logo

ກອງ​ປະ​ຊຸມ​ການ​ແກ້ງ​ແຍ່ງທາງ​ການ​ຄ້າ​ຂອງ ອາ​ຊຽນ ຄັ້ງ​ທີ 9 ຢູ່ ຮ່າ​ໂນ້ຍ ໄດ້​ດຳ​ເນີນ​ໃນ​ທ້າຍ​ປີ 2021

2021/7/1 | 09:16:47
(VOVWORLD) -ກອງປະຊຸມ ACC ປີນີ້ໄດ້ສຸມໃສ່ເຂົ້າ 5 ຫົວຂໍ້ຫຼັກ, ນັ້ນແມ່ນ: ຜົນກະທົບຈາກໂລກລະບາດໂຄວິດ - 19 ຕໍ່ສະພາບແວດລ້ອມການແກ້ງແຍ່ງທາງການຄ້າໃນພາກພື້ນ ອາຊຽນ, ກວດກາຄືນການປະຕິບັດຕາມກົດໝາຍວ່າດ້ວຍການແກ້ງແຍ່ງທາງການຄ້າໃນໄລຍະເກີດໂລກລະບາດໂຄວິດ - 19 ຂອງບັນດາວິສາຫະກິດ
ພາບປະກອບ: baodautu.vn

        ກອງປະຊຸມການແກ້ງແຍ່ງທາງການຄ້າຂອງ ອາຊຽນ ຄັ້ງທີ 9 (ກອງປະຊຸມ ACC), ຄາດວ່າຈະດຳເນີນໃນລະຫວ່າງວັນທີ 1 – 2 ເດືອນທັນວາ 2021 ຢູ່ຮ່າໂນ້ຍ ( ຫວຽດນາມ) ດ້ວຍຫົວຂໍ້ວ່າ: “ການກະທຳຂອງອົງການແກ້ງແຍ່ງທາງການຄ້າຂອງ ບັນດາປະເທດ ອາຊຽນ ເພື່ອແນໃສ່ຊຸກຍູ້ສະພາບແວດລ້ອມແກ້ງແຍ່ງທາງການຄ້າໃນພາກພື້ນ ອາຊຽນ ພາຍຫຼັງໂລກລະບາດໂຄວິດ - 19”. ເຫດການໂດຍ ກົມແກ້ງແຍ່ງທາງການຄ້າ ແລະ ປົກປ້ອງຜູ້ບໍລິໂພກ ເປັນເຈົ້າພາບຈັດຕັ້ງ ສົມທົບກັບຄະນະເລຂາທິການອາຊຽນ, ກະຊວງອຸດສາຫະກຳ ແລະ ການຄ້າ, ອົງການຈັດຕັ້ງ ເພື່ອແນໃສ່ສ້າງເວທີປາໄສແກ້ງແຍ່ງທາງການຄ້າຂອງ ບັນດາອົງການຄຸ້ມຄອງການແກ້ງແຍ່ງທາງການຄ້າຂອງ ບັນດາປະເທດ ອາຊຽນ, ປະຊາຄົມວິສາຫະກິດ, ວົງການນັກຄົ້ນຄ້ວາໃນພາກພື້ນ ແລະ ໃນໂລກ.

        ກອງປະຊຸມ ACC ປີນີ້ໄດ້ສຸມໃສ່ເຂົ້າ 5 ຫົວຂໍ້ຫຼັກ, ນັ້ນແມ່ນ: ຜົນກະທົບຈາກໂລກລະບາດໂຄວິດ - 19 ຕໍ່ສະພາບແວດລ້ອມການແກ້ງແຍ່ງທາງການຄ້າໃນພາກພື້ນ ອາຊຽນ, ກວດກາຄືນການປະຕິບັດຕາມກົດໝາຍວ່າດ້ວຍການແກ້ງແຍ່ງທາງການຄ້າໃນໄລຍະເກີດໂລກລະບາດໂຄວິດ - 19 ຂອງບັນດາວິສາຫະກິດ, ເພີ່ມທະວີບົດບາດຂອງການປະຕິບັດນະໂຍບາຍແກ້ງແຍ່ງທາງການຄ້າສຳລັບການເຄື່ອນໄຫວ ແລະ ການພັດທະນາຂອງວິສາຫະກິດຂະໜາດກາງ ແລະ ນ້ອຍ ໃນໄລຍະຫຼັງໂລກລະບາດໂຄວິດ - 19, ການພັດທະນາຂອງພື້ນຖານເສດຖະກິດດີຈີຕອນໃນປັດຈຸບັນ ແລະ ບັນດາສິ່ງທ້າທາຍທີ່ເກີດຂຶ້ນສຳລັບອົງການແກ້ງແຍ່ງທາງການຄ້າໃນວຽກງານປະຕິບັດກົດໝາຍວ່າດ້ວຍການແກ້ງແຍ່ງ ແລະ ເພີ່ມທະວີການຮ່ວມມືລະຫວ່າງບັນດາອົງການແກ້ງແຍ່ງທາງການຄ້າໃນການແກ້ໄຂບັນຫາແກ້ງແຍ່ງກັນໃນພາກພື້ນ.

TAG
VOV/VOVworld/ACC/ອາ​ຊຽນ/ຫວຽດ​ນາມ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ