຈ້ອງຮ່ຽນ ໃຫ້ຮູ້ວ່າ :  
TAG
VOV/VOVworld/ຂັບບູຊາໃນກາຈູ່