logo

ກອງປະຊຸມສໍາມະນາທິດສະດີຄັ້ງທີ 6 ລະຫວ່າງພັກກອມມູນິດຫວຽດນາມ ແລະ ພັກປະຊາຊົນປະຕິວັດລາວ

2018/7/24 | 11:24:42
(VOVWORLD) -ຕອນບ່າຍວັນທີ 24 ກໍລະກົດ, ຢູ່ນະຄອນຫຼວງວຽງຈັນ, ລາວ ໄດ້ດໍາເນີນກອງປະຊຸມສໍາມະນາທິດສະດີຄັ້ງທີ 6 ລະຫວ່າງ ພັກກອມມູນິດຫວຽດນາມ ແລະ ພັກປະຊາຊົນປະຕິວັດລາວ ດ້ວຍຫົວຂໍ້ວ່າ “ວຽກງານແນວຄິດໃນປັດຈຸບັນ - ສະພາບການຕົວຈິງ, ບັນຫາທີ່ວາງອອກ ແລະມາດຕະການ”. 

ທ່ານຫວໍວັນເຖືອງ, ກໍາມະການກົມການເມືອງ, ເລຂາສູນກາງພັກ, ຫົວໜ້າຄະນະໂຄສະນາສຶກສາສູນກາງ ຫວຽດນາມ ກ່າວຄໍາເຫັນທີ່ກອງປະຊຸມ 

ກ່າວຄໍາເຫັນນະທີ່ນີ້, ທ່ານຫວໍວັນເຖືອງ, ກໍາມະການກົມການເມືອງ, ເລຂາສູນກາງພັກ, ຫົວໜ້າຄະນະໂຄສະນາສຶກສາສູນກາງ ຫວຽດນາມ, ຢັ້ງຢືນວ່າ ກອງປະຊຸມສໍາມະນາຄັ້ງນີ້ ແມ່ນການເຄື່ອນໄຫວມີຄວາມໝາຍສໍາຄັນ ທັງດ້ານທິດສະດີ ແລະ ພຶດຕິກໍາຕົວຈິງໃນສະພາບການວຽກງານແນວຄິດ, ທິດສະດີພວມໄດ້ຮັບຄວາມເອົາໃຈໃສ່ຢ່າງສຸດຂີດຈາກ ສອງພັກ, ສອງລັດ ພັກກອມມູນິດຫວຽດນາມ ຍາມໃດກໍກໍານົດວຽກງານແນວຄິດ, ທິດສະດີແມ່ນໜຶ່ງໃນບັນດາການເຄື່ອນໄຫວສໍາຄັນແຖວໜ້າຂອງພັກ, ແມ່ນໜຶ່ງໃນບັນດາເນື້ອໃນສໍາຄັນຂອງວຽກງານການນໍາພາ ແລະ ແມ່ນວິທີການນໍາພາຕົ້ນຕໍຂອງພັກໃນການປະຕິບັດໜ້າທີ່ດ້ານການເມືອງຂອງແຕ່ລະໄລຍະປະຕິວັດ.  

        ທ່ານຫວໍວັນເຖືອງ ແບ່ງປັນວ່າ ໃນພາລະກິດແຫ່ງການປ່ຽນແປງໃໝ່ທົ່ວປະເທດຢ່າງຮອບດ້ານ ຄືປັດຈຸບັນ, ວຽກງານແນວຄິດ, ທິດສະດີ ໄດ້ຖືເປັນສໍາຄັນ ແລະ ເພີ່ມທະວີ, ປະກອບສ່ວນສ້າງຄວາມເປັນເອກະພາບໃນພັກ, ຄວາມເຫັນດີເຫັນພ້ອມໃນສັງຄົມ. ທ່ານຫວໍວັນເຖືອງ ປາດຖະໜາວ່າ ສອງຝ່າຍຈະແບ່ງປັນ, ແລກປ່ຽນບົດຮຽນ, ສຶກສາຄົ້ນຄວ້າທິດສະດີ, ສະຫຼຸບສະພາບການຕົວຈິງ ເປັນປະຈໍາ, ໃນນັ້ນ ມີເລື່ອງເພີ່ມທະວີການພົວພັນຮ່ວມມືໃນຂົງເຂດແນວຄິດ, ທິດສະດີ, ປະກອບສ່ວນຢ່າງບໍ່ຢຸດຢັ້ງເຂົ້າໃນການຍົກສູງຄຸນນະພາບຂອງວຽກງານແນວຄິດ, ທິດສະດີຂອງແຕ່ລະພັກ, ປະຕິບັດພາລະກິດແຫ່ງການປ່ຽນແປງໃໝ່ຢູ່ແຕ່ລະປະເທດຢ່່າງມີໄຊ.

TAG
VOV/VOVworld/

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ