ເຂົ້າຮ່ວມກອງປະຊຸມດັ່ງກ່າວກັບທ່ານນາຍົກລັດຖະມົນຕີ ກຳປູເຈຍ Samdech Hun Sen ຍັງມີເຈົ້າໜ້າທີ່ຂັ້ນສູງຂອງລັດຖະບານ ກຳປູເຈຍ ອີກຈຳນວນໜຶ່ງ.
ໃນວັນທີ 26 ມິຖຸນາຈະມາເຖິງ ກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 36 ຈະຖືກຈັດຂຶ້ນທາງອອນລາຍ. ທ່ານ Ahmad Ibrahim Almutaqqi ຜູ້ອຳນວຍການໂຄງການຄົ້ນຄ້ວາຂອງ ອາຊຽນ ຂຶ້ນກັບສູນ Habibie (Indonesia) ຖືວ່າ ກອງປະຊຸມແມ່ນເຫດການສຳຄັນ, ມີຄວາມໝາຍຫຼາຍຢ່າງສຳລັບ ອາຊຽນ ໃນສະພາບການໂລກລະບາດໂຄວິດ-19ສືບຕໍ່ຄຸກຄາມ ແລະ ຄວາມໝັ້ນຄົງຢູ່ພາກພື້ນມີການຜັນແປສັບສົນຫຼາຍຢ່າງ. ນີ້ກໍ່ແມ່ນໂອກາດຄວາມສຳຄັນເພື່ອໃຫ້ ອາຊຽນ, ພາຍໃຕ້ການນຳພາຂອງ ຫວຽດນາມ ໃນປີເປັນປະທານໝູນວຽນ ອາຊຽນ ຈະສືບຕໍ່ບືນຕົວຂຶ້ນ.
ຕາມໜັງສືພິມ Vientiane Times ຂອງ ລາວ ສະບັບອອກວັນທີ 24 ມິຖຸນາ ໄດ້ໃຫ້ ຂ່າວວ່າ ລາວ ສະໜັບສະໜູນແຜນການພັດທະນາແຫຼ່ງຊັບພະຍາກອນມະນຸດຂອງ ອາຊຽນ. ທີ່ກອງປະຊຸມທາງອອນລາຍຂອງ ສະມັດຊາປະຊາຄົມວັດທະນະທຳ-ສັງຄົມ ອາຊຽນ ຄັ້ງທີ 23 ທີ່ດຳເນີນໃນວັນທີ 23 ມິຖຸນາ ໂດຍທ່ານ ດ່າວງອັກຢຸງ ລັດຖະມົນຕີກະຊວງແຮງງານ-ທະຫານເສຍອົງຄະ ແລະ ສັງຄົມ ຫວຽດນາມ ເປັນປະທານ, ທ່ານສາດສະດາຈານ,ປະລິນຍາເອກ ກິແກ້ວ ໄຂຄຳພິທູນ ລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ລາວກໍ່ສະແດງການສະໜັບສະໜູນຂອງ ລາວ ສຳລັບຖະແຫຼງການຂອງ ອາຊຽນ ກ່ຽວກັບການພັດທະນາແຫຼ່ງຊັບພະຍາກອນມະນຸດເພື່ອໂລກແຫ່ງວຽກເຮັດງານທຳພວມມີການປ່ຽນແປງ, ທ່ານເຊື່ອໝັ້ນວ່າ ແຜນການນີ້ຈະນຳເອົາຜົນປະໂຫຍດມາໃຫ້ປະຊາຊົນຂອງກຸ່ມ ອາຊຽນ ຫຼາຍກ່ວາອີກ. ເຈົ້າໜ້າທີ່ຂອງ ລາວ ກໍ່ຮຽກຮ້ອງໃຫ້ບັນດາປະເທດສະມາຊິກ ອາຊຽນ ຮ່ວມມືໃນແຜນການຟື້ນຟູພາຍຫຼັງໂລກລະບາດໂຄວິດ-19ເພື່ອຫຼຸດຜ່ອນຜົນກະທົບທີ່ມີຕໍ່ການຫາລ້ຽງຊີບຂອງປະຊາຊົນ, ກໍ່ຄືພື້ນຖານເສດຖະກິດຂອງພາກພື້ນ.
ກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 36 ຜ່ານທາງອອນລາຍຈະສຸມໃສ່ບັນດາຄວາມມານະພະຍາຍາມລວມໝູ່ຂອງກຸ່ມ ອາຊຽນ ໃນການຮັບມືກັບໂລກລະບາດໂຄວິດ-19 ແລະ ຊຸກຍູ້ການຟື້ນຟູພື້ນຖານເສດຖະກິດໄລຍະພາຍຫຼັງໂລກລະບາດໂຄວິດ-19, ບັນດາທິດທາງ ແລະ ມາດຕະການຄວາມຮັບຮູ້ວິໄສທັດປະຊາຄົມ ອາຊຽນ ປີ 2025ແລະ ການເຊື່ອມໂຍງ ຂອງ ອາຊຽນ ກັບບັນດາຄູ່ຮ່ວມມືພາຍນອກພາກພື້ນ ແລະ ປະຊາຄົມທົ່ວໂລກ.




