VOV WorldVOV World
ນັກສິລະປະການ ກອນລຳຊາວເຜົ່າ ເຊີດັງເຕີເດີຣາ
17/09/2018 11:00
(VOVWORLD) -ເມື່ອເວົ້າເຖິງ ກອນລຳເຂດໄຕຫງວຽນ, ຜູ້ຄົນທັງຫຼາຍກໍ່ຄິດເລີຍເຖິງ ກອນລຳຄານຂອງຊາວເຜົ່າ ເອເດ, ກອນລຳອອດເນີຣົງ ຂອງຊາວເຜົ່າ ເມີນົງ, ຫຼື ກອນລຳເຮີມອນຂອງຊາວເຜົ່າ ບານາ. ແຕ່ຊາວເຜົ່າເຊີດັງ ກຸ່ມເຕີເດີຣາ ກໍ່ມີກອນລຳເຊັ່ນກັນ. ກອນລຳຂອງຊາວເຜົ່າ ເຊີດັງກຸ່ມເຕີເດີຣາ ໄດ້ຖືກຄົ້ນພົບຄັ້ງທຳອິດເມື່ອປີ 2001, ອັນໄດ້ກາຍເປັນໜຶ່ງໃນບັນດາຂໍ້ມູນ ທີ່ສຳຄັນເພື່ອໃຫ້ສະຖາບັນວິທະຍາສາດສັງຄົມຫວຽດນາມ ຮຽບຮຽງບັນນາທິການ ແລະ ພິມຈຳໜ່າຍປຶ້ມ “ສາງກອນລຳເຂດໄຕງວຽນ”. ນັກສິລະປະການ ອາອາ ກ່ຽວກັບກອນລຳຂອງຊາວເຜົ່າ ເຊີດັງ ກຸ່ມເຕີເດີຣາ ແມ່ນຜູ້ເກັບຮັກສາ ແລະ ສະໜອງເນື້ອໃນທັງໝົດ ຂອງກອນລຳ ເຊີດັງ ໃນປຶ້ມອ່ານທີ່ມີຄ່າຫາຍາກ “ສາງກອນລຳເຂດໄຕຫງວຽນ”
ນັກສິລະປະການ ກອນລຳຊາວເຜົ່າ ເຊີດັງເຕີເດີຣາ
ຊຸດປຶ້ມ “ສາງກອນລຳເຂດໄຕງວຽນ"  ເຈົ້າເຫຼົ່າ ອາອາຢູ່ ບ້ານ ກອນກູ 1 ຕາແສງ ງອັກ ວາງ ເມືອງ ດັກຮ່າ ແຂວງ ກອນຕຸມ, ປີນີ້ລາວໄດ້ມີອາຢູ່ກວ່າ 80 ປີແລ້ວ. ທ່ານໄດ້ຂັບຮ້ອງແຕ່ລະຄຳປະໂຫຍກຂອງກອນລຳ ດຳດວງ. ຊາວບ້ານພາກັນນັ່ງອ້ອມທ່ານ, ຕັ້ງໃຈຟັງທ່ານເລົ່າສູ່ຟັງ. ອ້າຍ ອາເກິຍ ໃຫ້ຮູ້ວ່າ ຄາວເຍົາໄວຂອງອ້າຍ ໄດ້ເຊື່ອມຊຶມບັນດາເລື່ອງລາວທີ່ເລົ່າເຖິງ ດຳດວງ. ອ້າຍ ອາເກິຍ ໃຫ້ຮູ້ວ່າ:        “ຄາວທີ່ຂ້າພະເຈົ້າມີອາຍຸ 12 ປີ ເມື່ອໄດ້ຮັບຟັງທ່ານ ອາອາ ເລົ່າສູ່ຟັງ, ພວກຂ້າພະເຈົ້າໃນຄາວນັ້ນມີຄວາມຫຼົງໄຫຼທີ່ສຸດ. ອາດຈະເວົ້າໄດ້ວ່າ ໄວໜຸ່ມໃນຄາວນັ້ນ, ທຸກໆການດຳເນີນຊີວິດວັດທະນະທຳພື້ນເມືອງ ແມ່ນພຽງແຕ່ໄດ້ຟັງກອນລຳ ແມ່ນຮູ້ສຶກດູດດື່ມທີ່ສຸດ”.     ກອນລຳໄດ້ຊຶມເລິກເຂົ້າໃນຈິດໃຈ ຂອງນັກສິລະປະການ ອາອາ ແຕ່ຄາວຍັງນ້ອຍ. ຄາວທ່ານມີອາຍຸ 8 ປີ, ທ່ານ ໄດ້ຮັບການຖ່າຍທອດ ບອກສອນຈາກລຸງຄີງ ໂດຍແນະນຳກ່ຽວກັບ ວິທີການຂັບຮ້ອງເລົ່າເລື່ອງກ່ຽວກັບ ທ້າວ ດຳດວງ, ຄືດຳດວງໄດ້ປ່ຽນຕົວເປັນເສືອ, ດຳດວງປອມຕົວເປັນຜູ້ເຖົ້າ, ດຳດວງຖືກຈັບຕົວເປັນຂ້ອຍຂ້າຫຼືດຳດວງກອບກູ້ເອົາຊີວິດຂອງນາງບາມ້າ. ທ່ານອາອາ ໃຫ້ຮູ້ວ່າ:      “ເຮົາມັກຂັບຮ້ອງເລົ່າເລື່ອງກ່ຽວກັບ ທ້າວ ດຳດວງ ນັບແຕ່ຄາວຍັງນ້ອຍ. ທຳອິດເຮົາໄດ້ຮັບຟັງ ຜູ້ເຖົ້າຜູ້ແກ່ໃນບ້ານເລົ່າສູ່ຟັງ ແລ້ວກໍ່ຂຶ້ນໃຈ, ຫຼັງຈາກນັ້ນ ເຮົາກໍ່ຝຶກແອບເລົ່າດ້ວຍຕົນເອງ, ເວລາເຂົ້າໄປປ່າ, ໄປຕັດກົກໄມ້ໄຜ່ ຫຼື ເຮັດຫຍັງແດ່ເຮົາກໍ່ຂັບຮ້ອງເລົ່າເລື່ອງໂດຍຕົນເອງ. ຈົນຮອດຂະນະທີ່ເດັກໃນໜູ່ບ້ານ ເມື່ອໄປທຳງານ, ໄດ້ຮັບຟັງເຮົາຂັບຮ້ອງ, ພວກເຂົາກໍ່ບອກເຮົາເຂົ້າໄປເຮືອນຣົງ (ສາລາບ້ານ) ເພື່ອຂັບຮ້ອງໃຫ້ພວກເຂົາຟັງ. ຫຼັງຈາກນັ້ນ ກໍ່ມີພວກພໍ່ຕູ້ແມ່ຕູ້ ກໍ່ໄດ້ມາຮັບຟັງ ແລະ ຊາວບ້ານທັງໝົດກໍ່ໄດ້ພາກັນມາ ຟັງເຮົາຂັບຮ້ອງ. ເຮົາດີໃຈທີ່ສຸດແມ່ນ ເມື່ອໄດ້ຂັບຮ້ອງເລົ່າເລື່ອງ ກ່ຽວກັບທ້າວ ດຳດວງ, ໃຜໆກໍ່ນັ່ງຟັງບໍ່ຍອມກັບບ້ານ”      ຊາວເຜົ່າ ເຊີດັງ ຖືວ່າຄວາມເກັ່ງກ້າໃນການສະແດງຂັບກອນລຳ ກໍ່ແມ່ນກຳເນີດມາຈາກພອນສະຫວັນ ຂອງເຮົາເອງ, ນັກສິລະປະການ ອາອາ ບໍ່ພຽງແຕ່ເລົ່າເລື່ອງດ້ວຍສຳນຽງ ທີ່ເປັນໜ້າຈັບໃຈຂອງຕົນເທົ່ານັ້ນ, ຫາກຍັງສະແດງເນື້ອໃນຂອງກອນລຳ ຜ່ານທ່າທາງກິລິຍາໃບໜ້າສີຕາ ເພື່ອສະແດງໃຫ້ເຫັນຄຸນລັກສະນະ ຂອງຕົວລະຄອນອີກດ້ວຍ. ທ່ານ ອາອາ ໃຫ້ຮູ້ວ່າ:
TAG
VOV/VOVworld/ກອນ​ລ​ຳ