VOV WorldVOV World
ນາມດິງ ອະນຸລັກແລະ ພັດທະນາສິລະປະຂັບເຈົາວັນ
15/10/2018 13:07
(VOVWORLD) -ແຂວງ ນາມດິງ ແມ່ນສູນແຫ່ງການເຫຼື້ອມໃສບູຊາ 4 ພະແມ່, ເຫຼື້ອມໃສບູຊາພະອໍລະຫັນເຈິ່ນ. ເພາະສະນັ້ນ ພິທີຂັບເຈົາວັນ ຢູ່ແຂວງ ນາມດິງ ທັງແມ່ນບ່ອນເຕົ້າໂຮມ ທັງແມ່ນສະຖານທີ່ແຜ່ກະຈາຍ. ສິລະປະຂັບເຈົາວັນ ຫຼື ເອີ້ນວ່າພິທີບູຊາສາມພະແມ່ ຊຶ່ງແມ່ນປະເພດສິລະປະພື້ນເມືອງທີ່ເປັນເອກະລັກ ໄດ້ຮັບການຮັບຮອງຈາກ Unesco ວ່າແມ່ນມໍລະດົກວັດທະນະທຳບໍ່ເປັນວັດຖຸ ຂອງມວນມະນຸດ, ຊຶ່ງໄດ້ ແລະ ພວມໄດ້ຮັບການອະນຸລັກຮັກສາ ແລະ ພັດທະນາຢູ່ແຂວງ ນາມດິງ.
ນາມດິງ ອະນຸລັກແລະ ພັດທະນາສິລະປະຂັບເຈົາວັນ
 ຂັບເຈົາວັນຢູ່ຝູ໋ໃຢ      ຈຸດທີ່ເປັນເອກະລັກຂອງສິລະປະຂັບເຈົາວັນ ແມ່ນຄວາມຫຼາກຫຼາຍສີສັນ ກ່ຽວກັບຮູບການສະແດງເຊັ່ນ ການຂັບຮ້ອງເພື່ອບູຊາ, ລາຍສະແດງຂັບຮ້ອງຢູ່ພະວິຫານ, ຂັບຮ້ອງໃນພິທີເຂົາຊົງ ແລະ ໃນງາມປະກວດສຽງເພງ. ຂັບເຈົາວັນມີ 13 ປະເພດດ້ວຍບັນດາທຳນອງທີ່ອຸດົມສົມບູນ ແລະ ສະແດງໃຫ້ເຫັນຄວາມໃນໃຈຂອງຕົວລະຄອນອີກ. ປັດຈຸບັນແຂວງ ນາມດິງ ມີກວ່າ 500 ຄົນເຂົ້າຮ່ວມໃນພິທີຂັບເຈົາວັນ, ໃນນັ້ນມີ 246 ຄົນແມ່ນຂັບຮ້ອງໃນພິທີເຂົ້າຊົງ, 245 ຄົນຂັບເຈົາວັນ, 162 ຄົນແມ່ນເສບເຄື່ອງດົນຕີ. ສິລະປະຂັບເຈົາວັນພື້ນເມືອງ ໄດ້ພັດທະນາຢູ່ແຂວງ ນາມດິງ ຊຶ່ງຕົ້ນຕໍແມ່ນການສະແດງຢູ່ຕາມປູຊະນີຍະສະຖານເຊັ່ນ ພະວິຫານ, ຫໍບູຊາທີ່ກ່ຽວຂ້ອງເຖິງພິທີຂັບເຈົາວັນ ຂອງຊາວຫວຽດນາມ. ຢູ່ທີ່ນີ້ ນັກສິລະປິນຂັບເຈົາວັນຕ້ອງພັດປ່ຽນກັນທຳການສະແດງ ບັນດາບົດເພງເຈົາວັນ, ແຕ່ລະບົດເພງກໍ່ເວົ້າເຖິງ ພະອໍລະຫັນອົງໜຶ່ງໃນຫໍບູຊາ. ນັກສິລະປິນດີເດັ່ນ ກຽວຢື ຜູ້ອຳນວຍການສູນວັດທະນະທຳ 3/2, ແຂວງ ນາມດິງ ເປີດເຜີຍວ່າ:    “ຂັບເຈົາວັນແມ່ນການຂັບຮ້ອງໃນພິທີບູຊາພະອໍລະຫັນ. ດັ່ງນັ້ນ ບັນດາບົດເພງເຈົາວັນເກົ່າ ເຄີຍຂັບຮ້ອງກ່ຽວກັບບັນດາຕົວລະຄອນ ທີ່ມີໃນຊີວິດຕົວຈິງ, ບາງເທື່ອອາດຈະແມ່ນຕົວລະຄອນໃນເທບນິຍາຍ. ຄືຂັບເຈົາວັນກ່ຽວກັບຕົວລະຄອນນາຍພົນ ເຈິ່ນຮຶງດ້າວ ແມ່ນບຸກຄົນທີ່ມີຈິງ. ແຕ່ສຳລັບການຂັບຮ້ອງກ່ຽວກັບພະແມ່ຄື ພະແມ່ ຫຼຽວແຮ້ງ ຫຼືວ່າພະແມ່ໂດຍ ກໍ່ແມ່ນບັນດາຕົວລະຄອນມີໃນເລື່ອງລາວ ເລົ່າຂານສືບທອດກັນມາ. ຕົວລະຄອນເຫຼົ່ານັ້ນ ກໍ່ແມ່ນບັນດາບຸກຄົນໄດ້ຊ່ວຍປະຊາຊົນໃຫ້ມີຊີວິດທີ່ອີ່ມໜຳສຳລານ, ຊ່ວຍປະຊາຊົນກ່ຽວກັບຊີວິດທາງດ້ານຈິດໃຈ, ນີ້ກໍ່ແມ່ນລັກສະນະສະເພາະໃນສິລະປະຂັບເຈົາວັນ”     ປັດຈຸບັນແຂວງ ນາມດິງ ມີປູຊະນີຍະສະຖານປະຫວັດສາດ ວັດທະນະທຳ 352 ແຫ່ງບູຊາພະແມ່. ພົ້ນເດັ່ນແມ່ນກຸ່ມປູຊະນີຍະສະຖານປະຫວັດສາດວັດທະນະທຳ ຟູ໋ໃຢ ເມືອງ ວຸບານ ດ້ວຍປູຊະນີຍະສະຖານບູຊາພະແມ່ກວ່າ 20 ແຫ່ງ. ຢູ່ເມືອງ ອີ໋ອຽນ ມີປູຊະນີຍະສະຖານ 26 ແຫ່ງບູຊາພະແມ່. ຢູ່ກຸ່ມປູຊະນີຍະສະຖານປະຫວັດສາດ ວັດທະນະທຳ ຟູ໋ໃຢ ໃນແຕ່ລະປີກໍ່ໄດ້ຈັດໃຫ້ມີງານບຸນໃນວັນທີ 3 ຫາ ວັນທີ 8 ເດືອນ 3 ໄລ່ຕາມຈັນທະປະຕິທິນ. ແຕ່ຫຼາຍປີມານີ້, ບັນດາທຳນອງເພງເຈົາວັນ ກໍໄດ້ຮັບການຮັກສາ ແລະ ພັດທະນາຈາກປະຊາຊົນລຸ້ນຕ່າງໆ ຢູ່ດິນແດນ ຟູ໋ໃຢ. ນັກສິລະປິນດີເດັ່ນ ກຽວຢື ໃຫ້ຮູ້ວ່າ:
TAG
VOV/VOVworld/ຂັບ​ເຈົ​າ​ວັນ