logo

ກອງ​ປະ​ຊຸມ ບັນ​ດາ​ເຈົ້າ​ໜ້າ​ທີ່​ອາ​ວະ​ໂສ ອາ​ຊຽນ - ຈີນ​ກ່ຽວ​ກັບການປະ​ຕິ​ບັດ​ຖະ​ແຫຼງ​ການວ່າ​ດ້ວຍ​ການ​ປະ​ພຶດ​ຂອງ​ບັນ​ດາ​ຝ່າຍ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ຄັ້ງ​ທີ 25

2026/1/31 | 07:59:00
(VOVWORLD) - ທ່ານ ດັ້ງຮ່ວາງຢາງ ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ເນັ້ນໜັກວ່າ ການຮັກສາສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືຢູ່ທະເລຕາເວັນອອກ ແມ່ນຕອບສະໜອງຜົນປະໂຫຍດລວມຂອງທຸກປະເທດ
ກອງປະຊຸມ ບັນດາເຈົ້າໜ້າທີ່ອາວະໂສ (SOM) ອາຊຽນ - ຈີນ ກ່ຽວກັບປະຕິບັດຖະແຫຼງການວ່າດ້ວຍການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC) ຄັ້ງທີ 25 (ພາບ: VOV)

ກອງປະຊຸມ ບັນດາເຈົ້າໜ້າທີ່ອາວະໂສ (SOM) ອາຊຽນ - ຈີນ ກ່ຽວກັບປະຕິບັດຖະແຫຼງການວ່າດ້ວຍການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC) ຄັ້ງທີ 25 (SOM-DOC 25), ໄດ້ດຳເນີນໃນວັນທີ 30 ມັງກອນ, ຢູ່ Cebu, ປະເທດ ຟີລິບປິນ. ກ່າວຄຳເຫັນນະທີ່ນີ້, ທ່ານ ດັ້ງຮ່ວາງຢາງ ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ເນັ້ນໜັກວ່າ ການຮັກສາສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືຢູ່ທະເລຕາເວັນອອກ ແມ່ນຕອບສະໜອງຜົນປະໂຫຍດລວມຂອງທຸກປະເທດ; ທ່ານສະເໜີບັນດາຝ່າຍປະຕິບັດຕາມກົດໝາຍສາກົນ ແລະ ແກ້ໄຂບັນດາການຂັດແຍ້ງກັນໂດຍສັນຕິວິທີ ບົນພື້ນຖານກົດໝາຍສາກົນ, ພິເສດແມ່ນສົນທິສັນຍາ ສປຊກ່ຽວກັບກົດໝາຍວ່າດ້ວຍທະເລ ປີ 1982 (UNCLOS 1982). ທ່ານຢັ້ງຢືນວ່າ DOC ແມ່ນໜຶ່ງໃນບັນດາເອກະສານພື້ນຖານໃນການພົວພັນ ອາຊຽນ - ຈີນ, ທ່ານສະເໜີບັນດາຝ່າຍສືບຕໍ່ມານະພະຍາຍາມຈົນສຸດຄວາມສາມາດຂອງຕົນເພື່ອຮັບປະກັນການປະຕິບັດ ບັນດາຂໍ້ກຳນົດ, ຄຳໝັ້ນສັນຍາໃນ DOC ຢ່າງຄົບຖ້ວນ ແລະ ມີປະສິດທິຜົນ, ຜ່ານນັ້ນປະກອບສ່ວນຮັກສາສັນຕິພາບ, ສະຖຽນລະພາບ ຢູ່ທະເລຕາເວັນອອກ ແລະ ພາກພື້ນ ເວົ້າລວມ, ພ້ອມທັງສ້າງສະພາບແວດລ້ອມແຫ່ງຄວາມສະດວກໃຫ້ແກ່ ການເຈລະຈາກົດແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (COC).

TAG
VOV/VOVworld/ອາ​ຊຽນ/ຈີນ/ການ​ພົວ​ພັນ/ທະ​ເລ​ຕາ​ເວັນ​ອອກ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ