logo

ກອງປະຊຸມປະຈຳເດືອນມັງກອນຂອງລັດຖະບານ

2012/2/4 | 10:15:03
ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ​ໄດ້​ເປັນ​ປະ​ທານ​ກອງ​ປະຊຸມ​ປະຈຳ​ເດືອນມັງກອນຂອງລັດຖະບານ

( ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸງ )
( vov world )     ຕອນ​ເຊົ້າ​ວັນ​ທີ 4 ກຸມພາ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ​ໄດ້​ເປັນ​ປະ​ທານ​ກອງ​ປະຊຸມ​ປະຈຳ​ເດືອນມັງກອນຂອງລັດຖະບານ ​ເພື່ອ​ແນ​ໃສ່​ຕີ​ລາຄາ​ສະພາບ​ເສດຖະກິດ​ສັງຄົມ​ໃນ​ເດືອນ ມັງກອນ ​ແລະ ບຸນ​ປີ​ໃໝ່​ປີ​ມະ​ໂຣງ. ຕາມ​ບົດ​ລາຍ​ງານ​ສັງລວບ ​ແລະ ຄຳ​ຄິດ​ຄຳ​ເຫັນ​ຂອງ​ບັນດາ​ສະມາ​ຊິກ​ລັດຖະບານ ກ່າວ​​ຢູ່​ທີ່​ກອງ​ປະຊຸມ​ໃນ​ຕອນ​ເຊົ້າ​ວັນ​ທີ 4 ກຸມພາ, ​ໃນ​ອາກາດ​ບຸນປີ​ໃໝ່​ປີ​ມະ​ໂຣງ, ສະພາບ​ຄວາມ​ສະຫງົບ​ປອດ​ໄພ​ດ້ານ​ການ​ເມືອງ​ໄດ້​ຮັບ​ການ​ຮັກ​ສາ​ໄວ​ຢ່າງ​ໝັ້ນຄົງ, ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ທາງ​ສັງຄົມ​ໃນ​ທົ່ວ​ປະ​ເທດ​ໄດ້​ຮັກສາ​ໄວ້​ໂດຍ​​ພື້ນຖານ. ບັນດາ​ຂັ້ນ, ຂະ​ແໜງ​ການ​​ເອົາ​ໃຈ​ໃສ່​ຊີ້​ນຳ ​ແລະ ຈັດ​ຕັ້ງ​ບຸນປີ​ໃໝ່​ປະຈຳ​ຊາດ​ຢ່າງປອດ​ໄພ ​ແລະ ປະ​ຢັດ. ລາຄາ​ຂອງ​ຕະຫຼາດ​ໃນ​ຍາມບຸນ​ປີ​ໃໝ່​ເພີ່ມ​ຂື້ນ​ໜ້ອຍ, ບໍ່​ມີ​ສະພາບ​ລາຄາ​ຂື້ນ​ສູງ. ດັດ​ສະ​ນີລາຄາ​ໃຊ້​ສອຍ​ໃນ​ເດືອນ​ມັງກອນ​ເພີ່ມ​ຂື້ນ​ພຽງ 1% ​ແມ່ນ​ລະດັບຕໍ່າ​ສຸດຂອງ​ເດືອນ​ໄກ້​ຈະ​ຮອດ​ບຸນປີ​ໃໝ່​ປີ​ມະ​ໂຣງ​ໃນ 10 ປີ​ທີ່​ຜ່ານ​ມາ. ​ເຖິງ​ວ່າ​ໃນ​ເດືອນ​ມັງກອນ, ອາກາດ​ໜາວ​ແກ່ຍາວ​ສົ່ງ​ຜົນ​ສະທ້ອນ​ຕໍ່​ການ​ຜະລິດ​ກະສິກຳ​ຢູ່​ບັນດາ​ແຂວງ​ທາງ​ພາກ​ເໜືອ, ບັນດາ​ວິ​ສາ​ຫະກິດ​ຂະໜາດ​ກາງ ​ແລະ ໜ້ອຍ​ສືບ​ຕໍ່​ປະສົບ​ກັບ​ຄວາມ​ຫຍຸ້ງຍາກຍ້ອນ​ຄວາມຕ້ອງການ​ຊົມໃຊ້​ຫຼຸດ​ລົງ, ຄ່າດອກ​ເບ້ຍ​ກູ້​ຢືມ​ທຶນ​ຂອງທະນະ​ຄານ​ຍັງ​ສູງ​ຢູ່ … ພ້ອມ​ກັບ​ການ​ສືບຕໍ່ຕີ​ລາຄາ​ສະພາບ​ເສດຖະກິດ​ສັງຄົມ​ໃນ​ເດ​ືອນ ມັງກອນ, ຕອນ​ບ່າຍ​ວັນ​ທີ 4 ກຸມພາ, ບັນດາ​ສະມາຊິກ​ລັດຖະບານ​ໃຫ້​ຄຳ​​ເຫັນ​ກ່ຽວ​ກັບ​ການ​ສະຫຼຸບ​ການ​ປະຕິບັດ​ລັດຖະທຳ​ມະນູນ​ປີ 1992, ດັດ​ແກ້, ປັບປຸງ​ບາງ​ມາດຕາ​ຂອງ​ກົດໝາຍ​ວ່າ​ດ້ວຍ​ການ​ຄຸ້ມ​ຄອງ​ພາສີອາກອນ ​ແລະ ດຳລັດຕິ​ແນະ​ນຳ​ປະຕິ​ບັດ​ບາງ​ຂໍ້ມາດຕາ​ຂອງ​ກົດໝາຍ​ວ່າ​ດ້ວຍ​ແຮ່​ທາດ.
TAG
​ກອງ​ປະຊຸມ​ປະຈຳ​ເດືອນ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ