logo

ກອງ​ປະ​ຊຸມ​ສຳ​ມະ​ນາ​ທິດ​ສະ​ດີ​ຄັ້ງ​ທີ 11 ລະ​ຫວ່າງ​ພັກ​ຄອມ​ມູ​ນິດ ຫວຽດ​ນາມ ແລະ ພັກ ປະ​ຊາ​ຊົນ​ປະ​ຕິ​ວັດ ລາວ

2024/11/28 | 11:30:36
(VOVWORLD) - ວັນທີ 28 ພະຈິກ, ຢູ່ແຂວງຫຼວງພະບາງ, ທາງພາກເໜືອ ລາວ, ໄດ້ດຳເນີນກອງປະຊຸມສຳມະນາທິດສະດີຄັ້ງທີ 11 ລະຫວ່າງພັກຄອມມູນິດ ຫວຽດນາມ ແລະ ພັກປະຊາຊົນປະຕິວັດລາວ ດ້ວຍຫົວຂໍ້ “ພັດທະນາເສດຖະກິດເອກະລາດ, ເປັນເຈົ້າຕົນເອງ - ປະສົບການຂອງ ຫວຽດນາມ ແລະ ລາວ”.
ກອງປະຊຸມສຳມະນາທິດສະດີຄັ້ງທີ 11 ລະຫວ່າງພັກຄອມມູນິດ ຫວຽດນາມ ແລະ ພັກ ປະຊາຊົນປະຕິວັດ ລາວ (ພາບ: VOV)

ນີ້ແມ່ນການເຄື່ອນໄຫວເພື່ອແນໃສ່ປະຕິບັດຂໍ້ຕົກລົງລະຫວ່າງພັກຄອມມູນິດ ຫວຽດນາມ ແລະ ພັກປະຊາຊົນປະຕິວັດລາວ ກ່ຽວກັບການຮ່ວມມືຄົ້ນຄວ້າທິດສະດີ ແລະ ສະຫຼຸບພຶດຕິກຳຕົວຈິງ. ຄະນະຜູ້ແທນພັກຄອມມູນິດ ຫວຽດນາມ ໂດຍທ່ານ ຫງວຽນຊັວນຖັງ, ຜູ້ອຳນວຍການສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ, ປະທານສະພາທິດສະດີສູນກາງ, ເປັນຫົວໜ້າຄະນະ; ຄະນະຜູ້ແທນພັກປະຊາຊົນປະຕິວັດ ລາວ ໂດຍທ່ານ ກິແກ້ວ ໄຂຄຳພິທູນ, ຮອງນາຍົກລັດຖະມົນຕີ ເປັນຫົວໜ້າຄະນະ.

        ໃນກອງປະຊຸມສຳມະນາ, ບັນດາຜູ້ແທນໄດ້ແລກປ່ຽນ, ໄຈ້ແຍກບັນດາທິດສະດີ ແລະ ພຶດຕິກຳຕົວຈິງກ່ຽວກັບການສ້າງພື້ນຖານເສດຖະກິດເອກະລາດ, ເປັນເຈົ້າຕົນເອງ, ຜ່ານນັ້ນ ໄດ້ຊີ້ແຈ້ງບາງບັນຫາ ເຊິ່ງສອງຝ່າຍມີຄວາມສົນໃຈ. ບັນດາຜູ້ແທນໄດ້ເຫັນດີເປັນເອກະພາບນຳກັນວ່າ, ການສ້າງ ແລະ ພັດທະນາພື້ນຖານເສດຖະກິດເອກະລາດ, ເປັນເຈົ້າຕົນເອງ ແມ່ນສິ່ງທີ່ມີຄວາມຈຳເປັນທີ່ສຸດສຳລັບແຕ່ລະປະເທດ, ໂດຍສະເພາະແມ່ນໃນສະພາບການປັດຈຸບັນ. ສອງຝ່າຍຈະສືບຕໍ່ຄົ້ນຄວ້າ, ແລກປ່ຽນຢ່າງກົງໄປກົງມາ, ມີປະສິດທິຜົນນັບທັງທິດສະດີ ແລະ ການສະຫຼຸບພຶດຕິກຳຕົວຈິງກ່ຽວກັບບັນດາບັນຫາທີ່ໄດ້ວາງອອກເພື່ອເສີມຂະຫຍາຍປະສິດທິຜົນຂອງກອງປະຊຸມສຳມະນາຄັ້ງນີ້.

        ໃນໄລຍະຢ້ຽມຢາມ ແລະ ເຮັດວຽກຢູ່ ຫຼວງພະບາງ, ທ່ານ ຫງວຽນຊວັນຖັງ ກໍ່ໄດ້ໃຫ້ການຕ້ອນຮັບການນຳແຂວງ ຫຼວງພະບາງ.

TAG
VOV/VOVworld/ທິດ​ສະ​ດີ/ສະຫຼຸບ​ພຶດ​ຕິ​ກຳ​ຕົວ​ຈິງ/ພັກປະຊາຊົນປະຕິວັດ ລາວ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ