ມານະພະຍາຍາມນຳເອົາກາຍະສິນຫວຽດນາມອອກຕ່າງປະເທດ
10/09/2017 17:00
(VOVWORLD) - ຖ້າຫາກວ່າປີ 2009, ເປັນເທື່ອທຳອິດທີ່ ຫວຽດນາມ ມີລາຍການສະແດງກາຍະສິນ ໄດ້ຮັບການເຊັນສັນຍາສະແດງຢູ່ຕ່າງປະເທດນັ້ນ, ມາຮອດປັດຈຸບັນ ກາຍະສິນ ຫວຽດນາມ ໄດ້ມີຫຼາຍລາຍການຖືກນຳໄປສະແດງຢູ່ຕ່າງປະເທດ, ແລະ ສາມາດສ້າງທີ່ຕັ້ງກາຍະສິນ ຫວຽດນາມ ໃນແຜນທີ່ເວທີສະແດງໂລກ ກໍ່ຄືເປີດທິດທາງພັດທະນາໃໝ່ໃຫ້ແກ່ສິລະປະກາຍະສິນ ຫວຽດນາມ.

(ພາບປະກອບ) ກັບຄືນຈາກສະຫະພັນກາຍະສິນສາກົນ ກູບາ Circuba 2017 , ນັກສະແດງ ງອກແອ໋ງ ແລະ ທູຖູ່ຍ, ໂຮງຮຽນສິລະປະກາຍະສິນຊັ້ນກາງ ແລະ ສິລະປະສັງລວມ ຫວຽດນາມ ກໍ່ສຸມໃສ່ເຝິກແອບລາຍການ “ປີກນົກຫວຽດ“ ເພື່ອກະກຽມໃຫ້ແກ່ການສະແດງໃນໄລຍະຈະມາເຖິງ. ດ້ວຍລາງວັນຄຳໃນງານປະກວດ, “ປີກນົກຫວຽດ“ ໄດ້ຮັບການເຊື້ອເຊີນຮ່ວມມືກັບຫຼາຍປະເທດຄື: ແອດສະປາຍ, ອັງກິດ, ເມກຊິໂກ… ລາຍການໄດ້ຮັບການຕີລາຄາຈາກເພື່ອນມິດສາກົນວ່າມີສີສັນ, ອຸປະກອນສະແດງທີ່ເປັນເອກະລັກສະເພາະ, ດົນຕີທີ່ດູດດື່ມພ້ອມກັບເຄື່ອງນຸ່ງຖືທີ່ເຕັມໄປດ້ວຍສີສັນ ຫວຽດນາມ. ຕາມນັກສະແດງ ທູຖູ່ຍ ແລ້ວ, “ປີກນົກຫວຽດ“ ຕອບສະໜອງໄດ້ຄວາມຮຽກຮ້ອງຕ້ອງການຢ່າງເຂັ້ມງວດກ່ຽວກັບສິລະປະ ກໍ່ຄືຮັບປະກັນລາຍຮັບໃຫ້ບັນດາຜູ້ຈັດຕັ້ງການສະແດງສາກົນ: “ ພວກເຮົາຈັດລາຍການສະແດງຕາມແບບພື້ນເມືອງຂອງ ຫວຽດນາມຈະສ້າງຄວາມດຶງດູດໃຫ້ແກ່ຜູ້ຊົມຢູ່ຕ່າງປະເທດໄດ້. ເມື່ອໄປສະແດງຢູ່ຕ່າງປະເທດ, ພວກເຮົາຈະມີໂອກາດເພື່ອຮັບເອົາບົດຮຽນຈາກເພື່ອນມິດສາກົນ ຫຼັງຈາກນັ້ນນຳເມືອປະເທດສິດສອນໃຫ້ພວກນ້ອງນັກຮຽນ “. ໂດຍກຳນົດໄດ້ວ່າກາຍະສິນ ຫວຽດນາມ ຕ້ອງມຸ່ງໄປສູ່ສາທາລະນະຊົນສາກົນ, ບັນດານັກສິລະປິນໂຮງຮຽນສິລະປະກາຍະສິນ ແລະ ສິລະປະສັງລວມ ຫວຽດນາມ ພ້ອມກັບສະຫະພັນກາຍະສິນ ຫວຽດນາມ ກ້າສະແດງແນວຄວາມຄິດປະດິດສ້າງຂອງຕົນໃນສິລະປະກາຍະສິນຜ່ານລາຍການ “ສາວບ້ານດອກໄມ້“ ຂອງນັກສິລະປິນ ຫງວຽນທິຮ່າ, “ສ້າງຮູບເທິງສາຍເຊືອກໜັງ“ ຂອງຄູ່ສະແດງ ນາງ ຫງວຽນທິທູເຮື່ອງ ແລະ ທ້າວ ຫງວຽນວັນທ໋າຍ, ອັນໄດ້ເຮັດໃຫ້ຜູ້ຊົມແປກປະຫຼາດໃຈຕໍ່ການໂຍນຮັບທີ່ອັນຕະລາຍ ພ້ອມກັບການສະແດງທີ່ເຕັມໄປດ້ວຍ “ວີນຍານ“ ຂອງບັນດານັກສະແດງ ຫວຽດນາມ. ຕາມປະລິຍາເອກ ຮ່ວາງມິງແຄ໋ງ, ຜູ້ອຳນວຍການໂຮງຮຽນສິລະປະກາຍະສິນ ແລະ ສິລະປະສັງລວມ ຫວຽດນາມ ແລ້ວ, ບັນດາລາຍການສະແດງກາຍະສິນ ຫວຽດນາມ ທີ່ປະສົບຜົນສຳເລັດຢູ່ເວທີສະແດງຕ່າງປະເທດ ລ້ວນແຕ່ແມ່ນລາຍການທີ່ມີລັກສະນະແຕກຕ່າງກັນກັບລາຍການກາຍະສິນສາກົນ ແລະ ມີສີສັນສະເພາະຂອງ ຫວຽດນາມ ດ້ວຍການປະສານສົມທົບຢ່າງກົມກ່ຽວລະຫວ່າງດົນຕີ, ອຸປະກອນ, ທັກສະການສະແດງ. “ ໃນການສະແດງສິລະປະ, ປັດໃຈທີ່ແປກປະຫຼາດ ແລະ ໃໝ່ອ່ຽມແມ່ນປັດໃຈຕັດສິນຜົນສຳເລັດ. ສະນັ້ນບັນດາລາຍການສະແດງກາຍະສິນຂອງ ຫວຽດນາມ ດ້ວຍຄວາມແປກປະຫຼາດກ່ຽວກັບເຄື່ອງນຸ່ງຖື, ຮູບການສະແດງ, ກິລິຍາທ່າທາງ, ທັກສະຈຶ່ງໄດ້ຮັບຜົນສຳເລັດ “. ຖ້າຫາກກ່ອນນີ້, ກາຍະສິນ ຫວຽດນາມ ສ່ວນຫຼາຍແມ່ນສະແດງບັນດາລາຍການທີ່ໄດ້ສ້າງຊື່ສຽງໃນໂລກ, ດ້ວຍຄວາມຊຳນານ, ເຕັກນິກເລັກໆນ້ອຍໆນັ້ນ, ໃນຊຸມປີມໍ່ໆມານີ້, ດ້ວຍການລົງທຶນຢ່າງເໝາະສົມ ແລະ ໄດ້ເຂົ້າຮ່ວມງານມະໂຫລານ, ງານປະກວດສິລະປະກາຍະສິນໃຫຍ່ຢູ່ໂລກເປັນປະຈຳນັ້ນ, ກາຍະສິນ ຫວຽດນາມ ໄດ້ມີບາດກ້າວບຸກທະລຸ, ສ້າງຄວາມດຶງດູດກຸ່ມບໍລິສັດບັນເທິງສາກົນຫຼາຍກຸ່ມ. ເປີດສາກແມ່ນລາຍການກາຍະສິນ “ບ້ານເຮົາ“ ດ້ວຍການສະແດງທີ່ແກ່ຍາວເປັນເວລາ 3 ປີ ຢູ່ເອີລົບ ແລະ ບັນດາປະເທດອື່ນໆຢູ່ໃນໂລກ, ພ້ອມກັບຫຼາຍລາຍການສະແດງຢູ່ ລາວ, ກຳປູເຈຍ, ອັງກິດ…ບັນດາລາຍການສະແດງຖືກຈັດຕາມແບບທັນສະໄໝ, ພ້ອມກັບຫົວຄິດປະດິດສ້າງຂອງນັກສິນລະປິນ. ທ່ານນາງ Phouk Narin, ຜູ້ອຳນວຍການ ໂຮງຮຽນສິລະປະກາຍະສິນກຳປູເຈຍ, ຜູ້ທີ່ໄດ້ນຳເອົາຫຼາຍລາຍການກາຍະສິນ ຫວຽດນາມ ມາຍັງຜູ້ຊົມປະເທດແຫ່ງວັດຄຳ, ຕີລາຄາວ່າ: “ ລາຍານສະແດງຂອງພວກເຈົ້າໄດ້ຮັບການກະກຽມຢ່າງລອບຄອບຖີ່ຖ້ວນ, ດ້ວຍເຕັກນິກທີ່ຄ່ອງແຄ້ວ, ຕ່າງກັບເຕັກນິກເລັກໆນ້ອຍໆ, ສິລະປະທຳມະດາ. ບັນດາລາຍການນີ້ຮັບປະກັນຄຸນນະພາບເພື່ອສາມາດເຂົ້າຮ່ວມບັນດາງານປະກວດຂະໜາດສາກົນໄດ້ ກໍ່ຄືຕອບສະໜອງຄວາມຕ້ອງການຂອງຜູ້ຊົມທຸກຊັ້ນຄົນ “. (ພາບປະກອບ) ກາຍະສິນແມ່ນຮູບການສິລະປະສັງລວມ, ດ້ວຍພາສາຮູບປະພັນ, ບໍ່ຖືກຈຳກັດດ້ວຍຮົ້ວພາສາ. ຜ່ານພາສາກາຍະສິນ, ສີສັນວັດທະນະທຳຂອງຊາດ, ຂອງປະເທດໄດ້ຮັບການສະແດງອອກ, ບໍ່ພຽງແຕ່ສະແດງໃຫ້ເຫັນທັກສະ, ຫົວຄິດປະດິດສ້າງຂອງນັກສິນລະປິນເທົ່ານັ້ນ, ຫາກຜ່ານນັ້ນຍັງສ່ອງແສງເຖິງການດຳລົງຊີວິດ, ສັງຄົມ, ຄວາມຮັກຂອງຊາວ ຫວຽດນາມ ອີກດ້ວຍ. ຍ້ອນເຫດນັ້ນ, ການຮ່ວມມືກັບບັນດາຫົວໜ່ວຍບັນເທິງຕ່າງປະເທດໃນການນຳເອົາກາຍະສິນ ຫວຽດນາມ ກໍ່ຄືຮັບນັກຮຽນຕ່າງປະເທດມາຮຳ່ຮຽນກາຍະສິນຢູ່ ຫວຽດນາມ ນັ້ນ, ບໍ່ພຽງແຕ່ເປັນການປະກອບສ່ວນໂຄສະນາວັດທະນະທຳ, ປະເທດຊາດ, ສ້າງເຄື່ອງໝາຍກາຍະສິນ ຫວຽດນາມ ເທົ່ານັ້ນ, ຫາກຍັງເປັນແຫຼ່ງລາຍຮັບພໍສົມຄວນໃຫ້ບັນດານັກສິລະປິນ ກາຍະສິນອີກດ້ວຍ. ປັດຈຸບັນ, ຫວຽດນາມ ໄດ້ຈັດໃຫ້ຫຼາຍຄະນະກາຍະສິນໄປສະແດງຢູ່ເອີລົບແລ້ວ. ມີບາງລາຍການຖືກຮັບເຊີນໄປສະແດງໃນ 2 ປີຢ່າງຕໍ່ເນື່ອງ, ບັນດາຄະນະກາຍະສິນສາກົນກໍ່ໄດ້ຮູ້ຈັກເຖິງເຄື່ອງໝາຍກາຍະສິນ ຫວຽດນາມ ແລະ ຢາກໄດ້ຮ່ວມມືກັນຜະລິດລາຍການສະແດງກັບ ຫວຽດນາມ. ນັກສິລະປະດີເດັ່ນ ຕະຢູຍແອ໋ງ, ຫົວໜ້າອຳນວຍການສະຫາພັນກາຍະສິນ ຫວຽດນາມ, ແບ່ງປັນວ່າ: “ ຂະແໜງກາຍະສິນມີຈຸດພິເສດລວມແມ່ນບໍ່ມີພາສາ, ບໍ່ນຳໃຊ້ຄຳເວົ້າ, ຫາກພຽງແຕ່ນຳໃຊ້ຮູບຮ່າງ, ດົນຕີ, ກິລິຍາທ່າທາງເທົ່ານັ້ນ, ນີ້ກໍ່ແມ່ນຄວາມສະດວກເພື່ອໃຫ້ອ້າຍນ້ອງນັກສະແດງ, ນັກສິລະປິນພົບປະແລກປ່ຽນນຳກັນ “. ໂດຍເປັນເຈົ້າການສ້າງບັນດາລາຍການສະແດງສິລະປະທີ່ມີຊື່ສຽງໂດ່ງດັງຢູ່ພາຍໃນປະເທດ, ຫຼັງຈາກນັ້ນນຳໄປສະແດງຢູ່ຫຼາຍປະເທດ, ນັ້ນແມ່ນເສັ້ນທາງເຊື່ອມໂຍງກັບໂລກເຊິ່ງບັນດານັກສິລະປິນກາຍະສິນ ຫວຽດນາມ ພວມປະຕິບັດ.
TAG
VOV/VOVworld/ກາຍະສິນຫວຽດນາມ
Related








