VOV WorldVOV World
ວັດທະນະທຳພື້ນເມືອງຜ່ານ 12 ປະເພດພາບພື້ນເມືອງທີ່ພົ້ນເດັ່ນຂອງຫວຽດນາມ
05/09/2016 07:31
ບໍ່​ພຽງ​ແຕ່​ແມ່ນ​ພາບ​ທີ່ນຳ​ມາວາງ​ສະ​ແດງ​ເທົ່າ​ນັ້ນ, ງານ​ວາງ​ສະ​ແດງ “ ພາບ​ພື້ນ​ເມືອງ 12 ປະ​ເພດ​ທີ່​ພົ້ນ​ເດັ່ນ​ຂອງ​ຫວຽດ​ນາມ” ຖືກ​ຈັດ​ຂຶ້ນ​ຢູ່ ຫໍ​ພິ​ພິດ​ທະ​ພັນ ຮ່າ​ໂນ້ຍ ​ໃຫ້, ສາ​ທາ​ລະ​ນະ​ຊົນ​ທີ່​ນິ​ຍົມ​ສິ​ລະ​ປະ​ພື້ນ​ເມືອງ ໄດ້​ຮັບ​ຊົມ, ມີ​ຄວາມ​ເຂົ້າ​ໃຈ​ຕື່ມ​ອີກ​ກ່ຽວ​ກັບ​ຕົ້ນ​ກຳ​ເນີດ, ວິ​ວັດ​ການ​ຜະ​ລິດ​ພາບ​ພື້ນ​ເມືອງ​ແຕ່​ລະ​ປະ​ເພດ.
ວັດທະນະທຳພື້ນເມືອງຜ່ານ 12 ປະເພດພາບພື້ນເມືອງທີ່ພົ້ນເດັ່ນຂອງຫວຽດນາມ
(vovworld)- ບໍ່​ພຽງ​ແຕ່​ແມ່ນ​ພາບ​ທີ່ນຳ​ມາວາງ​ສະ​ແດງ​ເທົ່າ​ນັ້ນ, ງານ​ວາງ​ສະ​ແດງ “ ພາບ​ພື້ນ​ເມືອງ 12 ປະ​ເພດ​ທີ່​ພົ້ນ​ເດັ່ນ​ຂອງ​ຫວຽດ​ນາມ” ຖືກ​ຈັດ​ຂຶ້ນ​ຢູ່ ຫໍ​ພິ​ພິດ​ທະ​ພັນ ຮ່າ​ໂນ້ຍ ​ໃຫ້, ສາ​ທາ​ລະ​ນະ​ຊົນ​ທີ່​ນິ​ຍົມ​ສິ​ລະ​ປະ​ພື້ນ​ເມືອງ ໄດ້​ຮັບ​ຊົມ, ມີ​ຄວາມ​ເຂົ້າ​ໃຈ​ຕື່ມ​ອີກ​ກ່ຽວ​ກັບ​ຕົ້ນ​ກຳ​ເນີດ, ວິ​ວັດ​ການ​ຜະ​ລິດ​ພາບ​ພື້ນ​ເມືອງ​ແຕ່​ລະ​ປະ​ເພດ. ນອກ​ຈາກ​​ໄດ້ຊົມ​ບັນ​ດາ​ພາບ​ພື້ນ​ເມືອງ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ແລ້ວ, ຜູ້​ຊົມ​ຍັງ​ມີ​ໂອ​ກາດ​ໄດ້​ເຫັນ​ປະ​ຈັກ​ຕາ​ບັນ​ດາ​ຂັ້ນ​ຕອນ​ຜະ​ລິດ​ພາບ​ພື້ນ​ເມືອງຄື: ພາບ​ດົງ​ໂຮ່, ຮ່າງ​ຈົງ, ກີມ​ຮ່​ວາງ... ທີ່​ງານ​ວາງ​ສະ​ແດງ​ອີກ​ດ້ວຍ. ເຂົ້າ​ຮ່ວມ​ງານ​ວາງ​ສະ​ແດງ, ສາ​ທາ​ລະ​ນະ​ຊົນ​ຈະມີ​ໂອ​ກາດ​ໄດ້​ຊອກ​ຮູ້​ກ່ຽວ​ກັບ​ການ​ພົວ​ພັນ​ແລກ​ປ່ຽນ, ຮັບ​ເອົາ​ບັນ​ດາ​ຈຸດ​ທີ່​ແຕກ​ຕ່າງ​ກັນ​ຂອງ​ພາບ​ພື້ນ​ເມືອງ​ຫວຽດ​ນາມ ແຕ່​ລະ​ປະ​ເພດ. ບົດ​ຂຽນ​ຂອງ​ນັກ​ຂ່າວ ງາ​ບັກ.
TAG
vovworld/ຫໍ​ພິ​ພິດ​ທະ​ພັນ