logo

ກອງ​ປະ​ຊຸມ​ສຸດຍອດ AI ຈັດ​ຂຶ້ນ​ຢູ່ ປາ​ຣີ ໃຫ້​ບຸ​ລິ​ມະ​ສິດ​ຊຸກ​ຍູ້​ບັນ​ດາ​ຜົນ​ປະ​ໂຫຍດ​ຂອງ​ເຕັກ​ໂນ​ໂລ​ຢີ

2025/2/10 | 08:48:46
(VOVWORLD) - ໂດຍໄດ້ດຳເນີນໃນລະຫວ່າງວັນທີ 10  11 ກຸມພາ ຢູ່ນະຄອນຫຼວງ ປາຣີ, ກອງປະຊຸມສຸດຍອດການກະທຳກ່ຽວກັບປັນຍາປະດິດ (AI) ຫັນທິດໃຫ້ບຸລິມະສິດຈາກການຄວບຄຸມຄວາມປອດໄພ AI ໄປສູ່ການພັດທະນາ ແລະ ແບ່ງປັນຜົນປະໂຫຍດ ເຊິ່ງ AI ນຳມາໃຫ້, ກໍຄືເພີ່ມທະວີການຮ່ວມມືໃນສະພາບການຄວາມເຄັ່ງຕຶງທາງດ້ານພູມີສາດການເມືອງເລີ່ມສົ່ງຜົນກະທົບຕໍ່ຂົງເຂດເຕັກໂນໂລຢີນີ້.

ກອງປະຊຸມສຸດຍອດກ່ຽວກັບການກະທຳ AI  ຈັດຂຶ້ນຢູ່ ປາຣີ ແມ່ນກອງປະຊຸມສຸດຍອດຄັ້ງທີ 3 ມີຂອບເຂດທົ່ວໂລກ ເຊິ່ງກ່ຽວຂ້ອງເຖິງເຕັກໂນໂລຢີ AI, ພາຍຫຼັງບັນດາກອງປະຊຸມຢູ່ Bletchley Park (ປະເທດ ອັງກິດ) ປີ 2023 ແລະ ຢູ່ ເຊີອູນ (ສ.ເກົາຫຼີ) ໃນປີກາຍ.

       ໃຫ້ບຸລິມະສິດກ່ຽວກັບການປະດິດຄິດສ້າງ ຫຼາຍກວ່າ ຄວາມປອດໄພ

        ຄວາມແຕກຕ່າງກັນໃຫຍ່ທີ່ສຸດຂອງກອງປະຊຸມສຸດຍອດ AI  ປີນີ້ ເມື່ອທຽບໃສ່ກອງປະຊຸມສຸດຍອດ 2 ຄັ້ງກ່ອນ ນັ້ນແມ່ນການຫັນປ່ຽນບຸລິມະສິດດ້ານເນື້ອໃນທີ່ປຶກສາຫາລືໃນກອງປະຊຸມ. ໃນກອງປະຊຸມສຸດຍອດ AI ຈັດຂຶ້ນຢູ່ ອັງກິດ ແລະ  ສ. ເກົາຫຼີ, ບັນຫາຄວາມປອດໄພ AI ແມ່ນຈຸດສຸມ. ແຕ່ໃນກອງປະຊຸມສຸດຍອດຄັ້ງນີ້, ເຖິງວ່າຄວາມປອດໄພ AI ຍັງແມ່ນຫົວຂໍ້ໃຫຍ່, ແຕ່ຖືກຈັດຕາມຫຼັງບັນດາບຸລິມະສິດກ່ຽວກັບການພັດທະນາ AI ຢ່າງສະໝ່ຳສະເໝີກວ່າ, ແບ່ງປັນຜົນປະໂຫຍດ ເຊິ່ງ AI ນຳມາໃຫ້ຢ່າງຍຸຕິທຳກວ່າ ແລະ ເພີ່ມທະວີການຮ່ວມມື AI ໃນຂອບເຂດທົ່ວໂລກ ຕໍ່ໜ້າຄວາມສ່ຽງການຈັດແບ່ງເຕັກໂນໂລຢີ. ຈາກຫົວຂໍ້ “ກອງປະຊຸມສຸດຍອດກ່ຽວກັບຄວາມປອດໄພ AI” ໃນເບື້ອງຕົ້ນ, ປະເທດເຈົ້າພາບ ຝລັ່ງ ໄດ້ປ່ຽນຫົວຂໍ້ເປັນ “ກອງປະຊຸມສຸດຍອດກ່ຽວກັບການກະທຳ AI”.

        ເມື່ອອະທິບາຍກ່ຽວກັບວິທີການສຳຜັດໃໝ່, ທ່ານປະທານາທິບໍດີ ຝລັ່ງ, Emmanuel Macron ຖືວ່າ ເອີຣົບ ມີຄວາມເອກອ້າງທະນົງໃຈເມື່ອໄດ້ນຳໜ້າໃນການສ້າງບັນດາຂໍ້ກຳນົດເພື່ອແນໃສ່ຄວບຄຸມ AI ແຕ່ເລື່ອງຄວບຄຸມນີ້ ຕ້ອງເດີນຕາມຫຼັງນະວັດຕະກຳໃນສະພາບການເອີຣົບ ພວມມີສັນຍານຕົກຖອຍຫຼັງກ່ຽວກັບເຕັກໂນໂລຢີ AI ເມື່ອທຽບໃສ່ ອາເມລິກາ ແລະ ຈີນ. ສຳລັບ ອາເມລິກາ, ປະເທດມະຫາອຳນາດນຳໜ້າກ່ຽວກັບ AI, ບັນຫາຄວາມປອດໄພ AI ກໍບໍ່ແມ່ນບຸລິມະສິດອັນດັບໜຶ່ງອີກແລ້ວ, ໃນຂະນະທີ່ຄະນະຜູ້ແທນ ອາເມລິກາ ເຂົ້າຮ່ວມກອງປະຊຸມດັ່ງກ່າວ ບໍ່ມີສະມາຊິກໃດມາຈາກສະຖາບັນຄວາມປອດໄພ AI ເຊິ່ງ ອາເມລິກາ ໄດ້ສ້າງຕັ້ງຂຶ້ນເມື່ອທ້າຍປີ 2023. ທ່ານ James Manyka ຮອງປະທານ Google ໄດ້ສະໜັບສະໜູນການປ່ຽນແປງດັ່ງກ່າວ. ທ່ານກ່າວວ່າ:

         “ຂ້າພະເຈົ້າຄິດວ່າ ໜຶ່ງໃນບັນດາຈຸດເປັນໜ້າຈັບໃຈໃນກອງປະຊຸມສຸດຍອດຄັ້ງນີ້ ແມ່ນເລື່ອງມີຄວາມເອົາໃຈໃສ່ເຖິງບັນດາໂອກາດ ເຊິ່ງ AI ນຳມາໃຫ້. ທຳມະດາ ແມ່ນມີຫຼາຍການປຶກສາຫາລືກ່ຽວກັບບັນດາຄວາມສ່ຽງ ແລະ ຄວາມສັບສົນຂອງ AI  ແຕ່ພັດບໍ່ມີການປຶກສາຫາລືຢ່າງຄົບຖ້ວນກ່ຽວກັບໂອກາດຂອງ AI”.

        ການປ່ຽນແປງບຸລິມະສິດຂອງກອງປະຊຸມສຸດຍອດປີນີ້ ກໍສ່ອງແສງບັນດາການຜັນແປໃຫຍ່ໃນໂລກເຕັກໂນໂລຢີ AI ທົ່ວໂລກໃນໄລຍະຜ່ານມາ, ພົ້ນເດັ່ນແມ່ນການເປີດຕົວຂອງ Deepseek, ເຊິ່ງເປັນຮູບແບບ AI ໂດຍ ຈີນ ປະດິດສ້າງ ແລະ ໄດ້ພັດທະນາດ້ວຍຄ່າໃຊ້ຈ່າຍທີ່ຕ່ຳກວ່າຫຼາຍ ເມື່ອທຽບໃສ່ ChatGPT, Gemini, Mistral… ແຕ່ພັດບັນລຸປະສິດທິຜົນທີ່ເທົ່າທຽມກັນ. ຕາມວົງການນັກຊ່ຽວຊານແລ້ວ, DeepSeek ເປີດກາລະໂອກາດຫຼາຍຢ່າງໃຫ້ບັນດາປະເທດພັດທະນາບັນດາຮູບແບບ AI ທີ່ຂະຫຍັນຂັນເຄື່ອນກວ່າ, ຫຼຸດຜ່ອນການເອື່ອຍອີງຕໍ່ບັນດາກຸ່ມບໍລິສັດເຕັກໂນໂລຢີໃຫຍ່ຢູ່ Silicon Valley (ອາເມລິກາ) ເຊິ່ງເຄີຍມີທ່າດີຫຼາຍກວ່າໝູ່ ກ່ຽວກັບແຫຼ່ງກຳລັງການເງິນ, ເຕັກໂນໂລຢີ ແລະ ຊັບພະຍາກອນມະນຸດ.

       ພູມີສາດການເມືອງ AI

        ເລື່ອງມີປະມຸກລັດ, ເຈົ້າໜ້າທີ່ຂັ້ນສູງຫຼາຍທ່ານ ທີ່ມາຈາກກວ່າ 100 ປະເທດ, ໃນນັ້ນ ມີທ່ານຮອງປະທານາທິບໍດີ ອາເມລິກາ, J.D Vance ແລະ ຮອງນາຍົກລັດຖະມົນຕີ ຈີນ,  ຈາງກູຈິງ, ເຂົ້າຮ່ວມກອງປະຊຸມສຸດຍອດ AI  ຄັ້ງນີ້ ຢູ່ ປາຣີ ແມ່ນສັນຍານທີ່ຊີ້ໃຫ້ເຫັນວ່າ ມີຫົວຂໍ້ໃຫຍ່ອີກຫົວຂໍ້ໜຶ່ງອາດຈະຄອບງຳການປຶກສາຫາລືຢູ່ ປາຣີ ນັ້ນ ແມ່ນການກະທົບຈາກຄວາມເຄັ່ງຕຶງດ້ານພູມີສາດການເມືອງໃນໂລກໃນປັດຈຸບັນ ຕໍ່ການພັດທະນາ ແລະ ການຮ່ວມມື AI ໃນຂອບເຂດທົ່ວໂລກ.

        ຕາມທ່ານ Nick Reiners, ນັກຊ່ຽວຊານໄຈ້ແຍກກ່ຽວກັບພູມີສາດເຕັກໂນໂລຢີ ຢູ່ Eurasia Group, ກຸ່ມບໍລິສັດທີ່ໃຫ້ຄຳປຶກສາກ່ຽວກັບບັນດາຄວາມສ່ຽງການເມືອງທົ່ວໂລກ ທີ່ມີສຳນັກງານຕັ້ງຢູ່ ນິວຢອກ (ອາເມລິກາ), ແງ່ມູມພູມີສາດການເມືອງຂອງ AI ພວມນັບມື້ນັບສັບສົນໃນສະພາບການເຕັກໂນໂລຢີເວົ້າລວມພວມແມ່ນຈຸດສຸມຂອງການແກ້ງແຍ້ງລະຫວ່າງບັນດາປະເທດມະຫາອຳນາດ, ພ້ອມດຽວກັນນັ້ນ ບັນດານະໂຍບາຍກ່ຽວກັບເຕັກໂນໂລຢີ, ພິເສດແມ່ນ AI, ຈາກຝ່າຍອຳນາດການປົກຄອງ ອາເມລິກາ ພວມປະເຊີນໜ້າກັບປະຕິກິລິຍາຈາກຫຼາຍປະເທດ. ທ່ານ Nick Reiners ຖືວ່າ ເລື່ອງ ຈີນ ແລະ ຝລັ່ງ ໄດ້ລົງນາມຖະແຫຼງການຮ່ວມກ່ຽວກັບ AI ໃນປີກາຍນີ້ ໄດ້ຊີ້ໃຫ້ເຫັນວ່າ ພວມມີຄວາມວິຕົກວັງວົງລວມໃດໜຶ່ງ ລະຫວ່າງ ຈີນ ແລະ ເອີຣົບ ສຳລັບຄວາມມານະພະຍາຍາມຄອບຄອບຂອງບັນດາກຸ່ມບໍລິສັດເຕັກໂນໂລຢີ ອາເມລິກາ ໃນຂົງເຂດນີ້. ດັ່ງນັ້ນ, ໃນກອງປະຊຸມສຸດຍອດຄັ້ງນີ້, ບັນດາຝ່າຍອາດຈະປະເຊີນໜ້າກັບສິ່ງທ້າທາຍໃນການຍົກອອກບັນດາຄຳໝັ້ນສັນຍາ ແລະ ຖະແຫຼງການຮ່ວມກ່ຽວກັບທິດທາງພັດທະນາ AI ໃນໄລຍະຈະມາເຖິງ, ໂດຍສະເພາະແມ່ນໃນບັນດາແງ່ມູມຄື: ການເຂົ້າເຖິງຢ່າງເປີດເຜີຍກັບແຫຼ່ງຂໍ້ມູນ, AI ຮັບໃຊ້ຜົນປະໂຫຍດປະຊາຄົມ, AI ແລະ ສິ່ງແວດລ້ອມແບບຍືນຍົງ… ຄວາມວິຕົກກັງວົນໃຫຍ່ກວ່າ ແມ່ນບັນດາຄວາມແຕກໂຕນກ່ຽວກັບນະໂຍບາຍລະຫວ່າງບັນດາຝ່າຍ ອາດຈະພາໄປເຖິງການຈັດແບ່ງເຕັກໂນໂລຢີ AI ທົ່ວໂລກ, ເມື່ອບັນດາປະເທດສະກັດກັ້ນ ຫຼື ຫ້າມບັນດາເຕັກໂນໂລຢີຂອງກັນ. ທ່ານປະທານາທິບໍດີ ຝລັ່ງ, Emmanuel Macron ກ່າວເຕືອນວ່າ:

        “ຂ້າພະເຈົ້າຄິດວ່າ ເລື່ອງຫ້າມເຕັກໂນໂລຢີໜຶ່ງ ຍ້ອນເຫດຜົນທີ່ມັນມາຈາກປະເທດໃດໜຶ່ງ ແມ່ນສິ່ງທີ່ບໍ່ສົມມາພາຄວນ. ນັ້ນບໍ່ແມ່ນວິທີສຳຜັດຂອງພວກຂ້າພະເຈົ້າ. ສຳລັບທຸກເຕັກໂນໂລຢີໃນໂລກ ທີ່ບໍ່ແມ່ນມາຈາກ ເອີຣົບ, ພວກຂ້າພະເຈົ້າຈະສັງເກດບັນດາແງ່ມູມທີ່ລະອຽດອ່ອນສຳລັບຄວາມໝັ້ນຄົງ ແລະ ອະທິປະໄຕຂອງເອີຣົບ. ນັ້ນແມ່ນສິ່ງທີ່ພວກຂ້າພະເຈົ້າໄດ້ເຮັດກ່ຽວກັບດ້ານເຕັກໂນໂລຢີ”.

        ສຳລັບເອີຣົບ ແລະ ປະເທດເຈົ້າພາບ ຝລັ່ງ, ກອງປະຊຸມສຸດຍອດ AI ຄັ້ງນີ້ກໍແມ່ນໂອກາດເພື່ອສ້າງບາດກ້າວບຸກທະລຸໃຫ້ແກ່ເຕັກໂນໂລຢີໃນພາກພື້ນ ຕໍ່ໜ້າການແກ້ງແຍ້ງຢ່າງແຮງຈາກ ອາເມລິກາ ແລະ ຈີນ. ກ່ອນດຳເນີນກອງປະຊຸມສຸດຍອດ, ທ່ານປະທານາທິບໍດີ ຝລັ່ງ Emmanuel Macron ໄດ້ແຈ້ງໃຫ້ຊາບບັນດາບ້ວງເງິນລົງທຶນ ເຂົ້າບັນດາໂຄງການ AI ຢູ່ ຝລັ່ງ ທີ່ມີມູນຄ່າເຖິງ 113 ຕື້ USD ໃນ 2 – 3 ປີຈະມາເຖິງ. ນີ້ແມ່ນບັນດາບ້ວງເງິນລົງທຶນທີ່ມາຈາກສະຫະລັດ ອາຣັບ ເອມມີເລດ (UAE), ການາດາ, ອາເມລິກາ ແລະ ບາງກຸ່ມບໍລິສັດເຕັກໂນໂລຢີໃຫຍ່ຂອງ ຝລັ່ງ ຄື: Thales, Orange ຫຼື Illiad./.

TAG
VOV/VOVworld/ເຕັກ​ໂນ​ໂລ​ຢີ AI/ປັນ​ຍາ​ປະ​ດິດ/ຄວາມ​ປອດ​ໄພ/ກອງ​ປະ​ຊຸມ​ສຸດຍອດ ກ່ຽວ​ກັບ​ການ​ກະ​ທຳ AI

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ