logo

ກົມ​ກອງ, ທ້ອງ​ຖິ່ນ​ຕ່າງໆ​ຂອງ ລາວ ມາ​ຢ້​ຽມ​ຢາມ, ອວຍ​ພອນ​ປີ​ໃໝ່ ແຂວງ ເງະ​ອານ

2023/1/10 | 11:40:45
(VOVWORLD) -ເນື່ອງໃນໂອກາດບຸນປີໃໝ່ປະຈຳຊາດ ປີແມວ 2023, ບັນດາກົມກອງ, ທ້ອງຖິ່ນຕ່າງໆຂອງ ລາວ ໄດ້ມາຢ້ຽມຢາມ, ອວຍພອນບຸນປີໃໝ່ກົມກອງ, ທ້ອງຖິ່ນຕ່າງໆຂອງແຂວງ ເງະອານ. 
ຄະນະການນຳແຂວງບໍລິຄຳໄຊ ມາອວຍພອນປີໃໝ່ແຂວງ ເງະອານ (ພາບ: baonghean.vn)

ວັນທີ 9 ມັງກອນ, ຄະນະການນຳແຂວງ ບໍລິຄຳໄຊ ໂດຍທ່ານຮອງເລຂາຜູ້ປະຈຳການຄະນະພັກແຂວງ ແວນວິໄລ ແດນພູຫຼວງ ນຳໜ້າ; ຄະນະການນຳແຂວງ ຫົວພັນ ໂດຍທ່ານ ຄອນປະພັນ ເຫຼືອງສີຈັນທອງ ຮອງປະທານຄະນະປົກຄອງແຂວງ ນຳໜ້າ ແລະ ຄະນະການນຳແຂວງ ຊຽງຂວາງ ໂດຍທ່ານ ໜໍ່ບີຫາ ຕົ່ງປາວ ຮອງເລຂາຜູ້ປະຈຳການຄະນະພັກແຂວງ ຊຽງຂວາງ ເປັນຫົວໜ້າຄະນະ ໄດ້ມາຢ້ຽມຢາມ, ອວຍພອນປີໃໝ່ການນຳແຂວງ ເງະອານ.

        ກ່ອນໜ້ານັ້ນ, ວັນທີ 7 ມັງກອນ, ຄະນະການນຳ ກອງບັນຊາການທະຫານແຂວງ ຫົວພັນ ໂດຍທ່ານ ພົນໂທ ໂພທອງພັນ ຈະເລີນໂພນ, ຫົວໜ້າກອງບັນຊາການທະຫານແຂວງ ເປັນຫົວໜ້າຄະນະ ກໍໄດ້ມາຢ້ຽມຢາມ, ອວຍພອນປີໃໝ່ກອງບັນຊາການທະຫານແຂວງ ເງະອານ. ເງະອານ ມີເສັ້ນຊາຍແດນຕິດຈອດກັບ 3 ແຂວງ ຫົວພັນ, ຊຽງຂວາງ, ບໍລິຄຳໄຊ ຂອງລາວ, ເນື່ອງໃນໂອກາດວັນບຸນ, ວັນພັກຕ່າງໆຂອງສອງປະເທດ, ຄະນະພັກ, ອຳນາດການປົກຄອງ ແລະ ປະຊາຊົນສອງຝາກຊາຍແດນເວົ້າລວມ, ປະຊາຊົນບັນດາບ້ານແຮກສ່ຽວເວົ້າສະເພາະ ຈະແຕ່ງຕັ້ງຄະນະໄປຢື້ຢາມຖາມຂ່າວ, ອວຍພອນ; ພ້ອມທັງ ສົມທົບກັນຈັດຕັ້ງກິດຈະກຳພົບປະແລກປ່ຽນວັດທະນະທຳ, ແຂ່ງຂັນກິລາ. ຜ່ານນັ້ນ, ຊ່ວຍເພີ່ມຄວາມເຂົ້າໃຈ, ຄວາມໄວ້ເນື້ອເຊື່ອໃຈ ແລະ ຄວາມຜູກພັນໃກ້ຊິດສະໜິດສະໜົມລະຫວ່າງປະຊາຊົນສອງປະເທດ, ພ້ອມກັນສ້າງເສັ້ນຊາຍແດນແຫ່ງສັນຕິພາບ, ຮ່ວມມື ແລະ ພັດທະນາ.

 

TAG
VOV/VOVworld/ອວຍ​ພອນ​ປີ​ໃໝ່/ເງະ​ອານ/ຊຽງ​ຂວາງ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ