logo

ກະ​ຊວງ​ກໍ່​ສ້າງ: ເລືອກ​ບໍ​ລິ​ສັດ​ທີ່​ປຶກ​ສາ ເອີ​ລົບ​ໃຫ້​ແກ່​ໂຄງ​ການກໍ່​ສ້າງ​ເສັ້ນ​ທາງ​ລົດ​ໄຟ​ຄວາມ​ໄວ​ສູງ ເໜືອ - ໃຕ້

2026/1/31 | 07:55:02
(VOVWORLD) - ຫົວໜ່ວຍພວມຮີບດ່ວນປະຕິບັດສຳເລັດບົດລາຍງານ ກ່ຽວກັບກົນໄກພິເສດ,ວິທີການລົງທຶນ ແລະ ເງື່ອນໄຂເລືອກເອົານັກລົງທຶນ ໃຫ້ແກ່ໂຄງການກໍ່ສ້າງເສັ້ນທາງລົດໄຟຄວາມໄວສູງ ເໜືອ - ໃຕ້
ທ່ານ ຫງວຽນແຢງຮຸຍ ຮອງລັດຖະມົນຕີກະຊວງກໍ່ສ້າງ ຫວຽດນາມ  ກ່າວຄຳເຫັນທີ່ການຖະແຫຼງຂ່າວ
(ພາບ: VOV1)

ທີ່ການຖະແຫຼງຂ່າວປະຈຳໄຕມາດທີ I ປີ 2026 ຂອງກະຊວງກໍ່ສ້າງ ຫວຽດນາມ ທີ່ໄດ້ດຳເນີນໃນຕອນບ່າຍວັນທີ 30 ມັງກອນ, ຢູ່ຮ່າໂນ້ຍ, ທ່ານ ຫງວຽນແຢງຮຸຍ ຮອງລັດຖະມົນຕີກະຊວງກໍ່ສ້າງ ຫວຽດນາມ ໃຫ້ຮູ້ວ່າ ຫົວໜ່ວຍພວມຮີບດ່ວນປະຕິບັດສຳເລັດບົດລາຍງານ ກ່ຽວກັບກົນໄກພິເສດ,ວິທີການລົງທຶນ ແລະ ເງື່ອນໄຂເລືອກເອົານັກລົງທຶນ ໃຫ້ແກ່ໂຄງການກໍ່ສ້າງເສັ້ນທາງລົດໄຟຄວາມໄວສູງ ເໜືອ - ໃຕ້, ສ້າງຄວາມຄືບໜ້າຂອງວຽກງານຢ່າງລະອຽດເພື່ອຮັບປະກັນການເລີ່ມລົງມືກໍ່ສ້າງໂຄງການໃນທ້າຍປີ 2026. ທ່ານໃຫ້ຮູ້ວ່າ:

ມາຮອດປັດຈຸບັນ ພວກຂ້າພະເຈົ້າໄດ້ເລືອກເອົາ ບໍລິສັດທີ່ປຶກສາ ເອີລົບໃຫ້ແກ່ ບໍລໂຄງການກໍສ້າງເສັ້ນ ທາງລົດໄຟຄວາມໄວສູງ ເໜືອ - ໃຕ້. ບໍລິສັດທີ່ປຶກສາດ້ານເຕັກນິກ Ineco ແມ່ນບໍລິສັດໃຫຍ່ຂອງ ແອັດສະປາຍ ເຊິ່ງແມ່ນວິສາຫະກິດ ໜູນຊ່ວຍພວກຂ້າພະເຈົ້າໃນການຄຸ້ມຄອງໂຄງການ. ເພື່ອຕີລາຄາປະສິດທິຜົນຂອງໂຄງການຄືແນວໃດ? ບັນຫາດ້ານເຕັກນິກຄືແນວໃດ? ບັນຫາເຕັກໂນໂລຢີຄືແນວໃດ?. ຕາມຂໍ້ກຳນົດຂອງກົດໝາຍ ແລະ ພຶດຕິກຳຕົວຈິງ, ຕ້ອງມີບົດລາຍງານຄົ້ນຄ້ວາຄວາມເປັນໄປໄດ້ຂອງໂຄງການ ພວກຂ້າພະເຈົ້າຈຶ່ງມີຂໍ້ມູນຢ່າງຄົບຖ້ວນເພື່ອຕອບຄຳຖາມກ່ຽວກັບຍອດເງິນລົງທຶນ, ປະສິດທິຜົນ ແລະ ຮູບແບບການລົງທຶນ.

TAG
VOV/VOVworld/ກະ​ຊວງ​ກໍ່​ສ້າງ/​ເສັ້ນ​ທາງ​ລົດ​ໄຟ​ຄວາມ​ໄວ​ສູງ ເໜືອ - ໃຕ້

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ