ການນຳໃຊ້ວິທະຍາສາດເຕັກໂນໂລຢີໃນການອະນຸລັກຮັກສາວັດທະນະທຳຊົນເຜົ່າຜູ່ໄທ
23/07/2017 17:00
(VOVWORLD) - ໂດຍເປັນຫ່ວງເປັນໃຍຕໍ່ເລື່ອງວັດທະນະທຳຊົນເຜົ່າຈະຖືກເສື່ອມເສຍໄປ, ທ່ານ ກ່າວັນຈູງ, ຮອງຫົວໜ້າອຳນວຍການ ສູນວິທະຍາສາດ ແລະ ເຕັກໂນໂລຢີ ແຂວງ ເຊີນລາ, ໄດ້ມີການສະສົມ, ຄົ້ນຄ້ວາຫຼາຍຢ່າງ, ແລະ ນຳໃຊ້ວິທະຍາສາດ, ເຕັກໂນໂລຢີເຂົ້າໃນການອະນຸລັກຮັກສາວັດທະນະທຳຊົນເຜົ່າຜູ່ໄທ.

ການສອນ ແລະ ຮຽນພາສາໄທ, ປະຕິທິນການຜະລິດກະສິກຳທາງເຄືອຂ່າຍອິນເຕີແນດ ແລະ ການຫັນບັນດາບົດປະພັນວັນນະຄະດີຊົນເຜົ່າຜູ່ໄທເປັນດີຈີຕອນຂອງທ່ານ ໄດ້ຊ່ວຍໃຫ້ຊາວເຜົ່າຜູ່ໄທຢູ່ທີ່ນີ້ມີເງື່ອນໄຂຮັກສາ ແລະ ເສີມຂະຫຍາຍວັດທະນະທຳຂອງຊົນເຜົ່າຕົນຕື່ມອີກ.
TAG
VOV/VOVworld/ຊົນເຜົ່າຜູ່ໄທ
Related








