logo

ກອງ​ປະຊຸມ​ສຸດ​ຍອດ ອາຊຽນ: ບໍ່​ຫົວຊາ​ຕໍ່ ສະພາບ​ການ​ໂຄ​ວິດ - 19, ອາຊຽນ ຕັດ​ສິນ​ໃຈ​ຊຸກຍູ້​ໂຄງການ​ດໍາ​ເນີນ​ງານ​ບຸລິມະສິດ

2020/6/22 | 11:04:25
(VOVWORLD) - ກອງປະຊຸມຈັດກຽມອອນລາຍເຈົ້າໜ້າທີ່ອາວຸໂສ ອາຊຽນ ຖືກດໍາເນີນໃນຕອນເຊົ້າວັນທີ 22 ມິຖຸນາ, ຢູ່ຮ່າໂນ້ຍ, ອັນໄດ້ເປີດສາກໃຫ້ແກ່ສັບປະດາກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 36.
ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ຫງວຽນກວັກຢຸງ  (ພາບ: baoquocte.vn)

        ກ່າວຄໍາເຫັນໄຂກອງປະຊຸມ, ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ຫງວຽນກວັກຢຸງ ໃຫ້ຮູ້ວ່າ ກອງປະຊຸມຄັ້ງນີ້ ໄດ້ສຸມໃສ່ບັນດາບັນຫາຕົ້ນຕໍຂອງ ອາຊຽນ, ລວມທັງການກໍ່ສ້າງປະຊາຄົມ ອາຊຽນ ພາຍຫຼັງ ກອງປະຊຸມສຸດຍອດພິເສດ ອາຊຽນ ແລະ ອາຊຽນ + 3, ສາຍພົວພັນລະຫວ່າງ ອາຊຽນ ກັບ ບັນດາຄູ່ເຈລະຈາ, ພ້ອມກັບບັນດາການເຄື່ອນໄຫວກະກຽມໃຫ້ແກ່ກອງປະຊຸມອື່ນໆຂອງ ອາຊຽນ ໃນປີ ຫວຽດນາມ ເປັນປະທານ, ພິເສດ, ກອງປະຊຸມສຸດຍອດ ອາຊຽນ ຄັ້ງທີີ 36 ທີ່ຈະດໍາເນີນໃນວັນທີ 26 ມິຖຸນາ ຈະມາເຖິງນີ້. ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ຫງວຽນກວັກຢຸງ ຢັ້ງຢືນວ່າ, ໂດຍບໍ່ຫົວຊາຕໍ່ຄວາມຫຍຸ້ງຍາກຂອງໂລກລະບາດ, ບັນດາປະເທດ ອາຊຽນ ຈະບໍ່ພາດໂຄງການດໍາເນີນງານຂອງຕົນ.

        “ເຖິງວ່າໃນສະພາບການໂລກລະບາດໂຄວິດ -  19 ພວມສືບຕໍ່ມີການຜັນແປຢ່າງຮ້າຍແຮງໃນໂລກ ກໍຄືໃນພາກພື້ນ ອາຊຽນ ແລ້ວກໍ່ຄວາມຫຍຸ້ງຍາກຫຼາຍຢ່າງໃຫ້ແກ່ບັນດາການເຄື່ອນໄຫວຈັດຕັ້ງກອງປະຊຸມໂດຍກົງຕ່າງໆກໍຕາມ, ແຕ່ຂ້າພະເຈົ້າເຊື່ອໝັ້ນວ່າ ໂລກລະບາດໂຄວິດ - 19 ຈະບໍ່ສົ່ງຜົນສະທ້ອນເຖິງຄວາມຕັດສິນໃຈຮ່ວມມືລະຫວ່າງບັນດາປະເທດ ອາຊຽນ, ພວກເຮົາພ້ອມກັນຮ່ວມແຮງຮ່ວມໃຈຜ່ານຜ່າໄລຍະອັນຫຍຸ້ງຍາກນີ້ ເພື່ອສືບຕໍ່ມຸ່ງໄປສູ່ບັນດາເປົ້າໝາຍ ແລະ ບຸລິມະສິດລວມຂອງ ອາຊຽນ”.


TAG
VOV/VOVworld/ບໍ່ຫົວຊາ/ຄວາມຫຍຸ້ງຍາກ/ກອງປະຊຸມສຸດຍອດ ອາຊຽນ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ