VOV WorldVOV World
ປັກງ່ອຍ, ໝູ່ບ້ານວັດທະນະທຳດີເດັ່ນເຮັດບໍລິການທ່ອງທ່ຽວ homestay ຢູ່ ບັກກ້ານ
26/12/2016 11:23
(vovworld)- ບ້ານ ປັກ​ງ່ອຍ, ຢູ່ ຕາ​ແສງ ນາມ​ເໝົ໋າ ເມືອງ ບາ​ເບ໋ ແຂວງ ບັກ​ກ້ານ ແມ່ນ​ຫນຶ່ງ​ໃນ​ບັນ​ດາ​ສະ​ຖານ​ທີ່​ຍັງ​ຄົງຮັກ​ສາບັນ​ດາ​ຮີດ​ຄອງ
ປັກງ່ອຍ, ໝູ່ບ້ານວັດທະນະທຳດີເດັ່ນເຮັດບໍລິການທ່ອງທ່ຽວ homestay ຢູ່ ບັກກ້ານ
(vovworld)- ບ້ານ ປັກ​ງ່ອຍ, ຢູ່ ຕາ​ແສງ ນາມ​ເໝົ໋າ ເມືອງ ບາ​ເບ໋ ແຂວງ ບັກ​ກ້ານ ແມ່ນ​ຫນຶ່ງ​ໃນ​ບັນ​ດາ​ສະ​ຖານ​ທີ່​ຍັງ​ຄົງຮັກ​ສາບັນ​ດາ​ຮີດ​ຄອງ​ປະ​ເພ​ນີ​ທີ່​ເຂັ້ມ​ຂົ້ນ​ໄປ​ດ້ວຍ​ສີ​ສັນ​ຊົນ​ເຜົ່າ​ໄຕໄວ້​ໄດ້. ບັນ​ດາ​ເຮືອນ​ຮ້ານ​ຂອງ​ຊົນ​ເຜົ່າ​ໄຕ​ ມີ​ທາງຫລັງ​ແມ່ນອີງ​ໃສ່​​ຫລັ​ເນີນພູ, ຫນ້າຫນອງ ບາ​ເບ໋ ສ້າງ​ເປັນ​ຮູບ​ພາບ​ທີ່​​ມີ​ຄວາມສວຍ​ງາມ​ດັ່ງ​ໃນ​ຝັນ. ກ່ອນນີ້ 10 ປີ, ພ​ຽງ​ແຕ່ເລີ່ມ​ຈາກຄວ​າມ​ຮັກ​ແພງ​ແຂກ​ຄົນ​​ຂອງ​ຊາວ​ເຜົ່າ​ໄຕ, ພ້ອມ​ແລ້ວ​ຊ່ວຍ​ເຫລືອບ​ັນ​ດາ​ແຂກ​ຄົນ​ຜ່ານ​ທາງ​ເທົ່າ​ນັ້ນ. ແຕ່​ມາ​ຮອດ ປະ​ຈຸ​ບັນ ປະ​ຊາ​ຊົນ​ຢູ່​ບ້ານ ປັກ​ງ່ອຍ ມີ​ອາ​ຊີບ​ໃຫມ່ ນັ້ນ​ແມ່ນ: ເຮັດ​ທຸ​ລະ​ກິດ​ທ່ອງ​ທ່ຽວ homestay.
TAG
vovworld/​ວັດ​ທະ​ນະ​ທຳ