ພັດທະນາສິລະປະຂັບກາຈູຢູ່ນະຄອນຫລວງ ຮ່າໂນ້ຍ
28/11/2016 13:03
vovworld)- ນະຄອນຫລວງ ຮ່າໂນ້ຍ ແມ່ນຫນຶ່ງໃນບັນດາອູ່ຂອງສິລະປະຂັບກາຈູ ແລະ ກໍແມ່ນທ້ອງຖິ່ນມີສະໂມສອນຂັບກາຈູທີ່ມີຊື່ສຽງ

(vovworld)- ນະຄອນຫລວງ ຮ່າໂນ້ຍ ແມ່ນຫນຶ່ງໃນບັນດາອູ່ຂອງສິລະປະຂັບກາຈູ ແລະ ກໍແມ່ນທ້ອງຖິ່ນມີສະໂມສອນຂັບກາຈູທີ່ມີຊື່ສຽງຫລາຍແຫ່ງຄື: ສະໂມສອນຂັບກາຈູ ທາຍຮ່າ, ສະໂມສອນຂັບກາຈູ ຮ່າໂນ້ຍ, ສະໂມສອນຂັບກາຈູ ທັງລອງ… ນະຄອນຫລວງຮ່າໂນ້ຍ ກໍແມ່ນສະຖານທີ່ໃຫ້ກຳເນີດນັກສິລະປະກອນ, ນັກຮ້ອງ, ນັກເສບດົນຕີທີ່ເກັ່ງກ້າ. ນັບແຕ່ເມື່ອສິລະປະຂັບກາຈູໄດ້ຮັບການຮັບຮອງຈາກ ອົງການສຶກສາ, ວິທະຍາສາດ ແລະ ວັດທະນະທຳ ຂອງ ສປຊ ແມ່ນມໍລະດົກວັດທະນະທຳບໍ່ມີຮູບຮ່າງເປັນຕົວແທນໃຫ້ມວນມະນຸດຄວນໄດ້ຮັບການຮັກສາຢ່າງຮີບດ່ວນ ມາຮອດປະຈຸບັນ ຈຳນວນສະໂມສອນຂັບກາຈູຂອງນະຄອນຫລວງ ຮ່າໂນ້ຍ ໄດ້ຮັບການສ້າງຕັ້ງຂຶ້ນນັບມື້ນັບຫລາຍກວ່າ. ບົດຂຽນຂອງນັກຂ່າວ ຮົ່ງບັກ.
TAG
vovworld/ວັດທະນະທຳ
Related








