logo

ກອງ​ປະ​ຊຸມ​ສຸດຍອດ ສ.ເກົາຫຼີ - ຈີນ ເຫັນ​ດີ​ເປັນ​ເອ​ກະ​ພາບ​ຟື້ນ​ຟູ​ສາຍ​ພົວ​ພັນ

2026/1/6 | 07:25:00
(VOVWORLD) -  ການນຳ ຈີນ ຖືວ່າ ຈີນ ແລະ ສ.ເກົາຫຼີ ຕ້ອງພ້ອມກັນຮັກສາທ່າອ່ຽງມິດຕະພາບ, ການຮ່ວມມື ແລະ ນຳສາຍພົວພັນລະຫວ່າງສອງປະເທດໃຫ້ພັດທະນາຢ່າງຈົບງາມ.
ທ່ານ ສີຈີ້ນຜິງ ປະທານປະເທດ ຈີນ ໄດ້ມີການພົບປະກັບທ່ານ Lee Jae Myung ປະທານາທິບໍດີ ສ.ເກົາຫຼີ ຢູ່ປັກກິ່ງ, ຈີນ ໃນວັນທີ 05/01/2026 (ພາບ: China Daily via Reuters)

ວັນທີ 05 ມັງກອນ, ຢູ່ ປັກກິ່ງ, ປະເທດຈີນ, ທ່ານ ສີຈີ້ນຜິງ ປະທານປະເທດ ຈີນ ໄດ້ມີການພົບປະກັບທ່ານ Lee Jae Myung ປະທານາທິບໍດີ ສ.ເກົາຫຼີ. ກ່າວຄຳເຫັນທີ່ການພົບປະ, ການນຳ ຈີນ ຖືວ່າ ຈີນ ແລະ ສ.ເກົາຫຼີ ຕ້ອງພ້ອມກັນຮັກສາທ່າອ່ຽງມິດຕະພາບ, ການຮ່ວມມື ແລະ ນຳສາຍພົວພັນລະຫວ່າງສອງປະເທດໃຫ້ພັດທະນາຢ່າງຈົບງາມ. ສ່ວນທ່ານ Lee Jae Myung ປະທານາທິບໍດີ ສ.ເກົາຫຼີ ກໍຢັ້ງຢືນຄືນຄວາມສຳຄັນຂອງການຮ່ວມມືສອງຝ່າຍ, ພ້ອມທັງປາດຖະໜາວ່າ ປີ 2026 ຈະແມ່ນປີທຳອິດແຫ່ງການຟື້ນຟູສາຍພົວພັນລະຫວ່າງສອງປະເທດ. ການນຳ ສ.ເກົາຫຼີ ກໍໃຫ້ຄຳໝັ້ນສັນຍາ ຈະພ້ອມກັບທ່ານປະທານປະເທດຈີນສ້າງພື້ນຖານການເມືອງອັນດີງາມ ບົນພື້ນຖານຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນ, ມຸ່ງໄປເຖິງການສ້າງສາຍພົວພັນອັນດີງາມ.

ການນຳສອງທ່ານກໍໄດ້ເຕື້ອງເຖິງບັນຫາ ແຫຼມເກົາຫຼີ. ຝ່າຍ ສ.ເກົາຫຼີ ປາດຖະໜາວ່າ ສອງຝ່າຍຈະພ້ອມກັນຊອກຫາບັນດາວິທີການແກ້ໄຂທີ່ສາມາດເປັນໄປໄດ້, ມຸ່ງໄປເຖິງສັນຕິພາບໃນພາກພື້ນ, ປະກອບສ່ວນສ້າງສະຖຽນລະພາບ ແລະ ຄວາມວັດທະນາຖາວອນລວມ.

ຕວັນເຍີດ, ນັກຂ່າວ VOV ປະຈຳ ຍີ່ປຸ່ນ.

TAG
VOV/VOVworld/ກອງ​ປະ​ຊຸມ​ສຸດຍອດ ສ.ເກົາຫຼີ - ຈີນ/ຟື້ນ​ຟູ​ສາຍ​ພົວ​ພັນ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ