logo

ກະຊວງຍຸຕິທຳ 2 ປະເທດ ຫວຽດນາມ - ລາວ ຮ່ວມມືນັບມື້ນັບມີປະສິດທິຜົນ

2017/11/27 | 10:37:00
(VOVWORLD) - ຈະສືບຕໍ່ເພີ່ມທະວີການຮ່ວມມືຕາມທິດນັບມື້ນັບແທດຈິງ ແລະ ມີປະສິດທິຜົນໃນໄລຍະຈະມາເຖິງ; ປະຕິບັດສັນຍາໜູນຊ່ວຍດ້ານຕຸລາການໃນຂົງເຂດແພ່ງ ແລະ ອາຍາລະຫວ່າງ 2 ປະເທດເປັນຢ່າງດີ 
ທ່ານລັດຖະມົນຕີ ເລແທ່ງລອງ ເຂົ້າຢ້ຽມຂ່ຳນັບທ່ານນາງປະທານສະພາແຫ່ງຊາດ ລາວ ປານີ ຢາທໍ່ຕູ້ 

ໃນຂອບເຂດການຢ້ຽມຢາມ ແລະ ເຮັດວຽກຢູ່ ລາວ, ຕອນເຊົ້າວັນທີ 27 ພະຈິກ, ທີ່ນະຄອນຫລວງ ວຽງຈັນ ປະເທດ ລາວ, ຄະນະຜູ້ແທນກະຊວງຍຸຕິທຳ ຫວຽດນາມ ໂດຍທ່ານລັດຖະມົນຕີ ເລແທ່ງລອງ ເປັນຫົວໜ້າຄະນະໄດ້ເຂົ້າຢ້ຽມຂ່ຳນັບທ່ານນາງປະທານສະພາແຫ່ງຊາດ ລາວ ປານີ ຢາທໍ່ຕູ້. ທ່ານນາງປະທານສະພາແຫ່ງຊາດ ລາວ ປານີ ຢາທໍ່ຕູ້ ຕີລາຄາສູງໝາກຜົນແຫ່ງການຮ່ວມມືລະຫວ່າງ 2 ກະຊວງຍຸຕິທຳ 2 ປະເທດໃນໄລຍະຜ່ານມາ; ຢືນຢັນການຮ່ວມມືນີ້ ປະກອບສ່ວນເພີ່ມທະວີ ແລະ ຮັດແໜ້ນສາຍພົວພັນສາມັກຄີລະຫວ່າງ 2 ພັກ, 2 ລັດ ແລະ ປະຊາຊົນ 2 ປະເທດ.

 ການເຈລະຈາລະຫວ່າງ 2 ກະຊວງ

        ແລະກໍ່ໃນຕອນເຊົ້າວັນທີ 27 ພະຈິກ, ຄະນະຜູ້ແທນຂັ້ນສູງກະຊວງຍຸຕິທຳ ຫວຽດນາມ ໂດຍທ່ານລັດຖະມົນຕີ ເລແທ່ງລອງ ນຳໜ້າໄດ້ມີການເຈລະຈາກັບຄະນະຜູ້ແທນຂັ້ນສູງກະຊວງຍຸຕິທຳ ລາວ ໂດຍທ່ານລັດຖະມົນຕີ ໄຊສີ ສັນຕິວົງ ເປັນຫົວໜ້າຄະນະ. ທີ່ການເຈລະຈາ, ລັດຖະມົນຕີ 2 ທ່ານໄດ້ເຫັນດີເປັນເອກະພາບ ຈະສືບຕໍ່ເພີ່ມທະວີການຮ່ວມມືຕາມທິດນັບມື້ນັບແທດຈິງ ແລະ ມີປະສິດທິຜົນໃນໄລຍະຈະມາເຖິງ; ປະຕິບັດສັນຍາໜູນຊ່ວຍດ້ານຕຸລາການໃນຂົງເຂດແພ່ງ ແລະ ອາຍາລະຫວ່າງ 2 ປະເທດເປັນຢ່າງດີ ພ້ອມທັງກະກຽມຈັດຕັ້ງກອງປະຊຸມເສັ້ນທາງຊາຍແດນຄັ້ງທີ 4 ໃຫ້ສຳ ເລັດຜົນ.

 ຄະນະຜູ້ແທນຂັ້ນສູງກະຊວງຍຸຕິທຳ ຫວຽດນາມ 
 ຄະນະຜູ້ແທນຂັ້ນສູງກະຊວງຍຸຕິທຳ ລາວ 
 ພິທີລົງນາມລະຫວ່າງ 2 ກະຊວງ

TAG
VOV/VOVworld/ກະ​ຊວງ​ຍຸ​ຕິ​ທຳ/ລາວ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ