logo

ກອງປະຊຸມໃຫຍ່ຊຸດທີ 14 ຂອງພັກ: ນັກຊ່ຽວຊານ ຈີນ ຕີລາຄາແງ່ຫວັງການພັດທະນາຂອງ ຫວຽດນາມ

2026/1/5 | 09:51:04
(VOVWORLD) - ກ່ຽວຂ້ອງເຖິງເປົ້າໝານບັນລຸລະດັບເຕີບໂຕສູງ ທີ່ໄດ້ປຶກສາຫາລືກ່ອນຈັດກອງປະຊຸມໃຫຍ່ຄັ້ງທີ 14, ທ່ານສາດສະດາຈານ ຊຸຍຊາງ ຖືວ່າ ເປົ້າໝາຍບັນລຸລະດັບເຕີບໂຕ 10% ແມ່ນມີຄວາມຫວັງຢ່າງສູງ, ແຕ່ບໍ່ແມ່ນບໍ່ມີພື້ນຖານ.
ທ່ານສາດສະດາຈານ ຊຸຍຊາງ, ຜູ້ທີ່ເຮັດວຽກຢູ່ມະຫາວິທະຍາໄລຊົນເຜົ່າສູນກາງ ຈີນ
(ພາບ: TTXVN)

        ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 14 ຂອງພັກກອມມູນິດ ຫວຽດນາມ ແມ່ນຂີດໝາຍທີມີຄວາມໝາຍສຳຄັນພິເສດ, ເປີດໄລຍະພັດທະນາໃໝ່ມີລັກສະນະ “ບຸກທະລຸຍຸດທະສາດ”, ໃນນັ້ນ ວິທະຍາສາດ - ເຕັກໂນໂລຊີ, ນະວັດຕະກຳ ແລະ ການປະຕິຮູບລະບອບລະບຽບການສວມບົດບາດຫຼັກແຫຼ່ງ. ນັ້ນແມ່ນຂໍສັງເກດຂອງທ່ານສາດສະດາຈານ ຊຸຍຊາງ, ຜູ້ທີ່ເຮັດວຽກຢູ່ມະຫາວິທະຍາໄລຊົນເຜົ່າສູນກາງ ຈີນ, ພ້ອມທັງເປັນນັກຊ່ຽວຊານໃຫ້ຄຳວິຈານຂອງລະບົບໂທລະພາບທົ່ວໂລກ ຈີນ.

        ກ່ຽວຂ້ອງເຖິງເປົ້າໝານບັນລຸລະດັບເຕີບໂຕສູງ ທີ່ໄດ້ປຶກສາຫາລືກ່ອນຈັດກອງປະຊຸມໃຫຍ່ຄັ້ງທີ 14, ທ່ານສາດສະດາຈານ ຊຸຍຊາງ ຖືວ່າ ເປົ້າໝາຍບັນລຸລະດັບເຕີບໂຕ 10% ແມ່ນມີຄວາມຫວັງຢ່າງສູງ, ແຕ່ບໍ່ແມ່ນບໍ່ມີພື້ນຖານ. ທ່ານສະແດງຄວາມເຊື່ອໝັ້ນວ່າ ກອງປະຊຸມໃຫຍ່ຄັ້ງທີ 14 ຂອງພັກກອມມູນິດ ຫວຽດນາມ ຈະແມ່ນກອງປະຊຸມໃຫຍ່ມີຄວາມໝາຍພິເສດ, ກຳນົດທິດຍຸດທະສາດການພັດທະນາຂອງ ຫວຽດນາມ ໃນຫຼາຍປີຈະມາເຖິງ, ບໍ່ພຽງແຕ່ສົ່ງຜົນສະທ້ອນຢ່າງເລິກເຊິ່ງ, ກວາງຂວາງຢູ່ພາຍໃນປະເທດເທົ່ານັ້ນ ຫາກຍັງແຜ່ກະຈາຍອອກສູ່ພາກພື້ນ ແລະ ໂລກໃນສະພາບການທີ່ເຕັມໄປດ້ວຍການຜັນແປຄືໃນປະຈຸບັນອີກດ້ວຍ.

TAG
VOV/VOVworld/ເປົ້າ​ໝາຍ/​ບັນ​ລຸ​/ລະ​ດັບ/​ເຕີບ​ໂຕ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ