ສູນສິລະປະຍຸກປັດຈຸບັນວີນກອມ (VCCA) - ແຫ່ງເຊື່ອມຕໍ່ແລະແຜ່ຂະຫຍາຍສິລະປະ
13/08/2017 17:00
(VOVWORLD) -ສູນສິລະປະຍຸກປັດຈຸບັນ Vincom (VCCA) ເລີ່ມຕົ້ນດຳເນີນການເຄື່ອນໄຫວຢ່າງເປັນທາງການນັບແຕ່ຕົ້ນເດືອນ 6/2017, ຢູ່ ຮ່າໂນ້ຍ. ນີ້ແມ່ນສູນສິລະປະທີ່ປອດກຳໄລດ້ວຍຂະໜາດໃຫຍ່, ໂດຍກຸ່ມບໍລິສັດ Vingroup ພັດທະນາ ແລະ ອຸປະຖຳ, ດ້ວຍຈຸດປະສົງໜູນຊ່ວຍ, ເຊື່ອມຕໍ່ ແລະ ແຜ່ຂະຫຍາຍສິລະປະເຖິງມະຫາຊົນເປັນຈຳນວນຫຼວງຫຼາຍ.

ສູນສິລະປະຍຸກປັດຈຸບັນ Vincom (VCCA) ສູນສິລະປະຍຸກປັດຈຸບັນ Vincom (VCCA) ຕັ້ງຢູ່ເຂດຕົວເມືອງ Royal City (ຫງວຽນຈ້າຍ, ຮ່າໂນ້ຍ). ດ້ວຍເນື້ອໃນທັງໝົດແມ່ນເກືອບ 4.000m2, VCCA ບໍ່ພຽງແຕ່ມີຂະໜາດໃຫຍ່ສຸດເທົ່ານັ້ນ, ຫາກຍັງແມ່ນສູນສິລະປະທີ່ເປັນເອກະລັກສະເພາະທີ່ສຸດ, ດ້ວຍເຂດວາງສະແດງເຕັມໄປດ້ວຍແສງສະຫວ່າງທຳມະຊາດໃຕ້ພື້ນດິນ. ສູນແຫ່ງນີ້ເໝາະສົມກັບການວາງສະແດງບັນດາຮູບແບບສິລະປະທີ່ແຕກຕ່າງກັນຄື: ຈັດແຕ່ງ, ຄວັດສະຫຼັກ, video-art … ເມື່ອກ້າວເຂົ້າໃນສູນດັ່ງກ່າວ, ຜູ້ຊົມສາມາດຮັບຮູ້ໄດ້ຈິດໃຈສິລະປະຍຸກປະຈຸບັນຢູ່ທີ່ນີ້. ສິ່ງທີ່ສ້າງຄວາມປະທັບໃຈທຳອິດຂອງ VCCA ນັ້ນແມ່ນປ່ອງຢ້ຽມວາງສະແດງ (show window) ຂະໜາດໃຫຍ່ 3x17 m. ຢູ່ທີ່ນີ້, VCCA ເຊີນບັນດານັກສິລະປະທັງຢູ່ພາຍໃນ ແລະ ຕ່າງປະເທດປະດິດແຕ່ງສິລະປະສະເພາະຕາມແຕ່ລະລະດູເພື່ອວາງສະແດງ. ປັດຈຸບັນ, ຢູ່ເທິງປ່ອງຢ້ຽມພວມວາງສະແດງຜະລິດຕະພັນຈັດແຕ່ງ “ນິຍາຍສຸພາສິດຄຳ“ (The Golden Allegory) ຂອງນັກສິລະປະໜຸ່ມຊາວ ຝລັ່ງ ເຊື້ອຊາດ ຫວຽດນາມ ຈຸກແອງ. ຜະລິດຕະພັນສິລະປະນີ້ໄດ້ນຳມາໃຫ້ຜູ້ຊົມຮູບການສິລະປະໃໝ່ເມື່ອສົມທົບລະຫວ່າງ video-art, ນຳ້ສຽງ ແລະ ສິລະປະຈັດແຕ່ງ. ດ້ວຍຈຸດປະສົງນຳເອົາບັນດາຜະລິດຕະພັນສິລະປະຍຸກປັດຈຸບັນມາໃກ້ກັບມະຫາຊົນກວ່າ, VCCA ໄດ້ຮັບການອອກແບບຢ່າງງ່າຍດາຍ, ລະອຽດລະອໍ, ເໝາະສົມກັບບັນດາຜະລິດຕະພັນທີ່ສະແດງໃຫ້ເຫັນພາສາປະດິດແຕ່ງ, ບຸກຄະລິກພາບ, ແນວຄວາມຄິດຂອງນັກສິລະປະ. ທ່ານ ເຈິ່ນແຄ໋ງເຈືອງ, ປະທານສະມາຄົມວິຈິດສິນ ຫວຽດນາມ, ໃຫ້ຂໍ້ສັງເກດວ່າ: “ ດ້ວຍເນື້ອທີ່ກວ້າງຂວາງຄືແນວນີ້, ພວກເຮົາສາມາດວາງສະແດງບັນດາຜະລິດຕະພັນ ທີ່ເໝາະສົມກັບການປະດິດສ້າງໃໝ່, ພິເສດແມ່ນບັນດາຜະລິດຕະພັນຂອງນັກສິລະປະໜຸ່ມ. ພວກຂ້າພະເຈົ້າດີໃຈຫຼາຍເມື່ອເຫັນວ່າບັນດານັກສິລິປະໜຸ່ມໄດ້ມີບັນດາຮູບການສິລະປະທີ່ທັນສະໄໝ, ຕົວຢ່າງຄືສິລະປະຈັດແຕ່ງ, ສະແດງ, video-art …ເຂົາເຈົ້າຢາກມີເຂດວາງສະແດງທີ່ທັນສະໄໝ, ສາມາດບັນຈຸໄດ້ບັນດາແນວຄວາມຄິດ ກໍ່ຄືຂະໜາດຜະລິດຕະພັນຂອງຕົນ. “ ສູນສິລະປະຍຸກປັດຈຸບັນ Vincom (VCCA) VCCA ເລີ່ມຕົ້ນຈັດການວາງສະແດງເທື່ອທຳອິດດ້ວຍຫົວຂໍ້ວ່າ “ແຜ່ອອກ“ (The Foliage), ເພື່ອແນະນຳບັນດາຜະລິດຕະພັນຂອງນັກສິລະປະຫວຽດນາມ ແລະ ສາກົນຍຸກປັດຈຸບັນ 18 ຄົນ. “ແຜ່ອອກ“ ແມ່ນການສົນທະນາທີ່ມີຄວາມໝາຍ, ແມ່ນບ່ອນທີ່ບັນດາຜະລິດຕະພັນສິລະປະທີ່ມີຫຼາຍຮູບຫຼາຍແບບ, ຖືກຈັດວາງຢູ່ຂ້າງກັນ, ໂດຍບໍ່ອີງຕາມກາລະເວລາ, ຫຼືຫົວຂໍ້, ຫາກຜ່ານການກະທົບລະຫວ່າງປັດໃຈວິຊາສະເພາະ ແລະ ສະຖາປັດຕະຍະກຳທີ່ເປັນເອກະລັກສະເພາະຂອງເຂດວາງສະແດງ. ໃນນັ້ນ, ມະຫາຊົນຈະໄດ້ຊົມບັນດາຜະລິດຕະພັນສິລະປະຈັດແຕ່ງດ້ວຍຂະໜາດໃຫຍ່. ຜະລິດຕະພັນແຕ່ລະຢ່າງຈະສ້າງຄວາມຮູ້ສຶກສະເພາະໃຫ້ແກ່ຜູ້ຊົມ. ເພື່ອນ ຫງວຽນດັງຢຸງ, ນັກສຶກສາມະຫາວິທະຍາໄລສະຖາປັດຕະຍະກຳ ຮ່າໂນ້ຍ, ໃຫ້ຮູ້ວ່າ:
TAG
VOV/VOVworld/ສູນສິລະປະຍຸກປັດຈຸບັນວີນກອມ (VCCA)
Related








