ກາບກອນທີ່ປະດັບປະດາໃນສະຖາປັດຕະຍະກຳພະລາດຊະວັງເຫ້ວ- ມໍລະດົກເອກະສານໃຫມ່ຂອງໂລກ
06/06/2016 11:26
(vovworld)- ກາບກອນທີ່ປະດັບປະດາໃນສະຖາປັດຕະຍະກຳພະລາດຊະວັງເຫ້ວ ແມ່ນຫນຶ່ງໃນສອງມໍລະດົກຂອງຫວຽດນາມ ທີ່ຫາກໍໄດ້ຮັບຮອງຈາກ

(vovworld)- ກາບກອນທີ່ປະດັບປະດາໃນສະຖາປັດຕະຍະກຳພະລາດຊະວັງເຫ້ວ ແມ່ນຫນຶ່ງໃນສອງມໍລະດົກຂອງຫວຽດນາມ ທີ່ຫາກໍໄດ້ຮັບຮອງຈາກ ຄະນະກຳມະການລາຍການຄວາມຊົງຈຳໂລກ ພາກພື້ນ ອາຊີ ປາຊີຟີກ (MOWCAP) ເປັນມໍລະດົກວັດຖຸເອກະສານໂລກໃນວັນທີ 19/5/2016. ທີ່ກອງປະຊຸມ MOWCAP ດຳເນີນແຕ່ວັນທີ 18 -21/5/2016, ຢູ່ ນະຄອນ ເຫ້ວ ຂອງຫວຽດນາມ, ບັນດາຜູ້ຊ່ຽວຊານດ້ານມໍລະດົກວັດຖຸເອກະສານໂລກ ໄດ້ຕີລາຄາສູງລະບົບກາບກອນທີ່ປະດັບປະດາໃນສະຖາປັດຕະຍະກຳພະລາດຊະວັງເຫ້ວ ແລະ ຢັ້ງຢືນວ່າ ຄຸນຄ່າມໍລະດົກໂລກກຸ່ມປູຊະນີຍະສະຖານກຸງເກົ່າເຫ້ວ ບໍ່ພຽງແຕ່ມີຄວາມກົມກຽວລະຫວ່າງສະຖາປັດຕະຍະກຳ ແລະ ທຳມະຊາດເທົ່ານັ້ນ ຫາກນັບທັງບັນດາລວດລາຍປະດັບປະດາທີ່ເປັນເອກະລັກສະເພາະໃນລະບົບສະຖາປັດຕະຍະກຳຢູ່ທີ່ນີ້ອີກດ້ວຍ.
TAG
vovworld/ສະຖາປັດຕະຍະກຳ
Related








