logo

ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ ປະສົບຜົນສຳເລັດຢ່າງຈົບງາມ

2026/1/25 | 10:18:32
(VOVWORLD) - ພາຍຫຼັງເຮັດວຽກມາເປັນເວລາ 5 ວັນ, ຕອນບ່າຍວັນທີ 23 ມັງກອນ, ຢູ່ຫໍປະຊຸມແຫ່ງຊາດ (ຮ່າໂນ້ຍ), ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ ໄດ້ປະສົບຜົນສຳເລັດຢ່າງຈົບງາມ ແລະ ອັດລົງໃນບັນຍາກາດເຄັ່ງຂຶມ, ມີຄວາມຮັບຜິດຊອບ ແລະ ເຕັມໄປດ້ວຍຄວາມຫວັງ, ຄວາມເຊື່ອໝັ້ນ.
ຕອນເຊົ້າວັນທີ 20 ມັງກອນ 2026, ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ ຖືກໄຂຂຶ້ນຢ່າງສົມກຽດຢູ່ຫໍປະຊຸມແຫ່ງຊາດ (ຮ່າໂນ້ຍ). ກ່ອນໜ້ານັ້ນ, ວັນທີ 19 ມັງກອນ, ກອງປະຊຸມໃຫຍ່ໄດ້ຈັດວາລະປະຊຸມຈັດກຽມ.
ກອງປະຊຸມໃຫຍ່ແມ່ນຂີດໝາຍພິເສດໃນເສັ້ນທາງພັດທະນາ, ເປີດອອກສັກກະລາດໃໝ່ - ສັກກະລາດທີ່ ຫວຽດນາມ ຕັດສິນໃຈຫັນ 2 ເປົ້າໝາຍ 100 ປີແຫ່ງວັນສ້າງຕັ້ງພັກ ແລະ 100 ປີແຫ່ງວັນສະຖາປະນາປະເທດ ໃຫ້ປະກົດຜົນເປັນຈິງ; ສູ້ຊົນຮອດປີ 2045 ກາຍເປັນປະເທດພັດທະນາ, ມີລາຍຮັບສູງ; ເພື່ອປະເທດ ຫວຽດນາມ ແຫ່ງສັນຕິພາບ, ເອກະລາດ, ປະຊາທິປະໄຕ, ຮັ່ງມີເຂັ້ມແຂງ, ຈະເລີນຮຸ່ງເຮືອງ, ສີວິໄລ, ມີຄວາມຜາສຸກ, ກ້າວຂຶ້ນສັງຄົມນິຍົມຢ່າງໝັ້ນແກ່ນ.
ເຂົ້າຮ່ວມກອງປະຊຸມໃຫຍ່ ມີຜູ້ແທນ 1.586 ສະຫາຍ ທີ່ຕາງໜ້າໃຫ້ສະມາຊິກພັກທັງໝົດກວ່າ 5,6 ລ້ານສະຫາຍ.
ບັນດາຜູ້ແທນສາກົນເຂົ້າຮ່ວມວາລະໄຂກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ. ພາບ: TTXVN
ທ່ານ ເລືອງເກື່ອງ, ກຳມະການກົມການເມືອງ, ປະທານປະເທດ ຫວຽດນາມ ກ່າວສູນທອນພົດໄຂກອງປະຊຸມໃຫຍ່ ໃນຕອນເຊົ້າວັນທີ 20 ມັງກອນ. ພາບ: TTXVN
ທ່ານເລຂາທິການໃຫຍ່ ໂຕເລິມ, ທ່ານປະທານປະເທດ ເລືອງເກື່ອງ ປ່ອນບັດເລືອກຕັ້ງກຳມະການສູນກາງພັກສົມບູນ ແລະ ກຳມະການສຳຮອງ ຄະນະບໍລິຫານງານສູນກາງພັກ ສະໄໝທີ XIV, ວັນທີ 22 ມັງກອນ.
ວັນທີ 22 ມັງກອນ, ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກ ໄດ້ເລືອກຕັ້ງ ແລະ ປະກາດລາຍຊື່ຄະນະບໍລິຫານງານສູນກາງພັກ ສະໄໝທີ XIV ລວມມີກຳມະການ 200 ສະຫາຍ, ໃນນັ້ນ ມີກຳມະການສົມບູນ 180 ສະຫາຍ ແລະ ກຳມະການສຳຮອງ 20 ສະຫາຍ.
ສະຫາຍ ໂດ້ຕຽນຊີ, ກຳມະການສູນກາງພັກ ສະໄໝທີ XIII, ຜູ້ອຳນວຍການໃຫຍ່ວິທະຍຸກະຈາຍສຽງ ຫວຽດນາມ (VOV) ໄດ້ຮັບການເລືອກຕັ້ງອີກໜຶ່ງສະໄໝເຂົ້າໃນຄະນະບໍລິຫານງານສູນກາງພັກສະໄໝທີ XIV. ສະຫາຍ ໂດ້ຕຽນຊີ, ຜູ້ອຳນວຍການໃຫຍ່ວິທະຍຸກະຈາຍສຽງ ຫວຽດນາມ ແມ່ນໜຶ່ງໃນຈຳນວນກຳມະການສົມບູນ 180 ສະຫາຍຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XIV
ຕອນເຊົ້າວັນທີ 23 ມັງກອນ, ຄະນະບໍລິຫານງານສູນກາງພັກ ສະໄໝທີ XIV ດຳເນີນກອງປະຊຸມຄັ້ງປະຖົມມະລຶກ
ກອງປະຊຸມລົງປະຊາມະຕິຮັບຮອງເອົາລາຍຊື່ຄະນະເລຂາທິການສູນກາງພັກ ສະໄໝທີ XIV. ພາບ: TTXVN
ຄະນະບໍລິຫານງານສູນກາງພັກ ສະໄໝທີ XIV ໄດ້ເຫັນດີເປັນເອກະພາບ 100% ເລືອກຕັ້ງ ທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ສະໄໝທີ XIII, ສືບຕໍ່ດຳລົງຕຳແໜ່ງເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ສະໄໝທີ XIV. ພາບ: TTXVN
ບັນຍາກາດຂອງວາລະອັດກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ, ໃນຕອນບ່າຍວັນທີ 23 ມັງກອນ.
ທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ສະໄໝທີ XIV ກ່າວສູນທອນພົດອັດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກ, ໃນຕອນບ່າຍວັນທີ 23 ມັງກອນ.

TAG
VOV/VOVworld/

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ