logo

ກວາງ​ງາຍ ເພີ່ມ​ທະ​ວີ​ການ​ຕ້ານ​ການ​ຂຸດ​ຄົ້ນ IUU, ​ປະ​ຈຳ​ການຕະຫຼອດ​ໄລ​ຍະ​ບຸນ​ເຕັດ

2026/2/19 | 08:40:49
(VOVWORLD) - ຄະນະຄຸ້ມຄອງທ່າເຮືອຫາປາ ແລະ ກຳລັງທະຫານປ້ອງກັນຊາຍແດນ ຮັກສາການປະຈຳການຕະຫຼອດ 24 ຊົ່ວໂມງ ເພື່ອຮັບເຮືອເຂົ້າອອກຈາກທ່າ, ຄວບຄຸມປະລິມານສິນໃນນ້ຳ ແລະ ອຸປະກອນຕິດຕາມການເຄື່ອນໄຫວຫາປາ (VMS), ເດັດດ່ຽວຕ້ານການຂຸດຄົ້ນສິນທະເລແບບຜິດກົດໝາຍ, ບໍ່ລາຍງານ ແລະ ບໍ່ຖືກຕ້ອງຕາມຂໍ້ກຳນົດ (IUU).
ກຳລັງທະຫານປ້ອງກັນຊາຍແດນລົງກວດກາເຮືອຫາປາ (ພາບ: VOV)

ໃນຊຸມວັນບຸນເຕັດ, ຢູ່ບັນດາທ່າເຮືອຫາປາຢູ່ແຂວງ ກວາງງາຍ, ບັນຍາກາດເຮັດວຽກຍັງຄົງດຳເນີນໄປຢ່າງຮີບເຮັ່ງ. ຄະນະຄຸ້ມຄອງທ່າເຮືອຫາປາ ແລະ ກຳລັງທະຫານປ້ອງກັນຊາຍແດນ ຮັກສາການປະຈຳການຕະຫຼອດ 24 ຊົ່ວໂມງ ເພື່ອຮັບເຮືອເຂົ້າອອກຈາກທ່າ, ຄວບຄຸມປະລິມານສິນໃນນ້ຳ ແລະ ອຸປະກອນຕິດຕາມການເຄື່ອນໄຫວຫາປາ (VMS), ເດັດດ່ຽວຕ້ານການຂຸດຄົ້ນສິນທະເລແບບຜິດກົດໝາຍ, ບໍ່ລາຍງານ ແລະ ບໍ່ຖືກຕ້ອງຕາມຂໍ້ກຳນົດ (IUU).

        ວຽກງານຄວບຄຸມໄດ້ຮັບການປະຕິບັດຢ່າງເຂັ້ມງວດນັບແຕ່ເມື່ອເຮືອອອກຈາກທ່າ. ທ່ານ ຫງວຽນດຶກບິ່ງ, ຮອງຫົວໜ້າພະແນກກະສິກຳ ແລະ ສິ່ງແວດລ້ອມແຂວງ ກວາງງາຍ ໃຫ້ຮູ້ວ່າ:

        “ຄະນະຄຸ້ມຄອງທ່າເຮືອຫາປາປະຈຳການຕະຫຼອດ 24 ຊົ່ວໂມງ, ປະຕິບັດການຮັບເຮືອເຂົ້າທຽບທ່າ ກໍຄື ອອກຈາກທ່າ, ຈົດບັນທຶກສະພາບເຮືອອອກ - ເຂົ້າທ່າ ແລະ ຄວບຄຸມປະລິມານສິນໃນນ້ຳຂ້າມທ່າ ກໍຄືກວດກາບັນດາອຸປະກອນຕ່າງໆຢ່າງເຂັ້ມງວດ. ຄະນະກຳມະການປະຊາຊົນແຂວງ ກໍຊີ້ນຳກຳລັງທະຫານປ້ອງກັນຊາຍແດນເຂົ້າຮ່ວມວິວັດທະການຄວບຄຸມຢູ່ສະຖານີ ແລະ ເຂດຕ່າງໆເປັນປະຈຳ, ແກ້ໄຂບັນດາກໍລະນີລະເມີດຢ່າງເຂັ້ມງວດ”.


TAG
VOV/VOVworld/ຕ້ານການຂຸດຄົ້ນສິນທະເລແບບຜິດກົດໝາຍ/ບໍ່ລາຍງານ ແລະ ບໍ່ຖືກຕ້ອງຕາມຂໍ້ກຳນົດ/ກວາງ​ງາຍ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ