logo

ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ແຮງ​ງານ ອາ​ຊຽນ + 3 ຄັ້ງ​ທີ 11

2020/10/28 | 10:51:00
(VOVWORLD) -ຕອນບ່າຍວັນທີ 28 ຕຸລາ, ໄດ້ດຳເນີນກອງປະຊຸມລັດຖະມົນຕີແຮງງານ ອາຊຽນ + 3 ຄັ້ງທີ 11 ຕາມຮູບການທາງອອນລາຍ. ກອງປະຊຸມດັ່ງກ່າວ ໂດຍ ອິນໂດເນເຊຍ - ປະເທດເຈົ້າພາບຂອງກອງປະຊຸມເປັນປະທານ, ດ້ວຍການເຂົ້າຮ່ວມຂອງບັນດາລັດຖະມົນຕີ, ຫົວໜ້າຄະນະຜູ້ແທນ 10 ປະເທດສະມາຊິກ ອາຊຽນ, ຜູ້ແທນບັນດາປະເທດ, ຜູ້ແທນຂອງບັນດາປະເທດ ຈີນ, ສ.ເກົາຫຼີ ແລະ ຍີ່ປຸ່ນ ແລະ ຄະນະເລຂາ ອາຊຽນ.

ທ່ານ ດ່າວງອັກຢຸງ, ລັດຖະມົນຕີກະຊວງແຮງງານ - ທະຫານເສຍອົງຄະ ແລະ ສັງຄົມ ຫວຽດນາມ 

ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມໄດ້ເຫັນດີສືບຕໍ່ປັບປຸງບັນດານະໂຍບາຍການຕະຫຼາດແຮງງານຢ່າງຕັ້ງໜ້າ ເພື່ອກະຕຸ້ນວຽກເຮັດງານທຳ ແລະ ຍົກສູງບັນດາມາດຖານຄວາມປອດໄພຫຼັກອະນາໄມດ້ານແຮງງານໃນພາກພື້ນ; ພ້ອມທັງສະແດງຄຳໝັ້ນສັນຍາຕໍ່ການຊຸກຍູ້ການຮ່ວມມືຢ່າງແໜ້ນແຟ້ນກວ່າອີກ ລະຫວ່າງ ບັນດາປະເທດ ອາຊຽນ ກັບ ສ.ເກົາຫຼີ, ຈີນ ແລະ ຍີ່ປຸ່ນ ເພື່ອຍົກສູງຄວາມມີໄຫວພິບ ແລະ ຄວາມກ້າແກ່ນຂອງກຳລັງແຮງງານ, ກະກຽມໃຫ້ແກ່ບັນດາວິກິດການດ້ານເສດຖະກິດ - ສັງຄົມ ໃນອະນາຄົດ.

        ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ດ່າວງອັກຢຸງ, ລັດຖະມົນຕີກະຊວງແຮງງານ - ທະຫານເສຍອົງຄະ ແລະ ສັງຄົມ ຫວຽດນາມ ໃຫ້ຮູ້ວ່າ ຫວຽດນາມ ໃຫ້ຄຳໝັ້ນສັນຍາປະຕິບັດບັນດາຄວາມມານະພະຍາຍາມ ພ້ອມກັບ ອາຊຽນ ເພື່ອແນໃສ່ຊຸກຍູ້ການປະຕິບັດ ຖະແຫຼງການ ອາຊຽນ ກ່ຽວກັບການພັດທະນາແຫຼ່ງຊັບພະຍາກອນມະນຸດຕໍ່ການປ່ຽນແປງວຽກເຮັດງານທຳໃນໂລກ, ຖະແຫຼງການ ອາຊຽນ ກ່ຽວກັບການຊຸກຍູ້ວຽກເຮັດງານທຳ ຂຽວ ເພື່ອຄວາມຍຸຕິທຳ ແລະ ການເຕີບໂຕກວມລວມ, ຖະແຫຼງການຂອງບັນດາລັດຖະມົນຕີແຮງງານ ອາຊຽນ ກ່ຽວກັບອະນາຄົດຂອງວຽກເຮັດງານທຳ. ທ່ານ ດ່າວງອັກຢຸງ ກ່າວວ່າ:  

 “ຢູ່ຫວຽດນາມ, ພວກຂ້າພະເຈົ້າຖືວ່າ ການພັດທະນາແຫຼ່ງຊັບພະຍາກອນມະນຸດແມ່ນ 1 ໃນ 3 ຍຸດທະສາດບຸກທະລຸໃນປັດຈຸບັນ ແລະ ອະນາຄົດ ໃນຍຸດທະສາດພັດທະນາເສດຖະກິດ - ສັງຄົມ. ຕາມນັ້ນແລ້ວ, ລັດຖະບານ ຫວຽດນາມ ໄດ້ໃຫ້ສັດຕະຍາບັນຍຸດທະສາດກ່ຽວກັບການພັດທະນາແຫຼ່ງຊັບພະຍາກອນມະນຸດໄລຍະ 2011 2020. ພາຍຫຼັງປະຕິບັດມາເປັນເວລາ 10 ປີ, ບາງດັດຊະນີກ່ຽວກັບບຸກຄະລາກອນຂອງ ຫວຽດນາມ ກໍບັນລຸອັນດັບສູງໃນພາກພື້ນ”.

ສິ້ນສຸດກອງປະຊຸມ, ບັນດາຜູ້ແທນໄດ້ເຫັນດີເປັນເອກະພາບອອກຖະແຫຼງການຮ່ວມ.


TAG
VOV/VOVworld/ຊັບພະຍາກອນມະນຸດ/ບຸກ​ຄະ​ລາ​ກອນ/ແຮງ​ງານ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ