logo

ກອງປະຊຸມຄັ້ງທີ 20 ຄະນະກຳມະການ ແຫ່ງຊາດກ່ຽວກັບຊາວໜຸ່ມຫວຽດນາມ

2012/2/16 | 10:47:43

ກອງ​ປະຊຸມ​ຄັ້ງ​ທີ 20 ຄະນະ​ກຳມະການ​ແຫ່ງ​ຊາດ​ກ່ຽວ​ກັບ ຊາວ​ໜຸ່ມ​ຫວຽດນາມ


ຊາວໜຸ່ມຫວຽດນາມຊອກວຽກເຮັດງານທຳຢູ່ສູນ
(ພາບ: Vietnamplus)

(vovworld) - ວັນ​ທີ 16/2, ຢູ່​ຮ່າ​ໂນ້ຍ, ຄະນະ​ກຳມະການ​ແຫ່ງ​ຊາດ​ກ່ຽວ​ກັບ​ຊາວ​ໜຸ່ມ​ຫວຽດນາມ ​ໄດ້​ຈັດ​ຕັ້ງ​ກອງ​ປະຊຸມ​ຄົບ​ຄະນະ​ຄັ້ງ​ທີ 20 ​​ເພື່ອປຶກສາ​ຫາ​ລື, ປະກອບ​ຄຳ​ເຫັນ​ເຂົ້າ​ບົດ​ລາຍ​ງານ​ໝາກຜົນ​​ແຫ່ງ​ການປະຕິບັດ​ງານ​ປີ 2011 ​ແລະ ​ແຜນການ​ປະຕິບັດ​ງານ​ປີ 2012. ທີ່​ກອງ​ປະຊຸມ, ບັນດາ​ຜູ້​ແທນ​ໄດ້​ເປັນ​ເອກະ​ພາບ​ທີ່​​ຖື​ວ່າ: ​ໃນ​ປີ 2012 ການ​​ເຄື່ອນ​ໄຫວ​ຂອງ​ຄະນະ​ກຳມະການ​ແຫ່ງ​ຊາດ​ກ່ຽວ​ກັບ​ຊາວ​ໜຸ່ມ​ຫວຽດນາມ ຄວນ​ສຸມ​ໃສ່​ເຂົ້າ 3 ​ເນື້ອ​ໃນ​ສຳຄັນ​ໃນ​ນັ້ນ​ມີ​ການ ສື​ກສາ​ດ້ານ​ແນວ​ຄິດ, ຄຸນສົມບັດ, ​ແບບ​ແຜນ​ດຳລົງ​ຊີວິດ​ທີ່​ໂປ່​ງ​ໃສ​ໃຫ້​ແກ່​ຊາວ​ໜຸ່ມ, ​ເອົາ​ໃຈ​ໃສ່​ບຳລຸງ​ສ້າງ​ວິຊາ​ຊີບ ​ແລະ ​ແກ້​ໄຂວຽກ​ເຮັດ​ງານ​ທຳ​ໃຫ້​ແກ່​ຊາວ​ໜຸ່ມ. ກ່າວ​ຄຳ​ເຫັນ​ຊີ້ນ​ຳກອງ​ປະຊຸມ, ທ່ານ​ຮອງ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ທ້ຽນ​ເຍີນ ​ເນັ້ນ​ໜັກ​ເຖິງ​​ເລື່ອງ ຄະນະ​ກຳມະການ​ຄວນ​ເປັນ​ເຈົ້າ​ການ​ສົມທົບ​ກັບ​​ບັນດາ​ກະຊວງ, ຂະ​ແໜງ​ການ​ທີ່​ກ່ຽວຂ້ອງ, ​ເປັນ​ເສນາ​ທິການ​ຜັນ​ຂະຫຍາຍການ​ປະຕິບັດ​ຍຸດ​ທະ​ສາດ​ພັດທະນາ​ຊາວ​ໜຸ່ມ​ຫວຽດນາມ​ໄລຍະ​ 2011 – 2020, ທ່ານ​ກ່າວ​ວ່າ:

“​ຄະນະ​ຊາວ​ໜຸ່ມ​ກອມ​ມູນິດ ​ໂຮ່ຈີ​ມິນ, ຄະນະ​ກຳມະການ​ແຫ່ງ​ຊາດ​ຊາວ​ໜຸ່ມ​ຫວຽດນາມ ​ແລະ ກະຊວງ​ພາຍ​​ໃນ​ຈະ​ແມ່ນ​ບັນດາ​ຫົວໜ່ວຍ​ປະຕິບັດ, ຕິດຕາມ​ກວດກາ ​ແລະ ​ເປັນ​ເສນາ​ທິການ​ຊ່ວຍ​ລັດຖະບານ​ປະຕິບັດ​ຍຸດ​ທະ​ສາດ​ຊາວ​ໜຸ່ມ​ໃນ​ໄລຍະ​ນີ້​ເປັນ​ຢ່າງ​ດີ. ນີ້​ແມ່ນ​ສິ່ງ​ ​ເຊິ່ງພວກ​ເຮົາ​ຕ້ອງ​ຫັນ​ເປັນ​ລະອຽດ​ຕື່ມໃນ​ປີ 2012  ​ເພື່ອ​​ໃຫ້ການປະຕິບັດ​ຍຸດ​ທະ​ສາດ​ບັນລຸ​ປະສິທິຜົນ​​ໃນ​ເບື້ອງ​ຕົ້ນ”

​ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ທ້ຽນ​ເຍີນ ກໍຮຽກຮ້ອງ​ໃຫ້​ກະຊວງ​ພາຍ​ໃນ ຍືນ​ສະ​ເໜີ​ຕໍ່​ນາຍົກລັດຖະມົນຕີ ກໍ່ສ້າງ​ໂຄງການ​ເຄື່ອນ​ໄຫວ​ປະຕິບັດ​ຍຸດ​ທະ​ສາດ ດ້ວຍ​ບັນດາ​ວຽກ​ງານ​ລະອຽດ, ​ເໝາະ​ສົມ​ກັບ​ຊາວ​ໜຸ່ມ ​ແລະ ສະພາບ​ການ​ຂອງ​ແຕ່ລະ​ທ້​ອງຖີ່​ນ, ພ້ອມ​ກັນ​ນັ້ນ​ກໍ​ຍົກ​ອອກ​ບັນດາ​ນະ​ໂຍບາຍ​ໜູ່ນຊ່ວຍຕື່ມ​ອີກ ​ເພື່ອ​ຮັບປະ​ກັບ​ລັກສະນະ​ເປັນ​ໄປ​ໄດ້​ຂອງ​ໂຄງການ.

 

TAG
ກອງປະຊຸມຄັ້ງທີ 20 ຄະນະກຳມະການແຫ່ງຊາດກ່ຽວກັບ ຊາວໜຸ່ມຫວຽດນາມ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ