ທ່ານເລຂາທິການໃຫຍ່ ໂຕເລິມ ກ່າວຄຳເຫັນທີ່ກອງປະຊຸມ |
ຕາມທ່ານເລຂາທິການໃຫຍ່ ໂຕເລິມ ແລ້ວ, ກອງປະຊຸມສູນກາງພັກຄັ້ງທີ 15 ໄດ້ສຸມໃສ່ແກ້ໄຂສາມເນື້ອໃນໃຫຍ່, ສຳຄັນ, ໃນນັ້ນ ທີໜຶ່ງແມ່ນ ກຸ່ມບັນຫາກ່ຽວກັບວຽກງານບຸກຄະລາກອນກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ, (2) ແມ່ນກຸ່ມບັນຫາກ່ຽວກັບຮ່າງເນື້ອໃນບັນດາເອກະສານກອງປະຊຸມໃຫຍ່ຄັ້ງທີ XIV ຂອງ ພັກ, (3) ບັນດາວຽກງານເພື່ອຈັດກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກເຊັ່ນ: ກົດລະບຽບການເຮັດວຽກ, ກົດລະບຽບເລືອກຕັ້ງຜູ້ແທນຢູ່ກອງປະະຊຸມໃຫຍ່ XIV ຂອງພັກ; ກ່ຽວກັບແຜນນະໂຍບາຍສະຫຼຸບ 100 ປີແຫ່ງການນຳພາຂອງພັກກອມມູນິດ ຫວຽດນາມ (1930 – 2030) ທີ່ມີຕໍ່ການປະຕິວັດ ຫວຽດນາມ ແລະ ສະຫຼຸບ 40 ປີ ແຫ່ງການປະຕິບັດໂຄງການການເມືອງສ້າງປະເທດຊາດໃນໄລຍະຂ້າມຜ່ານກ້າວຂຶ້ນສັງຄົມນິຍົມ ພ້ອມດ້ວຍເນື້ອໃນກ່ຽວຂ້ອງຈຳນວນໜຶ່ງ.
ກົມການເມືອງເປັນເອກະພາບຢ່າງສູງແນະນຳການນຳຫຼັກແຫຼ່ງ ອາຍຸການ 2026 – 2031
ເມື່ອເຕື້ອງເຖິງວຽກງານບຸກຄະລາກອນກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ, ທ່ານເລຂາທິການໃຫຍ່ ໂຕເລິມ ໃຫ້ຮູ້ວ່າ ໃນບັນດາກອງປະຊຸມສູນກາງຄັ້ງທີ 13,14, ບົນພື້ນຖານຂໍ້ສະເໜີຂອງກົມການເມືອງ, ຄະນະບໍລິຫານງານສູນກາງພັກຊຸດທີ XIII ໄດ້ລົງຄະແນນສຽງຕົກລົງເປັນເອກະພາບ, ແນະນຳບຸກຄະລາກອນເຂົ້າຮ່ວມຄະນະບໍລິຫານງານສູນກາງພັກ, ແນະນຳບຸກຄະລາກອນເຂົ້າຮ່ວມກົມການເມືອງ, ຄະນະເລຂາທິການຊຸດທີ XIV ຮັບປະກັນໂຄງປະກອບ, ຈຳນວນ, ມາດຕະຖານ, ເງື່ອນໄຂຖືກຕ້ອງຕາມກົດລະບຽບ, ຂໍ້ກຳນົດຂອງພັກ ແລະ ທິດທາງວຽກງານບຸກຄະລາກອນກອງປະຊຸມໃຫຍ່ຄັ້ງທີ XIV ຂອງ ພັກ ໂດຍພື້ນຖານ.
ບັນຍາກາດຂອງກອງປະຊຸມສູນກາງພັກຄັ້ງທີ 15 |
ໃນກອງປະຊຸມສູນກາງພັກຄັ້ງທີ 15, ທ່ານເລຂາທິການໃຫຍ່ ສະເໜີໃຫ້ບັນດາກຳມະການສູນກາງພັກປຶກສາຫາລື, ປະກອບຄຳເຫັນເພື່ອສ້າງບົດລາຍງານຂອງຄະນະບໍລິຫານງານສູນກາງພັກຊຸດທີ XIII ກ່ຽວກັບວຽກງານບຸກຄະລາກອນຄະນະບໍລິຫານງານສູນກາງພັກຊຸດທີ XIV ໃຫ້ສົມບູນແບບ ເພື່ອຍື່ນສະເໜີຕໍ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ແລະ ກອງປະຊຸມສູນກາງຄັ້ງປະຖົມມະລືກຊຸດທີ XIV ຕົກລົງ ແລະ ຈັດຕັ້ງການເລືອກຕັ້ງຖືກຕ້ອງຕາມຂໍ້ກຳນົດ. ທ່ານເລຂາທິການໃຫຍ່ ໂຕເລິມ ເນັ້ນໜັກວ່າ:
“ວຽກງານກະກຽມ, ແນະນຳບຸກຄະລາກອນຄະນະບໍລິຫານງານສູນກາງພັກຊຸດທີ XIV ແມ່ນໜ້າທີ່, ວຽກງານທີ່ມີຄວາມສຳຄັນເປັນພິເສດ, ແມ່ນຄວາມຮັບຜິດຊອບສູງສຸດຂອງບັນດາສະຫາຍກຳມະການສູນກາງພັກ ກໍຄືຂອງທົ່ວພັກ. ການເລືອກເຟັ້ນບຸກຄະລາກອນຄະນະການນຳສູງສຸດຂອງພັກ ເພື່ອນຳພາຜັນຂະຫຍາຍບັນດາເປົ້າໝາຍ, ໜ້າທີ່ຢ່າງໜັກໜ່ວງດ້ວຍຈິດໃຈຢ່າງຂ້ຽວຂາດ, ຮີບເຮັ່ງທີ່ສຸດ ເພື່ອພັດທະນາປະເທດໃນໄລຍະໃໝ່ ສະນັ້ນ ຕ້ອງຄັດເລືອກຢ່າງລອບຄອບຖີ່ຖ້ວນ, ແນ່ນອນ, ລະມັດລະວັງ, ຊັດເຈນ, ຖືກຕ້ອງຕາມຂໍ້ກຳນົດຄືດັ່ງຄະນະບໍລິຫານງານສູນກາງພັກເຄີຍຮຽກຮ້ອງໃນບັນດາກອງປະຊຸມສູນກາງພັກຄັ້ງກ່ອນ”.
ພູມປັນຍາລວມໝູ່, ພູມປັນຍາຂອງປະຊາຊົນ ໄດ້ລວມຍອດໃນເອກະສານກອງປະຊຸມໃຫຍ່ຄັ້ງທີ XIV
ກ່ຽວກັບຮ່າງບັນດາເອກະສານຍື່ນສະເໜີຕໍ່ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ, ທ່ານເລຂາທິການໃຫຍ່ ໂຕເລິມ ເນັ້ນໜັກວ່າ ສະມາຊິກພັກໝົດທຸກຄົນ ແລະ ປະຊາຊົນທຸກຊັ້ນວັນນະຕີລາຄາສູງຕໍ່ເລື່ອງສູນກາງຕົກລົງສັງລວມເນື້ອໃນເອກະສານ 3 ສະບັບ (ລວມມີບົດລາຍງານການເມືອງ, ບົດລາຍງານເສດຖະກິດ - ສັງຄົມ, ບົດລາຍງານວຽກງານກໍ່ສ້າງພັກ) ກາຍເປັນບົດລາຍງານການເມືອງທີ່ເປັນເອກະພາບ, ຄົບຊຸດ. ມີເກືອບ 14 ລ້ານ ຄຳເຫັນ ຂອງພະນັກງານ, ສະມາຊິກພັກ, ປະຊາຊົນ 5 ລ້ານເທື່ອຄົນ ໄດ້ປະກອບຄຳເຫັນໃສ່ຮ່າງເອກະສານສະບັບຕ່າງໆ (ໃນລະຫວ່າງວັນທີ 15 ຕຸລາ 2025 – 15 ພະຈິກ 2025). ບັນດາອະນຸກຳມະການເອກະສານ ແລະ ກົມການເມືອງ, ຄະນະເລຂາທິການໄດ້ປັບປຸງຮ່າງເອກະສານສະບັບຕ່າງໆໃຫ້ສົມບູນແບບເພື່ອຍື່ນສະເໜີຕໍ່ກອງປະຊຸມສູນກາງຄັ້ງທີ 15.
“ນີ້ແມ່ນແນວຄວາມຄິດ, ວິທີເຮັດປະຕິວັດ, ບຸກທະລຸຢ່າງແທ້ຈິງໃນວຽກງານສ້າງເອກະສານກອງປະຊຸມໃຫຍ່ຂອງພັກ. ນີ້ແມ່ນອະຍຸການກອງປະຊຸມໃຫຍ່ຂອງພັກໄດ້ຮັບຄຳເຫັນປະກອບຂອງປະຊາຊົນໄດ້ຫຼາຍທີ່ສຸດເມື່ອທຽບໃສ່ກອງປະຊຸມໃຫຍ່ຄັ້ງກ່ອນ. ບັນດາອະນຸກຳມະການກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ ໄດ້ຄັດເລືອກ, ຮັບເອົາບັນດາຄຳເຫັນເໝາະສົມທີ່ສຸດເພື່ອປັບປຸງບົດລາຍງານການເມືອງໃຫ້ສົມບູນແບບ. ພູມປັນຍາລວມໝູ່, ພູມປັນຍາຂອງປະຊາຊົນໄດ້ລວມຍອດໃນເອກະສານກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ”.
ກ່ຽວຂ້ອງເຖິງວຽກງານກະກຽມກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ, ທ່ານເລຂາທິການໃຫຍ່ ໂຕເລິມ ໃຫ້ຮູ້ວ່າ ກອງປະຊຸມໃຫຍ່ຄາດວ່າຈັດຂຶ້ນແຕ່ວັນທີ 19 ມັງກອນ 2026 ຫາວັນທີ 25 ມັງກອນ 2026, ຢູ່ນະຄອນຫຼວງ ຮ່າໂນ້ຍ, ດ້ວຍຜູ້ແທນຈຳນວນ 1.586 ທ່ານ, ຕາງໜ້າໃຫ້ແກ່ສະມາຊິກພັກກວ່າ 5 ລ້ານຄົນເຂົ້າຮ່ວມກອງປະຊຸມໃຫຍ່. ວຽກງານການຈັດຕັ້ງຮັບໃຊ້ໃຫ້ແກ່ກອງປະຊຸມໃຫຍ່ຕ້ອງໄດ້ຮັບການກະກຽມຢ່າງລອບຄອບຖີ່ຖ້ວນ, ຮັບປະກັນຄວາມສະຫງົບ, ປອດໄພ, ຖືກຕ້ອງຕາມບັນດາຂໍໍ້ກຳນົດຂອງພັກ. ດັ່ງນັ້ນ, ທ່ານເລຂາທິການໃຫຍ່ສະເໜີໃຫ້ກອງປະຊຸມຄົ້ນຄວ້າບົດລາຍງານຂອງບັນດາອະນຸກຳມະການ ແລະ ບັນດາເນື້ອໃນ ເຊິ່ງກົມການເມືອງ, ຄະນະເລຂາທິການໄດ້ຍື່ນສະເໜີຕໍ່ກອງປະຊຸມຢ່າງລະອຽດລະອໍ ເພື່ອເພີ່ມເຕີມໃຫ້ແກ່ວຽກງານນີ້ໄດ້ປະຕິບັດຢ່າງລອບຄອບຖີ່ຖ້ວນທີ່ສຸດ, ສົມບູນທີ່ສຸດ, ປະກອບສ່ວນເຂົ້າໃນຜົນສຳເລັດຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກ./.




