logo

ກອງ​ທັບ​ອາ​ກາດ ບັນ​ດາ​ປະ​ເທດ ອາ​ຊຽນ ສະ​ໜິດ​ຕິດ​ພັນ ແລະ ເປັນ​ເຈົ້າ​ການ​ຮັບ​ມື

2020/10/22 | 11:14:41
(VOVWORLD) - ກອງປະຊຸມຜູ້ບັນຊາການກອງທັບອາກາດບັນດາປະເທດ ອາຊຽນ ຄັ້ງທີ 17  (AACC – 17) ດ້ວຍຫົວຂໍ້ “ກອງທັບອາກາດບັນດາປະເທດ ອາຊຽນ ສະໜິດຕິດພັນ ແລະ ເປັນເຈົ້າການຮັບມື” ຖືກດຳເນີນໃນວັນທີ 22 ຕຸລາ ຕາມຮູບການທາງອອນລາຍ. 
 ທ່ານພົນຈັດຕະວາ ຫວູວັນຄາ, ຮັກສາການຜູ້ບັນຊາການເຫຼົ່າທັບປ້ອງກັນອາກາດ - ກອງທັບອາກາດ ຫວຽດນາມ (ພາບ: TTXVN)
 ທ່ານພົນຈັດຕະວາ ຫວູວັນຄາ, ຮັກສາການຜູ້ບັນຊາການເຫຼົ່າທັບປ້ອງກັນອາກາດ - ກອງທັບອາກາດ ຫວຽດນາມ ເປັນປະທານ ກອງປະຊຸມ. ເຂົ້າຮ່ວມຢູ່ສະຖານທີ່ເຊື່ອມຕໍ່ກອງປະຊຸມຕາມຈຸດຕ່າງໆ ມີຜູ້ບັນຊາການກອງທັບອາກາດ ບັນດາປະເທດ ອາຊຽນ.

        ທີ່ກອງປະຊຸມ, ຜູ້ແທນບັນດາປະເທດໄດ້ປຶກສາຫາລືທັດສະນະ ກ່ຽວກັບສະພາບການສາກົນ, ພາກພື້ນ, ກາລະໂອກາດ ແລະ ສິິ່ງທ້າທາຍ ເຊິ່ງກຳລັງກອງທັບອາກາດບັນດາປະເທດ ອາຊຽນ ຕ້ອງປະເຊີນໜ້າ; ສະເໜີເນື້ອໃນ, ມາດຕະການຊຸກຍູ້ການພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງກຳລັງກອງທັບອາກາດ ອາຊຽນ ໃນໄລຍະຈະມາເຖິງ; ພິຈາລະນາ, ຕີລາຄາຄຸນນະພາບຂອງບັນດາການຊ້ອມຮົບຫຼາຍຝ່າຍໜູນຊ່ວຍມະນຸດສະທຳ ແລະ ຊ່ວຍເຫຼືອໄພພິບັດ ເພື່ອສ້າງສຳເລັດ ລະບຽບການຊ່ວຍເຫຼືອມະນຸດສະທຳ ແລະ ຊ່ວຍເຫຼືອໄພພິບັດ ຂອງກຳລັງກອງທັບອາກາດ ບັນດາປະເທດ ອາຊຽນ.

 

TAG
VOV/VOVworld/​ກອງ​ທັບ​ອາ​ກາດ/ອາ​ຊຽນ/ສະ​ໜິດ​ຕິດ​ພັນ/ເປັນ​ເຈົ້າ​ການ​ຮັບ​ມື

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ