logo

ກອງປະຊຸມລັດຖະມົນຕີເສດຖະກິດ ອາຊຽນ

2020/6/4 | 10:30:00
(VOVWORLD) -  ຕອນເຊົ້າວັນທີ 04 ມິຖຸນາ, ທີ່ຮ່າໂນ້ຍ, ໄດ້ດຳເນີນກອງປະຊຸມລັດຖະມົນຕີເສດຖະກິດ ອາຊຽນ ພິເສດທາງອອນລາຍ ກ່ຽວກັບການຮັບມືກັບໂລກລະບາດໂຄວິດ-19 ດ້ວຍການເຂົ້າຮ່ວມຂອງລັດຖະມົນຕີເສດຖະກິດ 10 ປະເທດສະມາຊິກ ອາຊຽນ ພ້ອມດ້ວຍເລຂາທິການໃຫຍ່ ອາຊຽນ.
 ກອງປະຊຸມລັດຖະມົນຕີເສດຖະກິດ ອາຊຽນ ພິເສດທາງອອນລາຍ

       ກອງປະຊຸມໄດ້ຮັບຮອງເອົາແຜນການດຳເນີນງານ ຮ່າໂນ້ຍ ເພື່ອແນໃສ່ເພີ່ມທະວີການຮ່ວມມືດ້ານເສດຖະກິດ ອາຊຽນ ແລະ ເຊື່ອມຕໍ່ລະບົບສະໜອງໃນສະພາບການໂລກລະບາດໂຄວິດ-19 ພວມຜັນແປຢ່າງສັບສົນ ແລະ ຍາກທີ່ຈະຄາດຄະເນລ່ວງໜ້າໄດ້ໃນພາກພື້ນ, ເຮັດໃຫ້ບັນດາການເຄື່ອນໄຫວຮ່ວມມືດ້ານການເມືອງ-ເສດຖະກິດຖືກຢຸດສະງັກ. ທ່ານລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ເຈິ່ນຕ໊ວນແອງ, ປະທານບັນດາລັດຖະມົນຕີເສດຖະກິດ ອາຊຽນ ເນັ້ນໜັກວ່າ:

        “ພວກເຮົາສາມາດຈຳກັດໄດ້, ສາມາດຄວບຄຸມການແຜ່ລະບາດຂອງໂລກລະບາດ ກໍ່ຄືມີການໜູນຊ່ວຍຢ່າງທັນການ ເພື່ອຫລຸດຜ່ອນບັນດາຜົນກະທົບຫຍໍ້ທໍ້ຈາກໂຄວິດ-19 ທີ່ມີຕໍ່ຊີວິດ, ເສດຖະກິດ-ສັງຄົມ, ແມ່ນບັນດາໝາກຜົນເປັນໜ້າຊື່ນຊົມ. ໝາກຜົນດັ່ງກ່າວ ເຮັດໃຫ້ພວກເຮົາໝັ້ນໃຈກ່ວາ ເພື່ອໃຫ້ພວກເຮົາຜ່ານຜ່າໂລກລະບາດທີ່ຮຸນແຮງດັ່ງກ່າວ.

        ແລະກໍ່ໃນຕອນບ່າຍວັນດຽວກັນ ກໍ່ໄດ້ດຳເນີນກອງປະຊຸມລັດຖະມົນຕີເສດຖະກິດ ອາຊຽນ+3 ພິເສດທາງອອນລາຍ ແນໃສ່ຮັບມືກັບໂລກລະບາດໂຄວິດ-19.

ທີ່ກອງປະຊຸມຂ່າວປະກາດໝາກຜົນຂອງ 2 ເຫດການດັ່ງກ່າວ, ເມື່ອຕອບຄຳຖາມຂອງວົງການສື່ມວນຊົນຢູ່ພາຍໃນ ແລະ ສາກົນກ່ຽວກັບບັນດາມາດຕະການລະອຽດ ຈະໄດ້ຮັບການຜັນຂະຫຍາຍໃນໄລຍະຈະມາເຖິງ. ທ່ານລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ເຈິ່ນຕ໊ວນແອງ, ປະທານບັນດາລັດຖະມົນຕີເສດຖະກິດ ອາຊຽນ ເນັ້ນໜັກວ່າ: ເພື່ອປະເຊີນໜ້າ ແລະ ຮັບມືຢ່າງມີປະສິດທິຜົນກັບທ່າອ່ຽງດັ່ງກ່າວ, ອາຊຽນ ກໍ່ຄື ອາຊຽນ+3 ລ້ວນແຕ່ໄດ້ໄຈ້ແຍກ, ຕີລາຄາລະອຽດ ແລະ ເຫັນດີເປັນເອກະພາບ 1 ຫຼັກການພື້ນຖານແມ່ນ ເພີ່ມທະວີລັກສະນະຮ່ວມສຳພັນພາຍໃນກຸ່ມກ່ວາອີກ ກໍ່ຄືເຊື່ອມຕໍ່ ອາຊຽນ ກັບບັນດາປະເທດຄູ່ຮ່ວມມືກ່ວາອີກ, ກ່ອນອື່ນໝົດ ເພື່ອຮັບປະກັນເປົ້າໝາຍຫັນ ອາຊຽນ ກາຍເປັນປະຊາຄົມເສດຖະກິດລວມຢ່າງແທ້ຈິງ ມີກຳລັງດູດດື່ມບັນດານັກລົງທຶນ-ຄູ່ຮ່ວມມືໂລກຢ່າງມີປະສິດທິຜົນກ່ວາອີກ.

TAG
VOV/VOVworld/ກອງປະຊຸມ/ລັດຖະມົນຕີເສດຖະກິດ/ອາຊຽນ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ