logo

ກອ​ງ​ປະ​ຊຸມແຈ້ງຜົນສໍາເລັດ​ຂອງ​ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ XII ຂອງ​ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ

2026/1/26 | 15:56:00
(VOVWORLD) - ທ່ານເລຂາທິການໃຫຍ່ ປະທານປະເທດລາວ ທອງລຸນ ສີສຸລິດ ໃຫ້ຮູ້ວ່າກອງປະຊຸມໃຫຍ່ໄດ້ຮັບຮອງເອົາຫຼາຍເອກະສາຍຍຸດທະສາດສຳຄັນ, ພົ້ນເດັ່ນແມ່ນໂຄງການການເມືອງ ຄັ້ງທີ 3 - ເຊິ່ງແມ່ນເອກະສານມີຄວາມໝາຍກຳນົດທິດຍາວນານ, ຢັ້ງຢືນການຢຶດໝັ້ນກັບເສັ້ນທາງສັງຄົມນິຍົມ, ສືມທອດແນວຄິດໄກສອນ ພົມວິຫານ.
ທ່ານເລຂາທິການໃຫຍ່ ປະທານປະເທດລາວ ທອງລຸນ ສີສຸລິດ  (ພາບ:TTXVN)

ໃນວັນທີ 26 ມັງກອນຢູ່ນະຄອນຫຼວງຮ່າໂນ້ຍ, ໃນຂອບເຂດການຢ້ຽມຢາມທາງລັດຖະກິດຢູ່ ຫວຽດນາມ ຂອງທ່ານເລຂາທິການໃຫຍ່ ປະທານປະເທດລາວ ທອງລຸນ ສີສຸລິດ ແລະ ພັນລະຍາ; ທ່ານເລຂາທິການໃຫຍ່ໂຕເລິມ ພ້ອມກັບທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ ເປັນປະທານຮ່ວມກອງປະຊຸມແຈ້ງຜົນສຳເລັດຂອງກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກພັກປະຊາຊົນປະຕິວັດລາວ.

ທ່ານເລຂາທິການໃຫຍ່ ປະທານປະເທດລາວ ທອງລຸນ ສີສຸລິດ ໃຫ້ຮູ້ວ່າກອງປະຊຸມໃຫຍ່ໄດ້ຮັບຮອງເອົາຫຼາຍເອກະສາຍຍຸດທະສາດສຳຄັນ, ພົ້ນເດັ່ນແມ່ນໂຄງການການເມືອງ ຄັ້ງທີ 3 - ເຊິ່ງແມ່ນເອກະສານມີຄວາມໝາຍກຳນົດທິດຍາວນານ, ຢັ້ງຢືນການຢຶດໝັ້ນກັບເສັ້ນທາງສັງຄົມນິຍົມ, ສືມທອດແນວຄິດໄກສອນ ພົມວິຫານ.

ໂດຍຕາງໜ້າຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽ,ນາມ, ທ່ານເລຂາທິການໃຫຍ່ ໂຕເລິມເນັ້ນໜັກວ່າຜົນສຳເລັດຂອງກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ໄດ້ຢັ້ງຢືນບົດບາດນຳພາຢ່າງຮອບດ້ານ ຂອງພັກປະຊາຊົນປະຕິວັດ ລາວ ຕໍ່ພາລະກິດແຫ່ງການປະຕິວັດ, ປັບປຸງຄວາມເຊື່ອໝັ້ນຂອງພະນັກງານ, ສະມາຊິກພັກ ແລະ ປະຊາຊົນລາວທຸກຊັ້ນຄົນ ຕໍ່ເສັ້ນທາງພັດທະນາສັງຄົມນິຍົມເຊິ່ງພັກ ແລະ ປະທານ ໄກສອນພົມວິຫານ ແລະ ການນຳລຸ້ນກ່ອນເລືອກເຟັ້ນ.

TAG
VOV/VOVworld/ຫວຽດ​ນາມ/ລາວ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ