logo

ກອງ​ປະ​ຊຸມກ່ຽວ​ກັບ​ຄວາມ​ໝັ້ນ​ຄົງ Munich ປະ​ກາດ​ບົດ​ລາຍ​ງານ​ຄວາມ​ໝັ້ນ​ຄົງ​ປະ​ຈຳ​ປີ

2026/2/10 | 09:27:38
(VOVWORLD) -  ບົດລາຍງານໃຫ້ຂໍ້ສັງເກດວ່າ ມີບາງນະໂຍບາຍ ແລະ ວິທີການເຂົ້າເຖິງຂອງບັນດາປະເທດມະຫາອຳນາດ, ໃນນັ້ນ ມີອາເມລິກາ ພວມສົ່ງຜົນກະທົບຫຼາຍພໍສົມຄວນເຖິງລະບົບລະບອບລະບຽບການ ແລະ ຄວາມເປັນລະບຽບຮຽບຮ້ອຍສາກົນໃນປັດຈຸບັນ. 
ທ່ານປະທານ MSC Wolfgang Ischinger (ຜູ້ທີ 2 ນັບແຕ່ເບື້ອງຂວາມື) ໃນການຖະແຫຼງຂ່າວ (ພາບ: TTXVN)

ວັນທີ 09 ກຸມພາ, ຄະນະຈັດຕັ້ງກອງປະຊຸມກ່ຽວກັບຄວາມໝັ້ນຄົງ Munich (MSC) ປະກາດບົດລາຍງານຄວາມໝັ້ນຄົງ Munich ປີ 2026, ໃນນັ້ນ ໄດ້ເຕື້ອງເຖິງການຜັນແປຫຼາຍຢ່າງ ແລະ ທ່າອ່ຽງພົ້ນເດັ່ນຂອງສະພາບແວດລ້ອມຄວາມໝັ້ນຄົງ - ການເມືອງທົ່ວໂລກໃນປັດຈຸບັນ. ບົດລາຍງານໃຫ້ຂໍ້ສັງເກດວ່າ ມີບາງນະໂຍບາຍ ແລະ ວິທີການເຂົ້າເຖິງຂອງບັນດາປະເທດມະຫາອຳນາດ, ໃນນັ້ນ ມີອາເມລິກາ ພວມສົ່ງຜົນກະທົບຫຼາຍພໍສົມຄວນເຖິງລະບົບລະບອບລະບຽບການ ແລະ ຄວາມເປັນລະບຽບຮຽບຮ້ອຍສາກົນໃນປັດຈຸບັນ. ເອກະສານສະບັບດັ່ງກ່າວໄດ້ລະບຸວ່າ ທ່ານ Donald Trump ປະທານາທິບໍດີ ອາເມລິກາ ແມ່ນໜຶ່ງໃນບັນດາການນຳທີ່ມີຜົນສະທ້ອນຫຼາຍເຖິງວິວັດທະນາການດັດປັບບັນດາຫຼັກການ ແລະ ໂຄງສ້າງການຮ່ວມມືສາກົນໃນໄລຍະຜ່ານມາ.

ເມື່ອກ່າວຄຳເຫັນໃນການຖະແຫຼງຂ່າວປະກາດບົດລາຍງານຢູ່ ເບີລິນ, ທ່ານ Wolfgang Ischinger ປະທານ MSC ໃຫ້ຮູ້ວ່າ ສາຍພົວພັນຄູ່ຮ່ວມມືຂ້າມມະຫາສະໝຸດອັດລັງຕິກ ໄດ້ປະກົດມີຄວາມແຕກຕ່າງກັນໃດໜຶ່ງ ນັບແຕ່ເມື່ອທ່ານ Donald Trump ເລີ່ມຮັບດຳລົງຕຳແໜ່ງປະທານາທິບໍດີສະໄໝທີ 2; ພ້ອມທັງວາງອອກຄຳຖາມກ່ຽວກັບແງ່ຫວັງຮ່ວມມືຂ້າມອັດລັງຕິກ ກໍຄື ສາກົນໃນໄລຍະຈະມາເຖິງ. ບົດລາຍງານກໍໄດ້ເຕື້ອງເຖິງທ່າອ່ຽງຄວາມເຊື່ອໝັ້ນຂອງມະຫາຊົນຕໍ່ກັບບັນດາລະບອບລະບຽບການຢູ່ບາງປະເທດຕາເວັນຕົກ ພວມມີສັນຍານຫຼຸດລົງ, ພ້ອມທັງຮັບຮູ້ການພົ້ນເດັ່ນຂຶ້ນຂອງບັນດາກຳລັງການເມືອງທີ່ເດີນຕາມກຳນົດນິດປ່ຽນແປງຢ່າງເລິກເຊິ່ງກວ້າງຂວາງ./.

TAG
VOV/VOVworld/ກອງປະຊຸມກ່ຽວກັບຄວາມໝັ້ນຄົງ Munich/ບົດລາຍງານຄວາມໝັ້ນຄົງ Munich ປີ 2026

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ