VOV WorldVOV World
ຄວາມຮູ້ສຶກຕໍ່ລາຍການສະແດງສິລະປະ “ຄຳ່ຄືນຟັງສຽງຂັບລຳຄິດຮອດລຸງໂຮ່“
02/07/2017 17:00
(VOVWORLD) - ໃນຊຸມວັນເດືອນ 6 ປີ 1957, ຊາວບ້ານແຊນ (ບ້ານພໍ່ປູ່), ບ້ານຮ່ວາງຈູ່ (ບ້ານພໍ່ຕາ), ປະຊາຊົນເມືອງ ນາມດ່ານ ແລະ ທົ່ວແຂວງ ເງ້ອານ ເປັນກຽດໄດ້ຕ້ອນຮັບປະທານ ໂຮ່ຈີມິນ ກັບເມືອຢ້ຽມຢາມເປັນຄັ້ງທຳອິດ, ພາຍຫຼັງຫ່າງຈາກບ້ານເກີດມາເປັນເວລາຫຼາຍປີ.
ຄວາມຮູ້ສຶກຕໍ່ລາຍການສະແດງສິລະປະ “ຄຳ່ຄືນຟັງສຽງຂັບລຳຄິດຮອດລຸງໂຮ່“
ເວລານັ້ນ, ການນຳຜູ້ຍິ່ງໃຫຍ່ຂອງຊາດ, ໃນຊຸດໂສ້ງເສື້ອກາກີໄດ້ຕົກສີ, ຄູ່ເກີບຢາງພາລາຫຼຸ້ຍສົ້ນ, ຍີ້ມຫົວສົດໃສໂບກມືຄຳນັບປະຊາຊົນຜູ້ທີ່ພວມຄຳນັບຮັບຕ້ອນ. ລາຍການສະແດງສິລະປະ “ຄຳ່ຄືນຟັງສຽງຂັບລຳຄິດຮອດລຸງໂຮ່“, ເນື່ອງໃນໂອກາດສະເຫຼີມສະຫຼອງ 60 ປີ ແຫ່ງວັນປະທານ ໂຮ່ຈີມິນ ກັບເມືອຢ້ຽມຢາມບ້ານເກີດ (16/6/1957-16/6/2017) , ເຊິ່ງດຳເນີນຢູ່ ເງ້ອານ, ໄດ້ສ້າງຄວາມປະທັບໃຈໃຫ້ແກ່ບັນດານັກສິລະປິນໂຮງລະຄອນວິທະຍຸກະຈາຍສຽງ ຫວຽດນາມ ກ່ຽວກັບເຫດການພິເສດນີ້.  
TAG
VOV/VOVworld/ລາຍການສະແດງສິລະປະ