VOV WorldVOV World
ການຮ່ວມມືພົບປະແລກປ່ຽນວັດທະນະທຳ ຫວຽດນາມ - ສາທາລະນະລັດ ສະຫະພັນ ເຢັຍລະມັນ
05/11/2017 17:00
(VOVWORLD) - ວັດຖຸບູຮານຄະດີອັນລ້ຳຄ່າກວ່າ 400 ຢ່າງຂອງ ຫວຽດນາມ ທີ່ ວາງສະແດງສາມຄັ້ງຢູ່ ສາທາລະນະລັດ ສະຫະພັນ ເຢັຍລະມັນ ນັບແຕ່ເດືອນ ກໍລະກົດ 2016 ເຖິງເດືອນມັງກອນ 2018 ແລະ ງານລາຕີກາບກອນ “ການປະສານສົມທົບລະຫວ່າງກາບກອນເຢັຍລະມັນ ແລະ ດົນຕີພື້ນເມືອງ ຫວຽດນາມ“ ທີ່ຈັດຕັ້ງໃນເດືອນຕຸລາຜ່ານມາຢູ່ສະຖາບັນ Goethe ຮ່າໂນ້ຍ ນັ້ນ, ແມ່ນບັນດາປະກົດການທີ່ມີຊີວິດຊີວາກ່ຽວກັບການຮ່ວມມື ພົບປະແລກປ່ຽນວັດທະນະທຳລະຫວ່າງ ຫວຽດນາມ - ເຢັຍລະມັນໃນໄລຍະມໍ່ໆນີ້.
ການຮ່ວມມືພົບປະແລກປ່ຽນວັດທະນະທຳ ຫວຽດນາມ - ສາທາລະນະລັດ ສະຫະພັນ ເຢັຍລະມັນ
 ການຮ່ວມມືພົບປະແລກປ່ຽນວັດທະນະທຳ ຫວຽດນາມ - ສາທາລະນະລັດ ສະຫະພັນ ເຢັຍລະມັນ (ພາບ: Toquoc) ວັດຖຸບູຮານຄະດີອັນລ້ຳຄ່າກວ່າ 400 ຢ່າງຂອງ ຫວຽດນາມ ໃນງານວາງສະແດງທີ່ຫໍພິພິທະພັນ Reiss-Engelhorn ຢູ່ນະຄອນ Mannheim, ຂຶ້ນກັບລັດ Baden-Wuerttemberg, ທາງທິດຕາເວັນຕົກສ່ຽງໃຕ້ປະເທດ ເຢັຍລະມັນ ຍັງຄົງສ້າງຄວາມດຶງດູດຊາວ ເຢັຍລະມັນຢູ່. ນີ້ແມ່ນງານວາງສະແດງຄັ້ງທີສາມ ແລະ ກໍ່ແມ່ນສະຖານທີ່ສຸດທ້າຍຂອງງານວາງສະແດງ, ໃນຂອບເຂດບັນດາເຫດການຂຳ່ນັບຮັບຕ້ອນ 5 ປີແຫ່ງວັນສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງ ຫວຽດນາມ ແລະ ເຢັຍລະມັນ (2011-2017), ເພື່ອແນະນຳວັດທະນະທຳ ຫວຽດນາມ ເຖິງສາທາລະນະຊົນ ເຢັຍລະມັນ. ບັນດານັກຊ່ຽວຊານ ດ້ານວັດທະນະທຳຂອງ ຫວຽດນາມ ແລະ ເຢັຍລະມັນ ໄດ້ຮ່ວມເດີນທາງໃນໄລຍະ 9 ປີ ດ້ວຍການແລກປ່ຽນ, ປຶກສາຫາລື, ການຮ່ວມມືຫຼາຍຢ່າງເພື່ອຈັດຕັ້ງງານວາງສະແດງນີ້. ແລະ ເຂົາເຈົ້າຈະຮ່ວມມືນຳກັນຫຼາຍກວ່າອີກໃນການອະນຸລັກຮັກສາ ບັນດາວັດຖຸບູຮານຄະດີຂອງ ຫວຽດນາມ, ກໍ່ຄືຈັດຕັ້ງງານວາງສະແດງກ່ຽວກັບວັດທະນະທຳເຢັຍລະມັນ ຢູ່ ຮ່າໂນ້ຍ. ທ່ານ ຫງວຽນວັນເກື່ອງ, ຜູ້ອຳນວຍການຫໍພິພິທະພັນປະຫວັດສາດແຫ່ງຊາດ ຫວຽດນາມ, ໃຫ້ຮູ້ວ່າ: “ນອກຈາກລາຍການນີ້, ຝ່າຍເຢັຍລະມັນ ກໍ່ໄດ້ສ້າງພື້ນຖານ ແລະ ຊ່ວຍພວກເຮົາໃນການນຳໃຊ້ເຕັກໂນໂລຢີ, ເຕັກນິກເພື່ອໄຈ້ແຍກບັນດາແບບຢ່າງວັດຖຸບູຮານຄະດີຂອງພວກເຮົາເພື່ອກຳນົດພາກສ່ວນເຄມີ, ຟີຊິກ, ເປັນພື້ນຖານໃຫ້ແກ່ການຮັກສາບັນດາວັດຖຸບູຮານຄະດີ. ຄຽງຂ້າງນັ້ນຝ່າຍ ເຢັຍລະມັນ ຍັງຊ່ວຍພວກເຮົາໃນການບຳລຸງສ້າງວຽກງານຮັກສາວັດຖຸບູຮານຄະດີ. ຮັກສາວັດຖຸພັນບາງຢ່າງທີ່ມີມາກ່ອນນີ້ນັບພັນປີ ແລະ ພວມຢູ່ໃນສະຖານະການຕ້ອງອະນຸລັກຮັກສາດ່ວນ. ຝ່າຍ ເຢັຍລະມັນ ກໍ່ໄດ້ອຸປະຖຳໃຫ້ລາຍການຮັກສາວັດຖະບູຮານຄະດີຂອງພວກເຮົາອີກ“. ໃນຂະນະນັ້ນ, ພາຍຫຼັງການສະແດງຢູ່ສະຖາບັນ Goethe ຮ່າໂນ້ຍ ໃນວັນທີ 6 ຕຸລານັ້ນ. ວັນທີ 14 ຕຸລາ, ບັນດານັກສິລະປິນໃນກອງດົນຕີພື້ນ້ມືອງ ດົງກິງ ໄດ້ພ້ອມກັນສະແດງ ແລະ ຖ່າຍທຳລາຍການ “ປະສານສຽງລະຫວ່າງດົນຕີພື້ນເມືອງ ຫວຽດນາມ ກັບກາບກອນ ເຢັຍລະມັນ“ຢູ່ເຮືອນຫຼັງນ້ອຍໆໃນຖະໜົນ ຈົ່ວລ໋າງ, ຮ່າໂນ້ຍ. ສຽງດົນຕີ, ພ້ອມກັບຄຳກ່ອນ ໄດ້ພາໃຫ້ບັນດານັກສິລະປິນກັບຄືນສູ່ບັນຍາກາດທີ່ເຕັມໄປດ້ວຍຄວາມສະເທືອນໃຈຂອງການປະສານສົມທົບລະຫວ່າງວັດທະນະທຳສອງປະເທດ ຫວຽດນາມ - ເຢັຍລະມັນ ເຊິ່ງເຂົາເຈົ້າໄດ້ສ້າງຂຶ້ນຢູ່ສະຖາບັນ Goethe ຮ່າໂນ້ຍ ໃນວັນທີ 6 ຕຸລາຜ່ານມາ.
TAG
VOV/VOVworld/ຫວຽດນາມ/ສາທາລະນະລັດ ສະຫະພັນ ເຢັຍລະມັນ